ຂ່າວສານ

ຫຼາຍ​ປະ​ເທດ​ໃນ​ໂລກ ພວມ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ໃນສະພາບການປະກົດມີ ເຊື້ອໄວຣັດກາຍພັນ Omicron, ຫຼາຍປະເທດໃນໂລກ ພວມຄຸ້ມເຂັ້ມມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ເພີ່ມທະວີການສັກວັກຊິນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 2 ທັນວາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກ່ວາ 263,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,24 ລ້ານຄົນ. ປະເທດໄດ້ຮັບຜົນສະທ້ອນຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດຫຼາຍກ່ວາ 804.000 ຄົນໃນຍອດຈຳນວນຜູ້ຕິດເຊື້ອ 49,5 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໃນສະພາບການປະກົດມີ ເຊື້ອໄວຣັດກາຍພັນ Omicron, ຫຼາຍປະເທດໃນໂລກ ພວມຄຸມເຂັ້ມມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ເພີ່ມທະວີການສັກວັກຊິນ.

ຢູ່ ອາເມລິກາ, ສູນຄວບຄຸມ ແລະ ປ້ອງກັນ, ຕ້ານພະຍາດຕິດແປດ (CDC) ໃຫ້ຮູ້ວ່າ ຈະຮຽກຮ້ອງໃຫ້ແຂກທ່ອງທ່ຽວສາກົນທີ່ ເຂົ້າເມືອງປະເທດນີ້ ຕ້ອງກວດເຊື້ອ ໂຄວິດ - 19 ກ່ອນ, ໂດຍບໍ່ສົນວ່າໄດ້ສັກວັກຊິນຫຼືຍັງ. ມາດຕະການນີ້ ຈະໄດ້ປະກາດຢ່າງເປັນທາງການພາຍຫຼັງສ້າງຂໍ້ກຳນົດສົມບູນແບບ.
(ແຫຼ່ງຄັດຈາກ VOV)

top