ວັນທີ 24 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີບົດຂຽນທີ່ມີຫົວຂໍ້ວ່າ: “ສະຫາຍ ເຈີ່ນດຶກເລືອງ- ການນຳທີ່ມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນພາລະກິດປ່ຽນແປງໃໝ່, ພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດ”. ບົດຂຽນຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງອະດີດປະທານປະເທດ ເຈີ່ນດຶກເລືອງ ໃນການພັດທະນາຂອງປະເທດຫວຽດນາມ.
ທ່ານອະດີດປະທານປະເທດ ເຈີ່ນດຶກເລືອງ ພົບປະກັບກຳມະກອນບໍຖ່ານຫີນ
ຕາມທ່ານນາຍົກລັດຖະມົນຕີແລ້ວ, ທ່ານອະດີດປະທານປະເທດ ເຈີ່ນດຶກເລືອງ ແມ່ນຜູ້ນຳ ທີເຄົາລົບນັບຖື ແລະ ເປັນແບບຢ່າງ, ເປັນນັກວິທະຍາສາດທີ່ດີເດັ່ນ, ໄດ້ອຸທິດຊີວິດເພື່ອຊາດ ແລະ ປະຊາຊົນ.
ໃນຕະຫຼອດຊີວິດຂອງເພິ່ນ, ບໍ່ວ່າຈະດຳລົງຕຳແໜ່ງໃດ, ເພິ່ນໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ປະເທດ. ໃນໄລຍະດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີແຕ່ປີ 1992-1997, ທ່ານ ແລະ ການນຳລັດຖະບານ ໄດ້ຊີ້ນປະກາດໃຊ້ບັນດານະໂຍບາຍຊີ້ຂາດ ແລະ ທິດທາງທີ່ສຳຄັນ ເພື່ອຊຸກຍູ້ກິດຈະການປ່ຽນແປງໃໝ່ ແລະ ເຊື່ອມໂຍງ ເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ພິເສດແມ່ນແກ້ໄຂຜົນກະທົບທາງລົບຂອງວິກິດການ ການເງິນອາຊີ 1997-1998 ຢ່າງມີປະສິດທິຜົນ.
ພິເສດ, ໃນດ້ານການຕ່າງປະເທດ, ໃນຖານະເປັນປະທານປະເທດ, ທ່ານປະທານ ເຈີ່ນດຶກເລືອງ ໄດ້ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນເວທີສາກົນ, ເປີດກວ້າງການພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາກັບບັນດາປະເທດ, ພາກພື້ນ ແລະ ບັນດາອົງການຫຼາຍຝ່າຍ.
ບົດຂຽນຢືນຢັນວ່າ, ໃນທຸກຕຳແໜ່ງຂອງຕົນ, ທ່ານອະດີດປະທານປະເທດ ເຈີ່ນດຶກເລືອງ ຍາມໃດກໍ່ຖືຜົນປະໂຫຍດຂອງປະເທດ ແລະ ປະຊາຊົນເໜືອກ່ວາສິ່ງໃດໝົດ, ຍາມໃດກໍ່ເອົາໃຈໃສ່ ແລະ ຊອກຫາກົນໄກ, ນະໂຍບາຍ, ວິທີແກ້ໄຂຢ່າງມີປະສິດທິຜົນ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.