ຂ່າວສານ

ຫໍພິພິຕະພັນຊົນເຜົ່າວິທະຍາ ຫວຽດນາມ ໄດ້ຮັບນາມມະຍົດ “ສະຖານທີ່ທ່ອງທ່ຽວແຖວໜ້າຢູ່ ຫວຽດນາມປີ 2017”

      ຫໍພິພະຕະພັນຊົນເຜົ່າວິທະຍາ ຫວຽດນາມ ຫາກໍ່ໄດ້ຮັບນາມມະຍົດ ສະຖານທີ່ທ່ອງທ່ຽວແຖວໜ້າຂອງ ຫວຽດນາມ ໃນປີ 2017” ໃນພິທິເຊີດຊູບັນດາວິສາຫະກິດທ່ອງທ່ຽວແຖວໜ້າ ຫວຽດນາມ. 

ເຮືອນຮ້ານໃນຫໍພິພິຕະພັນຊົນເຜົ່າວິທະຍາ
      ນີ້ແມ່ນຄັ້ງທີ 3 ຢ່າງລຽນຕິດທີ່ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ໄດ້ຮັບນາມມະຍົດອັນສູງສົ່ງໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວມອບໃຫ້ເພື່ອແນໃສ່ເຊີດຊູບັນດາສະຖານທີ່ພົ້ນເດັ່ນ, ເຊິ່ງນັກທ່ອງທ່ຽວ ແລະ ບັນດາບໍລິສັດທ່ອງທ່ຽວນິຍົມທີ່ສຸດໃນປີ. ຫໍພິພິຕະພັນສ້າງຄວາມດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ບໍ່ພຽງແຕ່ຜ່ານຄຸນຄ່າວັດທະນະທຳຂອງບັນດາວັດຖຸພັນເທົ່ານັ້ນ ຫາກຍັງຜ່ານສະພາບສິ່ງແວດລ້ອມ, ຄຸນນະພາບການບໍລິການຮັບໃຊ້ແຂກທ່ອງທ່ຽວ. ການເຄື່ອນໄຫວ ແຕ່ລະຢ່າງຂອງຫໍພິພິຕະພັນລ້ວນແຕ່ມຸ່ງໄປເຖິງບັນດາການຄົ້ນຫາສິ່ງທີ່ໃໝ່ອ່ຽມ, ສ້າງຄວາມດຶງດູດໃຫ້ແກ່ແຂກທ່ອງທ່ຽວ.
 (ແຫຼ່ງຄັດຈາກ VOV)

top