ຂ່າວສານ

ຫ​ວຽດ​ນາມ ແລະ ລາວ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​​ຄ​ວາມ​ໝັ້ນ​ຄົງ

ກະຊວງຕຳຫຼວດ 2 ປະເທດຈົ່ງສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເຂົ້າສູ່ລ່ວງເລີກ, ທັງແກ້ໄຂບັນດາບັນຫາຍຸດທະສາດ, ທັງຮ່ວມມືໃນບັນດາຂົງເຂດລະອຽດຄື ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳດ້ານອິນເຕີເນັດ, ເຕັກໂນໂລຊີ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງຕຳຫຼວດ ລາວ. (ພາບ: TTXVN)

ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງຕຳຫຼວດ ລາວ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ການຮ່ວມມືຍຸດທະສາດ ດ້ານເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດມີຄວາມສຳຄັນທີ່ສຸດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ ກະຊວງຕຳຫຼວດ 2 ປະເທດຈົ່ງສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເຂົ້າສູ່ລ່ວງເລີກ, ທັງແກ້ໄຂບັນດາບັນຫາຍຸດທະສາດ, ທັງຮ່ວມມືໃນບັນດາຂົງເຂດລະອຽດຄື ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳດ້ານອິນເຕີເນັດ, ເຕັກໂນໂລຊີ; ປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ, ບໍ່ໃຫ້ ຫວຽດນາມ, ລາວ ເປັນປະເທດເປັນກາງໃນການຂົນສົ່ງຢາເສບຕິດ.

        ທ່ານລັດຖະມົນຕີ ວິໄລ ຫຼ້າຄຳຟອງ ແຈ້ງໃຫ້ທ່ານປະທານປະເທດ ຫງວຽນຊວັນຟຸກ ຊາບກ່ຽວກັບບັນດາການເຄື່ອນໄຫວຂອງຄະນະຜູ້ແທນ ລາວ ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ໃນນັ້ນມີໝາກຜົນຂອງການພົບປະເຈລະຈາຢ່າງດີງາມລະຫວ່າງ ທ່ານລັດຖະມົນຕີ ວິໄລ ຫຼ້າຄຳຟອງ ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ. 2 ຝ່າຍໄດ້ເຫັນດີເປັນເອກະພາບ ບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ໃນປີ 2021 ແລະ ທິດທາງຮ່ວມມືໃນປີ 2022.

(ແຫຼ່ງຄັດຈາກ VOV)


top