ຂ່າວສານ

ຫ​ວຽດ​ນາມ ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ​ຢູ່​ງານ​ຕະຫຼາດ​ນັດ ອາ​ຫານ​ການ​ກິນ ອິນ​ເດຍ 2025

WFI 2025 ມີການເຂົ້າຮ່ວມຂອງວິສາຫະກິດກ່ວາ 1.500 ແຫ່ງ, ຜູ້ຊື້ ສາກົນກ່ວາ 800 ແຫ່ງທີ່ມາຈາກ 108 ປະເທດ. ໃນນັ້ນ, ເຂດວາງສະແດງສິນຄ້າ ຫວຽດນາມ ມີການເຂົ້າຮ່ວມຂອງ ວິສາຫະກິດ 15 ແຫ່ງ, ດ້ວຍຜະລິດຕະພັນທີ່ພົ້ນເດັ່ນ, ມີຄຸນນະພາບສູງນັບຮ້ອຍຢ່າງ ໄດ້ວາງສະແດງໃນເນື້ອທີ່ 150 ຕາແມັດ.
ພາບປະກອບ: TTXVN
ຫວຽດນາມ ສືບຕໍ່ຢັ້ງຢືນຖານະບົດບາດ ຢູ່ແຜນທີ່ຂະແໜງອາຫານການກິນສາກົນ ເມື່ອເປັນຄັ້ງທີສອງທີ່ໄດ້ຮັບການເລືອກໃຫ້ເປັນປະເທດຈຸດສຸມຢູ່ງານວາງສະແດງອາຫານການກິນໂລກ ອິນເດຍ (WFI 2025) ທີ່ໄດ້ດຳເນີນແຕ່ວັນທີ 25 – 28 ກັນຍາ ຢູ່ສູນຕະຫຼາດນັດງານວາງສະແດງສາກົນ Bharat Mandapam, New Delhi ອິນເດຍ. WFI 2025 ມີການເຂົ້າຮ່ວມຂອງວິສາຫະກິດກ່ວາ 1.500 ແຫ່ງ, ຜູ້ຊື້ ສາກົນກ່ວາ 800 ແຫ່ງທີ່ມາຈາກ 108 ປະເທດ. ໃນນັ້ນ, ເຂດວາງສະແດງສິນຄ້າ ຫວຽດນາມ ມີການເຂົ້າຮ່ວມຂອງ ວິສາຫະກິດ 15 ແຫ່ງ, ດ້ວຍຜະລິດຕະພັນທີ່ພົ້ນເດັ່ນ, ມີຄຸນນະພາບສູງນັບຮ້ອຍຢ່າງ ໄດ້ວາງສະແດງໃນເນື້ອທີ່ 150 ຕາແມັດ. ມີຫຼາຍຜະລິດຕະພັນໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ຊື້ທ້ອງຖິ່ນ, ສາກົນ ແລະ ແຂກເຂົ້າງານ. ກ່າວຄຳເຫັນທີ່ພິທີຕັດຜ້າແຖບໄຂເຂດວາງສະແດງສິນຄ້າ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຫງວຽນແທັງຫ໋າຍ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາວິສາຫະກິດ ໃນການໂຄສະນາເຜີຍແຜ່ຜະລິດຕະພັນ ຫວຽດນາມ ອອກສູ່ຕ່າງປະເທດ, ພິເສດແມ່ນຢູ່ອິນເດຍ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ການເຂົ້າຮ່ວມບັນດາງານຕະຫຼາດນັດ, ງານວາງສະແດງສາກົນ ຄືຄັ້ງນີ້ ບໍ່ພຽງແຕ່ຊ່ວຍເປີດກວ້າງໂອກາດຮ່ວມມືທາງການຄ້າເທົ່ານັ້ນ ຫາກຍັງໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມໄປສູ່ເພື່ອນມິດ ອິນເດຍ ອີກດ້ວຍ.

top