ຂ່າວສານ

ຫ​ວຽດ​ນາມ ​ມີ 2 ໃນ​ຈຳ​ນວນ 6 ສະ​ຖານ​ທີ່​ທ່ອງ​ທ່ຽວ​ດີ​ທີ່​ສຸດ​ຢູ່​ອາ​ຊຽນ 2023

ແຈ້ງການໄດ້ຊີ້ແຈ້ງວ່າຂະແໜງການທ່ອງທ່ຽວ ອາຊຽນ ມີຄວາມເອກອ້າງທະນົງໃຈແຈ້ງໃຫ້ຊາບວ່າ 6 ສະຖານທີ່ນັດພົບ ອາຊຽນ ຍາດໄດ້ລາງວັນຈຸດນັດພົບດີທີ່ສຸດໂດຍ ແຂກທ່ອງທ່ຽວຄັດເລືອກຂອງ Tripadvisor.
  ແຂກທ່ອງທ່ຽວສາກົນ ຢູ່ນະຄອນໂຮ້ຍອານ (ພາບ: TTXVN)  

ໃນວັນທີ 9 ກຸມພາ, ເວັບໄຊຂອງອາຊຽນ ໄດ້ລົງ ບົດຂຽນກ່ຽວກັບ 6 ຈຸດນັດພົບຂອງ ອາຊຽນ ທີ່ເຂົ້າໃນສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດ ໂດຍແຂກທ່ອງທ່ຽວຄັດເລືອກຂອງ Tripadvisor ໂດຍແມ່ນ ໜຶ່ງໃນບັນດາພື້ນຖານທ່ອງທ່ຽວໃຫຍ່ທີ່ສຸດໃນໂລກ. ນະຄອນໂຮ່ຈີມິນ ແລະ ນະຄອນໂຮ້ຍອານ ກໍ່ນອນໃນຈຳນວນ 6 ສະຖານທີ່ດັ່າງກ່າວ.

ແຈ້ງການໄດ້ຊີ້ແຈ້ງວ່າຂະແໜງການທ່ອງທ່ຽວ ອາຊຽນ ມີຄວາມເອກອ້າງທະນົງໃຈແຈ້ງໃຫ້ຊາບວ່າ 6 ສະຖານທີ່ນັດພົບ ອາຊຽນ ຍາດໄດ້ລາງວັນຈຸດນັດພົບດີທີ່ສຸດໂດຍ ແຂກທ່ອງທ່ຽວຄັດເລືອກຂອງ Tripadvisor. ບັນຊີລາຍຊື່ລວມມີ: ນະຄອນໂຮ່ຈີມິນ ແລະ ນະຄອນ ໂຮ້ຍອານ ຂອງ ຫວຽດນາມ, Siem Riep ( ກຳປູເຈຍ), ຊຽງໃໝ່ (ໄທ), Panay Islands ຂອງ ຟີລິບປິນ ແລະ Lombok ຂອງ ອິນໂດເນເຊຍ. ຈຸດນັດພົບເຫຼົ່ານີ້ໄດ້ຮັບການຢັ້ງຢືນຍ້ອນມີຄວາມງາມແບບທຳມະຊາດ, ບັນດາສະຖານທີ່ວັດທະນະທຳ ແລະ ປະຫວັດສາດ, ບັນດາການເຄື່ອນໄຫວ ແລະ ເຍື່ອງອາຫານທີ່ເປັນໜ້າຈັບໃຈ.

 


top