ຂ່າວສານ

ຫຼາຍ​ປະ​ເທດ​ຖະ​ແຫຼງ​ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ແກ່ ຢູ​ແກຼນ

ພາຍລັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງຢຸດຕິການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກຼນ, ຫຼາຍປະເທດໄດ້ຖະແຫຼງສືບຕໍ່ໜູນຊ່ວຍໃຫ້ແກ່ ຢູແກຼນ.
ການນຳອັງກິດ, ຝລັ່ງ ແລະ ຢູແກຼນ ເຂົ້າຮ່ວມກອງປະຊຸມສຸດຍອດ ເອີຣົບ ກ່ຽວກັບບັນຫາຢູແກຼນ ຢູ່ ລອນດອນ (ພາບ: THX/TTXVN)

ວັນທີ 04 ມີນາ, ອັງກິດ ຖະແຫຼງວ່າ ພວມ “ສຸມໃສ່” ການຮັບປະກັນສັນຕິພາບຢູ່ ຢູແກຼນ. ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານຮອງນາຍົກລັດຖະມົນຕີ ອັງກິດ Angela Rayner ໃຫ້ຮູ້ວ່າ ລັດຖະບານ ອັງກິດ ພວມສຸມໃສ່ໜູນຊ່ວຍໃຫ້ແກ່ ຢູແກຼນ ແລະ ພວມມານະພະຍາຍາມນຳ ອາເມລິກາ ເຂົ້າຮ່ວມການເຈລະຈາພ້ອມກັບບັນດາຄູ່ຮ່ວມມື ເອີຣົບ ແລະ ຢູແກຼນ.

        ກໍໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຊັກໂກ Jana Cernochova ຖືເລື່ອງ ອາເມລິກາ ຢຸດຕິການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກຼນ ແມ່ນສິ່ງທີ່ໜ້າເສຍດາຍ, ພ້ອມທັງຫວັງວ່າ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ອາດຈະຊອກຫາສຽງເວົ້າລວມຍິ່ງໄວກໍຍິ່ງດີ ແລະ ວໍຊິງຕັນ ຈະຟື້ນຟູການຊ່ວຍເຫຼືອ ກີແອັບ ຄືນໃໝ່.

        ທ່ານ Lee Jae Woong ໂຄສົກກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ສ.ເກົາຫຼີ ຈະສືບຕໍ່ມານະພະຍາຍາມໜູນຊ່ວຍຟື້ນຟູສັນຕິພາບ ແລະ ສ້າງສາ ຢູແກຼນ ຄືນໃໝ່ຢ່າງວ່ອງໄວ.


top