ຂ່າວສານ

ອະນຸມັດຜ່ານຍຸດທະສາດຮ່ວມມືລົງທຶນຕ່າງປະເທດໄລຍະ 2021 – 2030

ເປົ້າໝາຍລະອຽດຂອງຍຸດທະສາດແມ່ນຍົກສູງອັດຕາຕົ້ນລົງທຶນຈົດທະບຽນຂອງບັນດາປະເທດ ແລະ ເຂດແຄ້ວນໃນບາງຂົງເຂດໃນຍອດເງິນລົງທຶນຈາກຕ່າງປະເທດຂອງທົ່ວປະເທດຂຶ້ນກວ່າ 70% ໃນໄລຍະ 2021 – 2025.

ເປົ້າໝາຍລະອຽດຂອງຍຸດທະສາດແມ່ນຍົກສູງອັດຕາຕົ້ນລົງທຶນຈົດທະບຽນຂອງບັນດາປະເທດ ແລະ ເຂດແຄ້ວນໃນບາງຂົງເຂດໃນຍອດເງິນລົງທຶນຈາກຕ່າງປະເທດຂອງທົ່ວປະເທດຂຶ້ນກວ່າ 70% ໃນໄລຍະ 2021 – 2025.

 
    

(ພາບປະກອບ: TTXVN)

ວັນທີ 02 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ ໄດ້ເຊັນອະນຸມັດຜ່ານຍຸດທະສາດຮ່ວມມືລົງທຶນຕ່າງປະເທດໄລຍະ 2021 – 2030.

        ເປົ້າໝາຍລະອຽດຂອງຍຸດທະສາດແມ່ນຍົກສູງອັດຕາຕົ້ນລົງທຶນຈົດທະບຽນຂອງບັນດາປະເທດ ແລະ ເຂດແຄ້ວນໃນບາງຂົງເຂດໃນຍອດເງິນລົງທຶນຈາກຕ່າງປະເທດຂອງທົ່ວປະເທດຂຶ້ນກວ່າ 70% ໃນໄລຍະ 2021 – 2025 ແລະ 75% ໃນໄລຍະ 2026 – 2030, ລວມມີ: ສ.ເກົາຫຼີ, ຍີ່ປຸ່ນ, ສິງກະໂປ, ຈີນ, ຝລັ່ງ, ເຢຍລະມັນ, ແອັດສະປາຍ, ສະຫະພັນລັດເຊຍ, ອັງກິດ, ອາເມລິກາ…

        ຍຸດທະສາດກໍ່ວາງອອກ 9 ມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນການຮ່ວມມືລົງທຶນຈາກຕ່າງປະເທດ, ຄື: ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ; ປ່ຽນແປງໃໝ່ ແລະ ຍົກສູງກຳລັງແກ່ງແຍ້ງໃນການດຶງດູດການລົງທຶນຈາກຕ່າງປະເທດ… ພ້ອມກັນນັ້ນ, ກຳນົດທິດ, ໜູນຊ່ວຍວິສາຫະກິດຢູ່ພາຍໃນປະເທດຕີລາຄາ, ຄັດເລືອກ ແລະ ຮັບເອົາເຕັກໂນໂລຊີເຊິ່ງໄດ້ຮັບການຖ່າຍທອດຈາກວິສາຫະກິດລົງທຶນຕ່າງປະເທດ, ຮັບປະກັນໃຫ້ສອດຄ່ອງກັບເປົ້າໝາຍພັດທະນາເຕັກໂນໂລຊີລະດັບຊາດໃນແຕ່ລະໄລຍະ.

(ແຫຼ່ງຄັດຈາກ VOV)


top