ຂ່າວສານ

ອະນຸລັກຮັກສາພາສາ ຫວຽດ ແລະ ວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດ

ພາສາ ຫວຽດນາມ ແລະ ວັດທະນະທຳ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ.
ບັນ​ດາ​ຜູ້​ແທນ, ຄູອາຈານ, ນັກຮຽ​ນ​ຢູ່ ເອີ​ລົບ ເຂົ້າ​ຮ່ວມເວທີປາໄສ (ພາບ: TTXVN)

ມີ​ຄູ​ອາ​ຈານ, ນັກ​ຄົ້ນ​ຄວ້າ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ, ຄະ​ນະ ແລະ ບັນ​ດາ​ຜູ້​ມີ​ຄວາມ​ສຸດ​ຈິ​ດ​ສຸດ​ໃຈ​ຕໍ່​ວຽກ​ງານ​ສອນ​ພາ​ສາ ຫວຽດ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ “ອະ​ນຸ​ລັກຮັກ​ສາ​ພາ​ສາ ຫວຽດ ແລະ ວັດ​ທະ​ນະ​ທຳ​ຂອງ ຫວຽດນາມ ຢູ່​ຕ່າງ​ປະ​ເທດ”, ເຊິ່ງຈັດ​ຂຶ້​ນ​ຢູ່​ນະ​ຄອນ​ຫຼວງ​ ປາ​ຣີ, ປະ​ເທດ ຝ​ລັ່ງ. ເຫດ​ການ​ໄດ້​ຈັດ​ຂຶ້​ນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 5 ປີ​ແຫ່ງວັນ​ສ້າງ​ຕັ້ງ​ເຄືອ​ຂ່າຍ​ສິດ​ສອນ​ພາ​ສາ ຫວຽດ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ທົ່ວ​ໂລກ. ເວ​ທີ​ປາ​ໄສ​ໄດ້​ຈັດ​ຂຶ້​ນ​ແບບ​ເຊິງ​ໜ້າສົມ​ທົບ​ກັບ​ທາງ​ໄກຈາກ ຫວຽດ​ນາມ ​​ແລະ ຫຼາຍ​ປະ​ເທດ​ໃນ​ໂລກ.

ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ ດິງ​ງ​ອັກ​ດຶກ, ຫົວ​ໜ້າ​ສູນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ, ເນັ້ນ​ໜັກ​ວ່າ ພາ​ສາ ຫວຽດ​ນາມ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ຊາດ. ພາ​ສາແມ່ບໍ່​ພຽງ​ແຕ່​ແມ່ນ​ພາ​ຫະ​ນະ​ໃນ​ການສື່​ສານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເສັ້ນ​ເຊື່ອມ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ, ຄອບ​ຄົວ ແລະ ກົກ​ເຄົ້າ​ເຫງົ້າ​ກໍ່​ອີກ​ດ້ວຍ. ທ່ານ​ຖື​ວ່າ ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທຳ ເພື່ອ​ໃຫ້​ລຸ້ນ​ໜຸ່ມ​ເກີດ​ມາ ແລະ ເຕີບ​ໃຫຍ່​ຢູ່​ຕ່າງ​ປະ​ເທດ ຍົກ​ສ​ູງ​ຄວາມ​ສາ​ມາດ​ນຳ​ໃຊ້​ພາ​ສາ​ ຫວຽດ ແລະ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສີ​ສັນ​ຂອງ​ຊາດ​ໃຫ້​ຫຼາຍກວ່າ.


top