ຂ່າວສານ

ຫໍ​ພິ​ພິ​ທະພັນຮ່ອງ​ຮອຍ​ສະ​ຖານ​ສົງ​ຄາມ​ເປີດ​ຕົວ ເຂດ​ຄົ້ນ​ຫາ​ປະ​ຫວັດ​ສາດ ຍາມ​ຄ່ຳ​ຄືນ

ໂດຍ​ປະ​ສົມ​ປະ​ສານ​ ​ເອ​ກະ​ສານ, ວັດ​ຖຸ​ພັນ​ກັບ​ການວາງ​ສະ​ແດງ​ ແລະ ເຕັກ​ໂນ​ໂລ​ຢີສາຍ​ຮູບ​ເງົາ 3D mapping, ລາຍ​ການ​​ໄດ້​ສ້າງໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ, ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ, ຊອກ​ຮູ້​ປະ​ຫວັດ​ສາດ​ການ​ຕໍ່​ສູ້​ປົດ​ປັກ​ຮັກ​ສາ​ປະ​ເທດ​ ຫວຽດ​ນາມ ແລະ ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບຕື່ມ​ອີກ.
  ເປັນ​ຄັ້ງ​ທຳ​ອິດຫໍ​ພິ​ພິ​ທະ​ພັນຮ່ອງ​ຮອຍ​ສະ​ຖານສົງ​ຄາມ (ນະ​ຄອນ​ໂຮ່​ຈິ​ມິນ) ໄດ້​ເປີດ​ໂຄງ​ການ “ຄຳ​ຄື່ນ​ແຫ່ງ​ຄວາມ​ຊົງ​ຈຳ - ຄວາມ​ມຸ່ງ​ຫວັງ​ສັນ​ຕິ​ພາບ” ​ນຳ​ຜ​ະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ​ຍາມຄ່ຳ​ຄືນ​ມາ​ຮັບ​ໃຊ້​ມະ​ຫາ​ຊົນ (ພາບ: VNA))  
ຕອນ​ຄ່ຳ​ວັນ​ທີ 23 ພະ​ຈິກ, ຫໍ​ພິ​ພິ​ທະ​ພັນຮ່ອງ​ຮອຍ​ສະ​ຖານສົງ​ຄາມ (ນະ​ຄອນ​ໂຮ່​ຈິ​ມິນ) ໄດ້​ເປີດ​ໂຄງ​ການ “ຄຳ​ຄື່ນ​ແຫ່ງ​ຄວາມ​ຊົງ​ຈຳ - ຄວາມ​ມຸ່ງ​ຫວັງ​ສັນ​ຕິ​ພາບ”, ເປັນ​ຄັ້ງ​ທຳ​ອິດ​ໄດ້​ນຳ​ຜ​ະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ​ຍາມ​ຄ່ຳ​ຄືນ​ມາ​ຮັບ​ໃຊ້​ມະ​ຫາ​ຊົນ. ໂດຍ​ປະ​ສົມ​ປະ​ສານ​ ​ເອ​ກະ​ສານ, ວັດ​ຖຸ​ພັນ​ກັບ​ການວາງ​ສະ​ແດງ​ ແລະ ເຕັກ​ໂນ​ໂລ​ຢີສາຍ​ຮູບ​ເງົາ 3D mapping, ລາຍ​ການ​​ໄດ້​ສ້າງໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ, ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ, ຊອກ​ຮູ້​ປະ​ຫວັດ​ສາດ​ການ​ຕໍ່​ສູ້​ປົດ​ປັກ​ຮັກ​ສາ​ປະ​ເທດ​ ຫວຽດ​ນາມ ແລະ ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບຕື່ມ​ອີກ. ລາຍ​ການ​ເຊື່ອມ​ຕໍ່​ສາມ​ສະ​ຖາ​ນ​ທີ່​ວາງ​ສະ​ແດງ​ຕາມ​ຫົວ​ຂໍ້ “ຈາກທ້ອງ​ຟ້າ​ຮ່າ​ໂນ້ຍ ຕະຫຼອດ​ຮອດ​ປະ​ຕູ​ແຫ່ງ​ຄວາມ​ເສ​ລີ​ພາບ”. ວິ​ວັດ​ການ​ນຳ​ແຂກ​ທ່ອງ​ທ່ຽວ​ກັບ​ຄືນ​ສູ່​ໄລ​ຍະ​ຕໍ່​ສູ້ 12 ວັນ ແລະ ຄືນເມື່ອ​ທ້າຍ​ປີ 1972, ຊອກ​ຮູ້​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ Paris, ເຫັນ​ປະ​ຈັກ​ຕາ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ລຳ​ບາກ​ຂອງ​ບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ​ຢູ່​ຄຸກ​ກົນ​ດາວ ແລະ ສິ້ນ​ສຸດ​ລົງ​ຢູ່ ຫໍ​ລະ​ຄັງ​ສັນ​ຕິ​ພາບ, ວັດ​ຖຸ​ພັນ​ໄດ້ເຮັດ​ມາ​ຈາກ​ເປືອກ​ລູກ​ລະ​ເບີດ​ຂອງ​ອາ​ເມ​ລິ​ກາ.

top