ຂ່າວສານ

ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ ຫງວຽນແມ້ງຮູ່ງ ແລະ ບັນດາການປະກອບສ່ວນແທດຈິງເພື່ອເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ລາວ

ຂ້າພະເຈົ້າໄດ້ໄປປະຕິບັດງານຢູ່ທົ່ວທຸກແຂວງໃນປະເທດລາວ ແລະ ຂ້າພະເຈົ້າຮູ້ສຶກໄດ້ເຖິງນ້ຳໃຈພິເສດຂອງປະຊາຊົນລາວທີ່ສະຫງວນໃຫ້ແກ່ ຫວຽດນາມ. ເມື່ອໂອ້ລົມກັບໃຜ, ເຂົາກໍ່ໄດ້ເຕື້ອງເຖິງອະນຸສອນຕ່າງໆ, ຜູ້ເຖົ້າຜູ້ແກ່ໄດ້ຢ້ຳຄືນບັນດາອະນຸສອນໃນໄລຍະສົງຄາມ...

ຂ້າພະເຈົ້າໄດ້ໄປປະຕິບັດງານຢູ່ທົ່ວທຸກແຂວງໃນປະເທດລາວ ແລະ ຂ້າພະເຈົ້າຮູ້ສຶກໄດ້ເຖິງນ້ຳໃຈພິເສດຂອງປະຊາຊົນລາວທີ່ສະຫງວນໃຫ້ແກ່ ຫວຽດນາມ. ເມື່ອໂອ້ລົມກັບໃຜ, ເຂົາກໍ່ໄດ້ເຕື້ອງເຖິງອະນຸສອນຕ່າງໆ, ຜູ້ເຖົ້າຜູ້ແກ່ໄດ້ຢ້ຳຄືນບັນດາອະນຸສອນໃນໄລຍະສົງຄາມ...

    

ທ່ານອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນແມ້ງຮູ່ງ

60 ປີໄດ້ຜ່ານໄປນັບແຕ່ເມື່ອສອງປະເທດ ຫວຽດນາມ - ລາວ ສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962  5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977  18 ກໍລະກົດ 2022), ມີຫຼາຍຜົນງານ ແລະ ຂີດໝາຍທີ່ສອງປະເທດບັນລຸໄດ້. ເນື່ອງໃນໂອກາດນີ້, ຢ້ຽວຮົ່ງ, ນັກຂ່າວ VOV5 ມີບົດສຳພາດທ່ານ ຫງວຽນແມ້ງຮູ່ງ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ (ເດືອນທັນວາ 2012  ເດືອນທັນວາ 2016) ກ່ຽວກັບບັນດາການປະກອບສ່ວນຂອງທ່ານທີ່ມີຕໍ່ບັນດາຜົນງານນັ້ນ. ເຊີນທ່ານຕິດຕາມຮັບຟັງ.

ນັກຂ່າວ: ຂໍຮຽນທ່ານ, ຂໍທ່ານໃຫ້ຮູ້ບັນດາຄວາມຮູ້ສຶກເມື່ອມາຮັບດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ?

ທ່ານ ຫງວຽນແມ້ງຮູ່ງ: ຂ້າພະເຈົ້າໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ນັບແຕ່ເດືອນ ທັນວາ ປີ 2012, ນີ້ກໍ່ແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ລາວ ແລະ ພັກ, ລັດ ສອງປະເທດກໍ່ໄດ້ຖືປີນີ້ເປັນປີສາມັກຄີ.  ເມື່ອຂ້າພະເຈົ້າໄປປະຕິບັດໜ້າທີ່ຢູ່ລາວໃນໄລຍະນັ້ນ, ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມສຸກທີ່ສຸດນັ້ນແມ່ນໄດ້ສືບທອດມູນເຊື້ອມິດຕະພາບ, ສືບທອດການພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານເຊິ່ງລຸ້ນກ່ອນໆຖ່າຍທອດມາໃຫ້. ຂ້າພະເຈົ້າຖືວ່າ, ນັ້ນແມ່ນຊັບສົມບັດອັນລ້ຳຄ່າເພື່ອໃຫ້ຂ້າພະເຈົ້າຜັນຂະຫຍາຍ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນໄດ້ມອບໝາຍໃຫ້.

        ໃນໄລຍະປະຕິບັດໜ້າທີ່ເປັນເວລາ 4 ປີຢູ່ ສປປ ລາວ (ຄືແຕ່ປີ 2012 ຫາປີ 2016), ອະນຸສອນທີ່ໄດ້ພ້ອມກັບທະຫານ ຫວຽດນາມ ຂັບໄລ່ສັດຕູຜູ້ຮຸກຮານ, ຈາກໄລຍະຕໍ່ຕ້ານລ່າເມືອງຂຶ້ນຝຣັ່ງ ຕະຫຼອດຮອດຈັກກະພັດ ອາເມລິກາ. ບັນດາຜູ້ອາຍຸໄວກາງໄດ້ເວົ້າເຖິງເວລາຮ່ຳຮຽນຢູ່ ຫວຽດນາມ ຄືແນວໃດ, ບັນດາຄອບຄົວ, ຊາວ ຫວຽດນາມ ເບິ່ງແຍງດູແລຄືແນວໃດ.

ເຖິງວ່າ ການລົງທຶນຂອງ ຫວຽດນາມ ເຂົ້າ ລາວ ບໍ່ແມ່ນຢືນອັນດັບໜຶ່ງ ແຕ່ໃນຫົວໃຈຂອງຊາວ ລາວ, ຍາມໃດ ຫວຽດນາມ ກໍ່ຢືນຢູ່ແຖວໜ້າ, ອັນດັບຕົ້ນ, ນີ້ແມ່ນຊັບສົມບັດອັນລ້ຳຄ່າເຊິ່ງພວກເຮົາຕ້ອງເຄົາລົບນັບຖື ແລະ ເພີ່ມພູນຄູນສ້າງ.

ນັກຂ່າວ: ໃນອາຍຸການເປັນເອກອັກຄະລັດຖະທູດຂອງຕົນ, ທ່ານໄດ້ໄປປະຕິບັດງານຢູ່ຫຼາຍເຂດພາກ ແລະ ພົບປະກັບຫຼາຍຄົນ, ທ່ານມີອະນຸສອນໃດ ແລະ ຜູ້ໃດໄດ້ສ້າງຄວາມປະທັບໃຈໃຫ້ທ່ານຫຼາຍທີ່ສຸດ?

ທ່ານ ຫງວຽນແມ້ງຮູ່ງ: ອະນຸສອນທີ່ຂ້າພະເຈົ້າບໍ່ອາດຫຼົງລື່ມໄດ້ນັ້ນແມ່ນກ່ຽວກັບການເຕົ້າໂຮມອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ສປປ ລາວ. ສອງຝ່າຍໄດ້ສ້າງຕັ້ງຄະນະປະຕິບັດງານພິເສດຂອງລັດຖະບານເພື່ອຜັນຂະຫຍາຍວຽກງານນີ້. ເມື່ອເຮົາໄດ້ແຈ້ງກັບຝ່າຍລາວກ່ຽວກັບແຜນນະໂຍບາຍນີ້ ເພື່ອໃຫ້ສອງຝ່າຍພ້ອມກັນດຳເນີນການເຕົ້າໂຮມອັດຖິ, ຄາວນັ້ນ, ທ່ານ ບຸນຍັງ ວໍລະຈິດ, ເວລານັ້ນເປັນເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ລົມກັບຂ້າພະເຈົ້າວ່າ “ພວກຂ້າພະເຈົ້າເຂົ້າໃຈຄວາມຫວັງຂອງຊາວ ຫວຽດນາມ, ຂອງຜູ້ເປັນພໍ່, ເປັນແມ່, ຢາກສົ່ງອັດຖິລູກຫຼານຕົນກັບເມືອບ້ານເກີດເມືອງນອນ, ປະເທດຊາດ ແຕ່ ພວກຂ້າພະເຈົ້າກໍ່ມີຄວາມປາດຖະໜາວ່າ ອັດຖິຂອງບັນດານັກຮົບອາສາສະໝັກ ຫວຽດນາມ ຈະຢູ່ປະເທດລາວຄືເກົ່າ, ຍ້ອນວ່າບັນດານັກຮົບຢູ່ນີ້ຈະພ້ອມກັບພວກເຮົາປົກປັກຮັກສາປະເທດລາວ”.

        ໃນເວລາຂ້າພະເຈົ້າໄປຢາມແຂວງ ບໍ່ແກ້ວ, ເມື່ອລໍຖ້າເຮືອບັກ ຂ້າພະເຈົ້າໄດ້ແວ່ເຂົ້າຮ້ານກິນນ້ຳ ແລະ ໂອ້ລົມກັບເຈົ້າຂອງຮ້ານແມ່ຜູ້ໜຶ່ງ. ເມື່ອປ້າຮູ້ຂ້າພະເຈົ້າເປັນຄົນ ຫວຽດນາມ ຈຶ່ງເວົ້າວ່າ: “ກ່ອນນີ້ຂ້າພະເຈົ້າໄດ້ດຳລົງຊີວິດນຳທະຫານ ຫວຽດນາມ, ພ້ອມກັບທະຫານ ຫວຽດນາມ ຕໍ່ສູ້ຕ້ານສັດຕູ ດັ່ງນັ້ນຈຶ່ງຮູ້ພາສາ ຫວຽດ. ຂ້າພະເຈົ້າຮັກແພງຄົນ ຫວຽດນາມ ຫຼາຍ, ມື້ນີ້ໄດ້ພົບປະ, ລົມນຳທ່ານ ແລະ ທ່ານກໍແມ່ນທ່ານທູດ. ດັ່ງນັ້ນ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ”. ນີ້ແມ່ນນ້ຳໃຈຮັກແພງທີ່ສຸດ, ເປັນພຽງປະຊາຊົນຂາຍນ້ຳຢູ່ທ່າເຮືອເທົ່ານັ້ນແຕ່ກໍ່ຮູ້ພາສາ ຫວຽດ ແລະ ສະແດງຄວາມຮັກແພງອັນລ້ຳຄ່າ, ສິ່ງນັ້ນ, ເຮັດໃຫ້ຂ້າພະເຈົ້າຕື້ນຕັນໃຈຫຼາຍ.

ນັກຂ່າວ: ທ່ານຈະໃຊ້ຄຳສັບໃດເພື່ອພັນລະນາການພົວພັນລະຫວ່າງ ຫວຽດນາມ - ລາວ?

ທ່ານ ຫງວຽນແມ້ງຮູ່ງ: ຖ້າແມ່ນຄຳໜຶ່ງສັ້ນໆຈະແມ່ນ “ນ້ຳໃຈຮັກແພງ”. ຍ້ອນວ່າ, ຂ້າພະເຈົ້າກໍໄດ້ເຮັດວຽກກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດໃນໂລກ, ແຕ່ນ້ຳໃຈຮັກແພງລະຫວ່າງ ຫວຽດນາມ - ລາວ ແມ່ນບໍ່ມີຫຍັງສາມາດປຽບໄດ້. ໃນນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດນັ້ນແມ່ນນ້ຳໃຈຮັກແພງ. ນ້ຳໃຈຮັກແພງທີ່ສອງປະເທດສະຫງວນໃຫ້ກັນ. ໂດຍອີງໃສ່ຄຳຮັກແພງນັ້ນ, ໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກລຳບາກທີ່ສຸດ ພວກເຮົາກໍ່ຮຽງບ່າຮຽງໄຫຼ່ນຳກັນ ແລະ ຕອນທີ່ມີຄວາມສຸກທີ່ສຸດພວກເຮົາກໍ່ຢູ່ຄຽງຂ້າງກັນ.

ນັກຂ່າວ: ປະຈຸບັນ, ໃນຖານະເປັນອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ນັ້ນ, ທ່ານຍັງມີບັນດາການປະກອບສ່ວນຫຍັງແດ່ເພື່ອເພີ່ມພູນຄູນສ້າງການພົວພັນລະຫວ່າງ ສອງປະເທດ? ຂໍຮຽນທ່ານ?

ທ່ານ ຫງວຽນແມ້ງຮູ່ງ: ພາຍຫຼັງສິ້ນສຸດອາຍຸການການທູດຢູ່ ສປປ ລາວ, ຂ້າພະເຈົ້າໄດ້ພັກບຳນານ, ປະຈຸບັນ, ຂ້າພະເຈົ້າຮັກສາຕຳແໜ່ງເປັນຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ໜຶ່ງໃນບັນດາການເຄື່ອນໄຫວຂອງຂ້າພະເຈົ້າແມ່ນໜູນຊ່ວຍຮັດແໜ້ນນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ. ນອກຈາກນັ້ນ, ຂ້າພະເຈົ້າກໍເປັນປະທານສູນຄົ້ນຄ້ວາຍຸດທະສາດ ແລະ ພັດທະນາການພົວພັນສາກົນ, ດັ່ງນັ້ນ ຈິ່ງມີການພົວພັນກັບນັກຮຽນຮູ້ຢູ່ປະເທດຕ່າງໆຫຼາຍທ່ານ. ເມື່ອເຂົາມາເຮັດວຽກກັບພວກຂ້າພະເຈົ້າ, ພວກເຂົາກໍມີຄວາມສົນໃຈຕໍ່ການພັດທະນາການພົວພັນກັບລາວ. ເວລາເຮັດວຽກ, ຂ້າພະເຈົ້າກໍ່ແນະນຳວ່າຂ້າພະເຈົ້າແມ່ນອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລະ ເຂົາກໍ່ຂໍຄຳປຶກສານຳຂ້າພະເຈົ້າກ່ຽວກັບບັນຫາເພີ່ມທະວີການຮ່ວມມືກັບລາວໃຫ້ບັນລຸປະສິດທິຜົນ. ບັນດາຄຳເຫັນນັ້ນ, ຂ້າພະເຈົ້າຫວັງວ່າຈະຊ່ວຍໃນການພັດທະນາປະເທດລາວ. ເຊິ່ງການພັດທະນາຂອງລາວກໍ່ແມ່ນການພັດທະນາຂອງ ຫວຽດນາມ. ຄວາມສະຖຽນລະພາບ, ການພັດທະນາຂອງລາວ ແມ່ນມີຄວາມຈຳເປັນຕໍ່ກັບ ຫວຽດນາມ, ຍາມໃດ ຫວຽດນາມ ກໍ່ປາດຖະໜາສິ່ງດັ່ງກ່າວນັ້ນ.

        ຂໍຂອບໃຈທ່ານຫຼາຍໆ

(ແຫຼ່ງຄັດຈາກ VOV)

 


top