ຂ່າວສານ

ອວຍພອນບຸນປີໃໝ່ Choi Chnam Thmay ຂອງພໍ່ແມ່ປະຊາຊົນຊາວເຜົ່າຂະແມ

      ເນື່ອງໃນໂອກາດບຸນປີໃໝ່ Choi Chanam Thmay, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເໝີນ ໄດ້ສົ່ງຈົດໝາຍອວຍພອນບຸນປີໃໝ່ໃຫ້ບັນດາພະສົງສຳມະເນນ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວເຜົ່າຂະແມທຸກຄົນ.

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເໝີນ (ພາບອິນເຕີແນັດ)
      ເນື້ອໃນຈົດໝາຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເໝີນ ໄດ້ຮັບຮູ້, ຕີລາຄາສູງຄວາມມານະພະຍາຍາມຂອງບັນດາພະສົງສຳມະເນນ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວເຜົ່າຂະແມທຸກຖ້ວນໜ້າຢູ່ບັນດາທ້ອງຖິ່ນ ຍາມໃດກໍ່ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ຕັ້ງໜ້າເຂົ້າຮ່ວມບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນ ໂດຍແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ, ປະກອບສ່ວນເຂົ້າໃນການປະຕິບັດບັນດາໜ້າທີ່, ຄາດໝາຍພັດທະນາເສດຖະກິດ, ສັງຄົມ, ຮັບປະກັນຄວາມສະຫງົບສຸກເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະທ້ອງຖິ່ນ ແລະ ທົ່ວປະເທດ. ທ່ານ ເຈີ່ນແທງເໝີນ ເຊື່ອໝັ້ນວ່າ ພະສົງສຳມະເນນ ພ້ອມກັບພໍ່ແມ່ປະຊາຊົນຊາວເຜົ່າຂະແມທຸກຖ້ວນໜ້າ ຍາມໃດກໍ່ຈະຮ່ວມເດີນທາງກັບປະເທດຊາດ, ສືບຕໍ່ມີບັນດາການເຄື່ອນໄຫວແທດຈິງ ປະກອບສ່ວນຢ່າງຕັ້ງໜ້າກ່ວາອີກ ເພື່ອປັບປຸງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”.
 (ແຫຼ່ງຄັດຈາກ VOV)


top