ຂ່າວສານ

ຫ​ວຽດ​ນາມ ຢືນ​ອັນ​ດັບ​ໜຶ່ງ​ທົ່ວ​ຄະ​ນະໃນ AARM-30

ຫວຽດນາມ ຢືນອັນດັບໜຶ່ງທົ່ວຄະນະ ດ້ວຍຫຼຽນຄຳ 17 ຫຼຽນ, ຫຼຽນເງິນ 15 ຫຼຽນ ແລະ ຫຼຽນທອງ 10 ຫຼຽນ.

ຫວຽດນາມ ຢືນອັນດັບໜຶ່ງທົ່ວຄະນະ ດ້ວຍຫຼຽນຄຳ 17 ຫຼຽນ, ຫຼຽນເງິນ 15 ຫຼຽນ ແລະ ຫຼຽນທອງ 10 ຫຼຽນ.

    

ພິທີມອບລາງວັນ (ພາບ: TTXVN)

ຕອນບ່າຍວັນທີ 11 ພະຈິກ, ຢູ່ສູນຝຶກແອບການທະຫານແຫ່ງຊາດເລກ 4, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີປິດ ການແຂ່ງຂັນຊິງລາງວັນຍິງປືນທະຫານບົກ ອາຊຽນ ຄັ້ງທີ 30 (AARM-30), ພາຍຫຼັງທີ່ດຳເນີນການແຂ່ງຂັນມາເປັນເວລາ 7 ວັນ. ຜົນມີຢູ່ວ່າ ຫວຽດນາມ ຢືນອັນດັບໜຶ່ງທົ່ວຄະນະ ດ້ວຍຫຼຽນຄຳ 17 ຫຼຽນ, ຫຼຽນເງິນ 15 ຫຼຽນ ແລະ ຫຼຽນທອງ 10 ຫຼຽນ. ຢືນອັນດັບທີ 2 ແລະ ທີ 3 ແມ່ນ ອິນໂດເນເຊຍ ແລະ ຟີລິບປິນ ຕາມລຳດັບ.

        ກ່າວຄຳເຫັນທີ່ພິທີປິດ, ທ່ານພົນຕີ ຫງວຽນວັນເຫງັຍ, ຮອງຫົວໜ້າກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ຢັ້ງຢືນວ່າ ການແຂ່ງຂັນຄັ້ງນີ້ ແມ່ນໂອກາດທີ່ດີເພື່ອໃຫ້ກອງທັບບັນດາປະເທດ ອາຊຽນ ເວົ້າລວມ ແລະ ທະຫານບົກບັນດາປະເທດ ອາຊຽນ ເວົ້າສະເພາະ ຊຸກຍູ້ການຮ່ວມມື, ປະກອບສ່ວນປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາລວມໃນພາກພື້ນ ກໍຄື ໃນໂລກ.

        ປີ 2023, ໄທ ຈະເປັນປະເທດເຈົ້າພາບຈັດເຫດການດັ່ງກ່າວ.

(ແຫຼ່ງຄັດຈາກ VOV)


top