ຂ່າວສານ

ຫຼາຍປະເທດເອີລົບຜັນຂະຫຍາຍບັນດາມາດຕະການຮັບມືຢ່າງຮີບດ່ວນກັບໂລກລະບາດ Covid-19

ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດ Covid-19, ຫຼາຍປະເທດຢູ່ ເອີລົບ ໄດ້ປະກາດບັນດາມາດຕະການຮັບມືຢ່າງຮີບດ່ວນ.


ຫຼາຍປະເທດເອີລົບຜັນຂະຫຍາຍບັນດາມາດຕະການຮັບມືຢ່າງຮີບດ່ວນກັບໂລກລະບາດ Covid-19

(ພາບປະກອບ: THX/TTXVN)


ຕອນຄ່ຳວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີອີຕາລີ Giuseppe Conte ໄດ້ແຈ້ງໃຫ້ຢຸດຕິທຸກການເຄື່ອນໄຫວດ້ານການຄ້າ, ເວັ້ນເສຍແຕ່ບັນດາຮ້ານຂາຍຢາ ແລະ ຮ້ານຂາຍສະບຽງອາຫານ, ເພື່ອແນໃສ່ສະກັດກັ້ນໂລກລະບາດ Covid-19 ແຜ່ລະບາດ.

        ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນວັນທີ 11 ມີນາ, ທ່ານ Gergely Gulyas, ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີຮຸງກາຣີ ໄດ້ແຈ້ງໃຫ້ຊາບວ່າ, ລັດຖະບານປະເທດນີ້ໄດ້ປະກາດລັດຖະດຳລັດກ່ຽວກັບສະພາວະສຸກເສີນ, ໃນນັ້ນໄດ້ຈັດວາງບັນດາມາດຕະການຮີບດ່ວນລວມມີ: ຫ້າມເຂົ້າເມືອງສຳລັບຊາວຕ່າງປະເທດທີ່ມາຈາກ 4 ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ Covid-19 ຄື ອີຕາລີ, ສ.ເກົາຫຼີ, ອີຣານ ແລະ ຈີນ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໂປໂລຍ Mateusz Morawiecki ຖະແຫຼງວ່າ, ປະເທດນີ້ໄດ້ຕົກລົງປິດປະຕູທຸກຮາກຖານການສຶກສາ ແລະ ວັດທະນະທຳເປັນເວລາ 2 ອາທິດ. ການໃຫ້ບຸລິມະສິດຂອງໂປໂລຍ ໃນຈຸດເວລານີ້ແມ່ນຕ້ານຄືນໂລກພະຍາດ Covid-19 ແຜ່ລະບາດ.

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ສະໂລວາກີ Peter Pellegrini ກໍ່ຖະແຫຼງວ່າ, ປະເທດນີ້ຕົກລົງປະກາດສະພາວະສຸກເສີນ ໂດຍມີຜົນສັກສິດນັບແຕ່ວັນທີ 12 ມີນາ.

        ກ່າວຄຳເຫັນທີ່ກອງປະຊຸມຂ່າວເຊິ່ງໄດ້ເຕົ້າໂຮມຜິດປົກກະຕິໃນຕອນຄ່ຳວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen ໃຫ້ຮູ້ວ່າ, ປະເທດນີ້ຈະອັດປະຕູໂຮງຮຽນ ແລະ ໂຮງລ້ຽງເດັກຂອງລັດທັງໝົດ ເພື່ອແນໃສ່ຫຼຸດຜ່ອນສະພາບແຜ່ລະບາດຂອງໂລກພະຍາດ Covid-19.

 (ແຫຼ່ງຄັດຈາກ VOV)


top