ຂ່າວສານ

ອວຍ​ພອນ​ກົງ​ສູນໃຫຍ່ ລາວ ປ​ະ​ຈຳ ດ່າ​ໜັງ ເນື່ອງ​ໃນ​ໂອ​ກາດ ບຸນ​ປີ​ໃໝ່​ລາວ

ວັນທີ 10 ເມສາ, ຄະນະການນຳນະຄອນ ດ່າໜັງ ໄດ້ເຂົ້າໄປອວຍພອນພະນັກງານ, ລັດຖະກອນກົງສູນໃຫຍ່ລາວ ປະຈຳ ດ່າໜັງ ເນື່ອງໃນໂອກາດບຸນປີໃໝ່ ພສ. 2566.
  ຕາງໜ້າຄະນະພັກ, ອຳນາດການປົກຄອງ, ປະຊາຊົນນະຄອນ ດ່າໜັງ ເຂົ້າອວຍພອນ ພະນັກງານ, ລັດຖະກອນກົງສູນໃຫຍ່ລາວ ປະຈຳ ດ່າໜັງ ເນື່ອງໃນໂອກາດບຸນປີໃໝ່ (ພາບ: TTXVN)  

ຕາງໜ້າຄະນະພັກ, ອຳນາດການປົກຄອງ, ປະຊາຊົນນະຄອນ ດ່າໜັງ, ທ່ານເລຂາພັກນະຄອນ ດ່າໜັງ ຫງວຽນວັນກວ໋າງ ອວຍພອນທ່ານກົງສູນໃຫຍ່ ສຸພັນ ຫາດາວເຮືອງ ພ້ອມດ້ວຍພະນັກງານ, ລັດຖະກອນທີ່ພວມປະຕິບັດງານຢູ່ສະຖານກົງສູນ ທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງການນຳພັກ, ລັດ ແລະ ປະຊາຊົນລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ທ່ານເລຂາພັກນະຄອນ ດ່າໜັງ ຫງວຽນວັນກວ໋າງ ປາດຖະໜາວ່າ ກົງສູນໃຫຍ່ລາວ ປະຈຳ ດ່າໜັງ ຈະສືບຕໍ່ພ້ອມກັບອຳນາດການປົກຄອງນະຄອນ, ຍູ້ແຮງການພັດທະນາສາຍພົວພັນໄມຕີຈິດມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຝ່າຍໃນທຸກຂົງເຂດ, ຜ່ານນັ້ນ ກໍສືບຕໍ່ເສີມຂະຫຍາຍມູນເຊື້ອມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ.

ນະທີ່ນີ້, ທ່ານ ສຸພັນ ຫາດາວເຮືອງ ກົງສູນໃຫຍ່ລາວ ປະຈຳ ດ່າໜັງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ຂອງການນຳ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ແລະ ອວຍພອນໃຫ້ນ້ຳໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.


top