ຂ່າວສານ

ຫ​ວຽດ​ນາມ​ຖື​ມະ​ນຸດ​ເປັນ​ໃຈ​ກາງ​ໃນ​ການ​ພັດ​ທະ​ນາ ແລະ ຮັ​ບ​ປະ​ກັນ​ໃຫ້ປະ​ຊາ​ຊົນໄດ້​ຊົມ​ໃຊ້​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ

ກອງປະຊຸມປະຈຳປີຄັ້ງທີ 51 ຂອງສະພາສິດທິມະນຸດມີທັງໝົດ 44 ວາລະປະຊຸມ, 5ວາລະປຶກສາຫາລື panel, 28 ວາລະສົນທະນາກ່ຽວກັບກົນໄກສິດທິມະນຸດ ສປຊ ແລະ ພິຈາລະນາບົດລາຍງານ ຫົວເລື່ອງສະເພາະເກືອບ 80 ບົດ.

ກອງປະຊຸມປະຈຳປີຄັ້ງທີ 51 ຂອງສະພາສິດທິມະນຸດມີທັງໝົດ 44 ວາລະປະຊຸມ, 5ວາລະປຶກສາຫາລື panel, 28 ວາລະສົນທະນາກ່ຽວກັບກົນໄກສິດທິມະນຸດ ສປຊ ແລະ ພິຈາລະນາບົດລາຍງານ ຫົວເລື່ອງສະເພາະເກືອບ 80 ບົດ.

    

ກອງປະຊຸມປະຈຳປີຄັ້ງທີ 51 ຂອງສະພາສິດທິມະນຸດ

ວັນທີ 7 ຕຸລາ, ຢູ່ນະຄອນ ເຊີແນວ (ສະວິດ), ສະພາສິດທິມະນຸດ ສປຊ ໄດ້ຈັດພິທີປິດກອງປະຊຸມປະຈຳປີຄັ້ງທີ 51, ພາຍຫຼັງ ການເຮັດວຽກມາໄດ້ 4 ອາທິດ ນັບແຕ່ວັນທີ 12 ກກັນຍາ. ໃນ 2 ວັນສຸດທ້າຍຂອງກອງປະຊຸມ, ສະພາສິດທິມະນຸດລວມມີ ສະມາຊິກ 47 ປະເທດ ໄດ້ຮັບຮອງເອົາຮ່າງມະຕິ 39 ສະບັບ, ຂໍ້ຕົກລົງຂອງປະທານສະພາສິດທິມະນຸດກ່ຽວກັບການໜູນຊ່ວຍສ້າງເງື່ອນໄຂປະຕິບັດງານໃຫ້ສະພາສິດທິມະນຸດ ແລະ ຖະແຫຼງການຂອງປະທານ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງ ສປຊ, ອົງການການຄ້າ ໂລກ (WTO) ແລະ ອົງການຈັດຕັ້ງສາກົນອື່ນ ຢູ່ ເຊີແນວ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມຢ່າງຕັ້ງໜ້າຢູ່ທີ່ກອງປະຊຸມ.

ກອງປະຊຸມປະຈຳປີຄັ້ງທີ 51 ຂອງສະພາສິດທິມະນຸດມີທັງໝົດ 44 ວາລະປະຊຸມ, 5ວາລະປຶກສາຫາລື panel, 28 ວາລະສົນທະນາກ່ຽວກັບກົນໄກສິດທິມະນຸດ ສປຊ ແລະ ພິຈາລະນາບົດລາຍງານ ຫົວເລື່ອງສະເພາະເກືອບ 80 ບົດ.

ທີ່ກອງປະຊຸມຄັ້ງຕ່າງໆ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ໄດ້ເນັ້ນໜັກເຖິງບຸລິມະສິດ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ໃນການອອກສະໝັກ ຫາສຽງເລືອກຕັ້ງ ເປັນສະມາຊິກ ສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ຢັ້ງຢືນຄືນໃໝ່ກ່ຽວກັບແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຖືມະນຸດເປັນໃຈກາງໃນການພັດທະນາ ແລະ ຮັບປະກັນໃຫ້ປະຊາຊົນໄດ້ຊົມໃຊ້ໝາກຜົນຂອງການພັດທະນາ.

ແລະກໍ່ໃນວັນ ດຽວກັນ, ທີ່ສຳນັກງານ ສປຊ ຢູ່ນະຄອນຫຼວງ ນິວຢອກ ປະເທດ ອາເມລິກາ, ຄະນະກຳມະການບັນດາບັນຫານິຕິກຳສາກົນ (ກຳມະການ 6) ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືຄົບຄະນະ ກ່ຽວກັບຫົວຂໍ້ຊຸກຍູ້ອຳນາດແຫ່ງກົດໝາຍຢູ່ໃນລະດັບຊາດ ແລະ ສາກົນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມພະຍາຍາມຂອງ ຫວຽດນາມ ກ່ຽວກັບເລື່ອງພ້ອມກັບປະຊາຄົມສາກົນຊຸກຍູ້ອຳນາດແຫ່ງກົດໝາຍຢູ່ໃນລະດັບແຕກຕ່າງກັນ. ໃນສະພາບທີ່ການປະທະກັນຍັງເກີດຂຶ້ນຢ່າງສັບສົນຢູ່ໃນໂລກປັດຈຸບັນ, ທ່ານເອກອັກຄະລັດຖະທູດ ຖືວ່າ ກົດໝາຍສາກົນ ແລະ ຫຼັກການພື້ນຖານຂອງກົດບັດ ສປຊ ຍາມໃດກໍ່ແມ່ນພື້ນຖານຂອງລະບົບສາກົນ. ທ່ານກໍ່ຢັ້ງຢືນວ່າ ຫວຽດນາມ ກຳລັງສືບຕໍ່ປະຕິບັດການປະຕິຮູບດ້ານຕຸລາການ, ປັບປຸງລະບົບກົດໝາຍເພື່ອແນໃສ່ສ້າງລັດແຫ່ງອຳນາດກົດໝາຍ.

(ແຫຼ່ງຄັດຈາກ VOV)


top