ຂ່າວສານ

ຫຼາຍແຂວງພາກໃຕ້ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພິທີບູຊາເຈົ້າຊີວິດ ຮຸ່ງ

ນະຄອນ ເກິນເທີ ໄດ້ຈັດການພົບປະ, ຫວນຄືນມູນເຊື້ອຕໍ່ສູ້ສະຫງ່າອົງອາດຂອງຊຸມເດືອນ ເມສາ 1975 ປະຫວັດສາດ
  (ວັນບຸນເຂົ້າໜົມພື້ນເມືອງທາງພາກໃຕ້ ຫວຽດນາມ ຄັ້ງທີ 3)  

ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2023) ແລະ ວັນ ບູຊາເຈົ້າຊີວິດ ຮຸ່ງ (10 ເດືອນ 03 ໄລ່ຕາມຈັນທະປະຕິທິນ), ບັນດາແຂວງ, ນະຄອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຈັດການເຄື່ອນໄຫວມີຄວາມໝາຍຫຼາຍຢ່າງ.

ຕອນເຊົ້າວັນທີ 28 ເມສາ, ນະຄອນ ເກິນເທີ ໄດ້ຈັດການພົບປະ, ຫວນຄືນມູນເຊື້ອຕໍ່ສູ້ສະຫງ່າອົງອາດຂອງຊຸມເດືອນ ເມສາ 1975 ປະຫວັດສາດ; ຫວນຄືນຊີວິດ ແລະ ພາລະກິດແຫ່ງການປະຕິວັດຂອງປະທານ ໂຮ່ຈີມິນ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນແຂວງ ວິ້ງລອງ ໄດ້ໄປໄຫວ້ອາໄລຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ. ໃນຂະນະນັ້ນ, ຢູ່ຫໍພິພິຕະພັນ ວິ້ງລອງ ໄດ້ຈັດພິທີບູຊາເຈົ້າຊີວິດ ຮຸ່ງ. ສ່ວນຢູ່ແຂວງ ກ່າເມົາ ພວມຈັດວັນບຸນເຂົ້າໜົມພື້ນເມືອງທາງພາກໃຕ້ ຫວຽດນາມ ຄັ້ງທີ 3. ວັນບຸນນີ້ຈັດຂຶ້ນແຕ່ວັນທີ 26 ເມສາ ຫາວັນທີ 03 ພຶດສະພາ, ແນະນຳເຂົ້າໜົມນັບສີບຊະນິດທີ່ແຕກຕ່າງກັນຂອງ 28 ຫົວໜ່ວຍມາຈາກບັນດາແຂວງ, ນະຄອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.


top