ຂ່າວສານ

ຫ​ວຽດ​ນາມ ມອບ​ເງິນ​ຈຳ​ນວນ 200.000 USD ຊ່ວຍ​ເຫຼືອ ຕວັກ​ກີ ແລະ ຊີ​ຣີ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ

ສູນກາງສະພາກາແດງ ຫວຽດນາມ ໄດ້ຈັດຕັ້ງການມອບເງິນຈຳນວນ 200.000 USD ໃຫ້ແກ່ ກາຊິກວົງເດືອນແດງ ຕວັກກີ ແລະ ຊີຣີ ເພື່ອຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວໃນວັນທີ 6 ກຸມພາ.
  ເຫດແຜ່ນດິນໄຫວ ໃນຕອນເຊົ້າວັນທີ 6 ກຸມພາ ຢູ່ຕວັກກີ ໄດ້ສ້າງຜົນເສຍຫາຍຢ່າງໜັກໜ່ວງ (ພາບ: Reuters)  

ວັນທີ 9 ມີນາ, ຢູ່ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ໄດ້ຈັດຕັ້ງການມອບເງິນຈຳນວນ 200.000 USD ໃຫ້ແກ່ ກາຊິກວົງເດືອນແດງ ຕວັກກີ ແລະ ຊີຣີ ເພື່ອຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວໃນວັນທີ 6 ກຸມພາ.  ກາຊິກວົງເດືອນແດງ ຕວັກກີ ໄດ້ຮັບເງິນ 100.000 USD ແລະ ກາຊິກວົງເດືອນແດງ ຊີຣີ ກໍໄດ້ຮັບ 100.000 USD ເຊັ່ນດຽວກັນ.

ທີ່ພິທີ, ສູນກາງສະພາກາແດງ ຫວຽດນາມ ກໍໄດ້ຮັບເງິນຊ່ວຍເຫຼືອຈາກຫົວໜ່ວຍ, ວິສາຫະກິດ (ງວດທີ 2) ດ້ວຍເງິນ ແລະ ເຄື່ອງອຸປະກອນຈຳນວນໜຶ່ງ ລວມມູນຄ່າກວ່າ 4 ຕື້ດົ່ງ (ເກືອບ 169.000 USD).


top