ຂ່າວສານ

ຫ​ວຽດ​ນາມ - ລາວ​ ສາ​ມັກ​ຄີ​, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ເຂດ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ ສັນ​ຕິ​ພາບ

ສອງປະເທດ ຫວຽດນາມ - ລາວ ໄດ້ສົມທົບກັນຈັດຕັ້ງຫຼາຍການເຄື່ອນໄຫວເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ການຮ່ວມມືພ້ອມກັນພັດທະນາ.
ພິທີເຄົາລົບຫຼັກໝາຍຊາຍແດນ (ພາບ: TTXVN)

ວັນທີ 12 ທັນວາ, ຢູ່ເມືອງເຊໂປນ, ແຂວງສະຫວັນນະເຂດ (ລາວ) ແລະ ເມືອງ ເຮືອງຮ໊ວາ, ແຂວງ ກ໋ວາງຈິ ( ຫວຽດນາມ) ໄດ້ດຳເນີນການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງໃນລາຍການພົວພັນແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວຄັ້ງທີ 1.

ສອງປະເທດ ຫວຽດນາມ - ລາວ ໄດ້ສົມທົບກັນຈັດຕັ້ງຫຼາຍການເຄື່ອນໄຫວເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ການຮ່ວມມືພ້ອມກັນພັດທະນາ.

ຢູ່ປະເທດລາວ ໄດ້ດຳເນີນພິທີຕ້ອນຮັບຄະນະຜູ້ແທນ ຫວຽດນາມ ຢູ່ດ່ານຊາຍແດນ ແດນສະຫວັນ, ແຂວງສະຫວັນນະເຂດ, ເຄົາລົບຫຼັກໝາຍອະທິປະໄຕ, ຖ່າຍຮູບນຳກັນ, ປູກຕົ້ນໄມ້ມິດຕະພາບຢູ່ເຂດດ່ານຊາຍແດນ ແດນສະຫວັນ…

ສ່ວນຢູ່ ຫວຽດນາມ ໄດ້ດຳເນີນພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກັບເມືອປະເທດ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ມາຫວຽດນາມ ເພື່ອເຂົ້າຮ່ວມການເຄື່ອນໄຫວພົວພັນແລກປ່ຽນຢູ່ ຫວຽດນາມ, ເປັນສັກຂີພະຍານການລາດຕະເວນຮ່ວມ ໂດຍທະຫານປ້ອງກັນຊາຍແດນ ຫວຽດນາມ ຊີ້ນຳ, ປູກຕົ້ນໄມ້ ຢູ່ດ່ານຊາຍແດນສາກົນ ລາວບ໋າວ…

ບັນດາການເຄື່ອນໄຫວໄດ້ຮັບການຕອບສະໜອງ ແລະ ສຸດຈິດສຸດໃຈ ຂອງ ປະຊາຊົນຢູ່ເຂດສອງຝ່າຍເຂດຊາຍແດນ ລະຫວ່າງ ຫວຽດນາມ - ລາວ. ຜ່ານນັ້ນ ປະກອບສ່ວນຊຸກຍູ້, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ ແບບ ພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ກອງທັບ ແລະ ທະຫານປ້ອງກັນຊາຍແດນ ສອງປະເທດ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)


top