ຂ່າວສານ

ຫ​ວຽດ​ນາມ ຖືກ​ຈັດ​ເຂົ້າ​ກຸ່ມ​ບັນ​ດາ​ປະ​ເທດ​ມີ​ອັດ​ຕາ​ຜູ້ຍອມ​ສັກວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ສູ​ງ​ສຸດ

ວັນທີ 13 ມັງກອນ, ວາລະສານ ScandAsia ມີສຳນັກງານຕັ້ງຢູ່ ໄທ ໄດ້ຄັດສະເໜີຜົນການສຳຫຼວດຫວ່າງມໍ່ໆມານີ້ ໂດຍຊີ້ໃຫ້ເຫັນວ່າ ຫວຽດນາມ ຖືກຈັດເຂົ້າກຸ່ມບັນດາປະເທດມີອັດຕາຜູ້ຍອມສັກວັກຊິນກັນພະຍາດໂຄວິດ - 19 ສູງສຸດ.
ວິທະຍາຄານເສນາຮັກ ສັກທົດລອງວັກຊິນ Nanocovax (ພາບ:TTXVN)

ຕາມການສຳຫຼວດ ໂດຍເຄືອຂ່າຍສຳຫຼວດຕະຫຼາດ WIN ປະຕິບັດໃນເດືອນທັນວາ 2020 ແລ້ວ, ຈີນ, ຫວຽດນາມ ແລະ ແດນມາກ ແມ່ນບັນດາປະເທດມີອັດຕາຜູ້ຍອມສັກວັກຊິນ ໂຄວິດ - 19 ສູງສຸດ. 90% ຜູ້ຖືກຖາມຢູ່ ທັງ ຫວຽດນາມ, ຈີນ ແລະ ແດນມາກ ໃຫ້ຮູ້ວ່າ ເຂົາເຈົ້າຈະສັກວັກຊິນກັນພະຍາດໂຄວິດ - 19.

        ໄປຄຽງຄູ່ກັນນັ້ນ, ການສຳຫຼວດດັ່ງກ່າວ ກໍສຳຫຼວດກ່ຽວກັບລະດັບຄວາມເພິ່ງພໍໃຈຂອງປະຊາຊົນ ສຳລັບວິທີຄວບຄຸມໂລກລະບາດຂອງລັດຖະບານ. ຢູ່ ຫວຽດນາມ, 100% ຜູ້ຖືກຖາມ ລ້ວນແຕ່ສະໜັບສະໜູນຕໍ່ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງລັດຖະບານ.

(ແຫຼ່ງຄັດຈາກ VOV)

 

top