ຊາວເຜົ່າ ເກີຕູ ຢູ່ເຂດພູດອຍ ແຂວງ ກວາງນາມ ຖືວ່າ ຫໍ ກວນ ແມ່ນຫໍ ສັກສິດ ທີ່ຂາດບໍ່ໄດ້ ໃນຊີວິດວັດທະນະທຳ-ສັງຄົມ ແລະ ຈິດໃຈ ຂອງຕົນ. ຫໍ ກວນ ບໍ່ພຽງແຕ່ເປັນເອກະລັກ ທາງດ້ານສະຖາປັດຕະຍະກໍາເທົ່ານັ້ນ, ແຕ່ຍັງເປັນບ່ອນ ຕິດພັນກັບກິດຈະກໍາ ທີ່ສໍາຄັນ ຂອງ ຊຸມຊົນເຊັ່ນ: ງານບຸນ ຄ້ອງ, ຟ້ອນ ເຂນ ແລະ ການປະຊຸມ ປຶກສາຫາລື ກ່ຽວກັບ ບັນຫາສໍາຄັນ ຂອງບັນດາຜູ້ເຖົ້າຜູ້ແກ່ພາຍໃນບ້ານ.
ຊາວເຜົ່າ ເກີຕູ ຢູ່ເຂດພູດອຍ ແຂວງ ກວາງນາມ ຖືວ່າ ຫໍ ກວນ ແມ່ນຫໍ ສັກສິດ ທີ່ຂາດບໍ່ໄດ້ ໃນຊີວິດວັດທະນະທຳ-ສັງຄົມ ແລະ ຈິດໃຈ ຂອງຕົນ. ຫໍ ກວນ ບໍ່ພຽງແຕ່ເປັນເອກະລັກ ທາງດ້ານສະຖາປັດຕະຍະກໍາເທົ່ານັ້ນ, ແຕ່ຍັງເປັນບ່ອນ ຕິດພັນກັບກິດຈະກໍາ ທີ່ສໍາຄັນ ຂອງ ຊຸມຊົນເຊັ່ນ: ງານບຸນ ຄ້ອງ, ຟ້ອນ ເຂນ ແລະ ການປະຊຸມ ປຶກສາຫາລື ກ່ຽວກັບ ບັນຫາສໍາຄັນ ຂອງບັນດາຜູ້ເຖົ້າຜູ້ແກ່ພາຍໃນບ້ານ.
ຫໍ ກວນ ແມ່ນຈິດວິນຍານ ແລະ ສະຖານທີ່ສັກສິດ ຂອງ ຊາວເຜົ່າ ເກີຕູ. ພາບ: ແທງຮ່ວາ/VNP
ເຂດພູດອຍແຂວງ ກວາງນາມ ມີຫຼາຍຊົນເຜົ່າ ດຳລົງຊີວິດ ຢູ່ຮ່ວມກັນຄື: ແວ, ຕຣຽງ, ເຊີດັງ, ກໍເຣີ, ກາດົງ, ເກີຕູ... ມີຈຳນວນ ປະຊາ ກອນ ເກືອບ 160.000 ຄົນ, ກວມປະມານ 7,5% ຈຳນວນປະຊາກອນ ໃນທົ່ວແຂວງ ອັນໄດ້ສ້າງໃຫ້ ກວາງນາມ ມີພື້ນຖານ ວັດທະນະທຳ ພື້ນເມືອງ ສຸດທີ່ຫຼາກຫຼາຍ ແລະ ອຸດົມສົມບູນ.
ເມື່ອເວົ້າເຖິງຊາວເຜົ່າ ເກີຕູ ທີ່ມີປະຊາກອນ ກ່ວາ 50.000 ຄົນນີິ້ ກໍຕ້ອງເວົ້າເຖິງ ຫໍ ກວນ, ແມ່ນສະຖາປັດຕະຍະກຳ ທີ່ເປັນເອກະລັກ ຊຶ່ງແມ່ນຜະລິດຕະພັນ ວັດທະນະທຳ ທີ່ມີມາແຕ່ດົນນານ ແລະຍາມໃດກໍ່ມີບົດບາດສຳຄັນ ໃນຊີວິດ ຂອງ ຊາວເຜົ່າ ເກີຕູ.
ຫໍ ກວນ ແມ່ນກິດຈະກຳ ສະຖາປັດຕະຍະກຳ ທີ່ເປັນເອກະລັກ ສະແດງໃຫ້ເຫັນ ວັດທະນະທຳ, ຮີດຄອງປະເພນີ ແລະ ວິຖີການດຳລົງຊີວິດຂອງຊາວເຜົ່າ ເກີຕູ. ພາບ: ແທງຮວາ/VNP
ສຳລັບຊາວເຜົ່າ ເກີຕູ, ຫໍ ກວນ ແມ່ນເຮືອນລວມໝູ່, ໄດ້ຮັບການກໍ່ ສ້າງ ດ້ວຍຄວາມມານະພະຍາຍາມຂອງທຸກຄົນໃນໝູ່ບ້ານ. ຕາມຄວາມເຊື່ອ ຂອງ ຊາວເຜົ່າ ເກີຕູ, ຫໍ ກວນ ແມ່ນສະຖານທີ່ ສັກສິດ, ເປັນບ່ອນຢູ່ອາໄສ ຂອງ ເທວະດາຟ້າແຖນ ຂອງ ປູ່ຍ່າຕາຍາຍ, ບັນ ພະບຸລຸດຂອງເຂົາເຈົ້າ.
ໂດຍປົກກະຕິ, ຫໍ ກວນ ຖືກສ້າງຂຶ້ນໃນຕອນດິນກວ້າງ ແລະ ຢູ່ໃຈ ກາງຂອງບ້ານ. ນອກຈາກ ຫໍກວນ ໃຫຍ່ຂອງບ້ານ, ຍັງມີບັນດາ ຫໍກວນນ້ອຍ ປະຈໍາຕະກຸນ. ກວນ ແມ່ນບ່ອນທີ່ຜູ້ເຖົ້າແກ່ຂອງບ້ານພົບປະປຶກສາຫາລືກັນ ແລະ ຕັດສິນໃຈ ກ່ຽວກັບບັນຫາສຳຄັນ ຂອງຊາວບ້ານ, ທັງແມ່ນບ່ອນຈັດຕັ້ງງານບຸນ ຕາມຮີດຄອງປະເພນີຄື: ບຸນເຂົ້າໃໝ່, ພິທີສາບານຕົວເປັນອ້າຍນ້ອງ ລະຫວ່າງ 2 ໝູ່ບ້ານເຜົ່າ ເກີຕູ, ພິທີສະຫຼອງລະດູການເກັບກ່ຽວ ໄດ້ຮັບຜົນດີ...
ຮູບແກະສະຫຼັກ ປະດັບປະດາ ຢູ່ຫໍ ກວນ ແມ່ນ ສະທ້ອນເຖິງບັນດາປະກົດການ ທາງທຳມະຊາດ ແລະ ວິຖີຊີວິດການເປັນຢູ່ ຂອງຊາວເຜົ່າ ເກີຕູ. ພາບ: ແທງຮ່ວາ/VNP
ຕາມຜູ້ເຖົ້າຜູ້ແກ່ ທີ່ມີຄວາມຮອບຮູ້, ຫໍ ກວນ ຂອງ ຊາວເຜົ່າ ເກີຕູ ລວມມີ 3 ປະເພດຄື: ກວນ ດວນ ມີຮູບກຸບຂວ້ຳ, ເປັນທີ່ນິຍົມຂອງຊາວເຜົ່າ ເກີຕູ ຢູ່ເຂດລຸ່ມ; ກວນ ເຈີຣີ ໝົກ ມີຫຼັງຄາຮູບມົນຢູ່ສອງສົ້ນ, ເປັນທີ່ນິຍົມຂອງຊາວເຜົ່າ ເກີຕູ ຢູ່ພາກກາງ ແລະ ກວນ ປາຕາຕັນ ພື້ນ ປູດ້ວຍໄມ້, ເປັນທີ່ນິຍົມຂອງຊາວເຜົ່າ ເກີຕູ ຢູ່ເຂດສູງ.
ຫໍ ກວນ ເປັນສະຖານທີ່ຈັດກິດຈະກໍາ ທີ່ສໍາຄັນຕ່າງໆ ຂອງຊາວ ບ້ານ. ພາບ: ແທງຮ່ວາ/VNP
ກ່ຽວກັບດ້ານສະຖາປັດຕະຍະກຳ, ຫໍ ກວນ ແມ່ນເຮືອນຮ້ານໄມ້ ແບບດັ້ງເດີມ, ມີຫຼັງຄາມຸງດ້ວຍໃບໄມ້ທີ່ສູງຊັນ. ຫຼັງຄາ ຂອງຫໍກວນ ຈະມຸງໜາຫຼາຍຊັ້ນ. ຢູ່ຕາມຝາ ມີຮູບແກະສະຫຼັກ ທ່ີຫຼາກຫຼາຍຮູບ ແບບ ຊຶ່ງສະແດງໃຫ້ເຫັນ ສະພາບການດຳລົງຊີວິດປະຈຳວັນ ຂອງຊາວເຜົ່າ ເກີຕູເຊັ່ນ: ສັດ, ຕົ້ນໄມ້ໃບຫຍ້າ, ການຟ້ອນຄ້ອງ, ລ່າສັດ ປ່າ ຂອງ ຊາຍໜຸ່ມ, ຍິງສາວ ເກີຕູ. ເຖິງວ່າ ບັນດາຮູບ ແກະສະ ຫຼັກ ຈະມີເສັ້ນລວດລາຍທີ່ລຽບງ່າຍ, ແຕ່ມີຊີວິດຊີວາ ແລະ ຊື່ຕົງ, ສະແດງໃຫ້ເຫັນ ຄວາມສວຍງາມ ທີ່ບໍລິສຸດ ຂອງ ຊາວເຜົ່າ ເກີຕູ.
ໂຄງສ້າງຂອງ ຫໍ ກວນ ຍາມໃດກໍມີເສົາຂະໜາດໃຫຍ່ (ເສົາເອກ)ຢູ່ເຄິ່ງກາງ, ອ້ອມຮອບດ້ວຍເສົາຂະໜາດນ້ອຍຈໍານວນຫຼາຍ ຊຶ່ງເຊື່ອມຕໍ່ກັນ ເພື່ອສ້າງເປັນໂຄງສ້າງທີ່ແໜ້ນໜາ. ຊາວເຜົ່າ ເກີຕູ ເອີ້ນເສົາໃຫຍ່ວ່າ ເສົາພໍ່ ເພາະພວກເຂົາຢຶດຖື ລະບົບສັງຄົມຜູ້ຊາຍເປັນໃຫ່ຍ. ເສົາໃຫຍ່ຢູ່ກາງ ຫໍ ກວນ ແມ່ນຕົວແທນໃຫ້ແກ່ຫົວໃຈ, ອຳນາດ ແລະ ກຳລັງແຮງຂອງໝູ່ບ້ານ. ເສົາຍິ່ງໃຫຍ່, ອຳນາດຂອງໝູ່ບ້ານ ກໍ່ຍິ່ງໃຫຍ່ຂຶ້ນ.
ຊາວເຜົ່າ ເກີຕູ ເຊື່ອວ່າ ຢູ່ພາຍໃນເສົາເອກ, ຝາ, ພື້ນ... ຂອງຫໍຕ່າງໆ ມີດວງວິນຍານ ຂອງ ບັນພະບຸລຸດ ແລະ ປູ່ຍ່າຕາຍາຍ ອາ ໄສ ຢູ່ທີ່ນັ້ນ. ເພາະສະນັ້ນ, ເຂົາເຈົ້າຖືວ່າ ຮັກສາໄດ້ ຫໍກວນ ໝາຍຄວາມວ່າ ຮັກສາໄດ້ຈິດວິນຍານ ຂອງເຂົາເຈົ້າ, ການຮັກສາໄດ້ ຫໍ ກວນ ໝາຍຄວາມວ່າ ຮັກສາໄດ້ຊີວິດທາງດ້ານຈິດໃຈ ຂອງ ປະຊາຄົມຊາວເຜົ່າ ເກີດຕູ. ຖ້າ ຫໍ ກວນ ຖືກສູນເສຍ ໝາຍຄວາມວ່າ ທຸກສິ່ງທຸກຢ່າງ ຈະສູນເສຍ ແລະ ຈິດວິນຍານ ຂອງ ຊາວເຜົ່າ ເກີຕູ ກໍ່ຈະສິ້ນໄປ.
- ບົດ ແລະ ພາບໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ