ຂ່າວສານ

ຫຼາຍປະເທດສະແດງຄວາມຫວັງຢາກຮັບເອົາແຮງງານຫວຽດນາມ

      ທາງກະຊວງກໍມຸ້ງໄປສູ່ການສົ່ງອອກແຮງງານໄປເຮັດວຽກຢູ່ຕະຫຼາດໃໝ່ ດ້ວຍຄຸນນະພາບສູງ ແລະ ລາຍຮັບເປັນປົກກະຕິ.

(ພາບປະກອບ: TTXVN) 
      ປີີ 2019, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສືບຕໍ່ຜັນຂະຫຍາຍບັນດາວິທີການແກ້ໄຂ ເພື່ອພັດທະນາຕະຫຼາດສົ່ງອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ ຕາມສັນຍາ. ພ້ອມກັນນັ້ນ, ທາງກະຊວງກໍມຸ້ງໄປສູ່ການສົ່ງອອກແຮງງານໄປເຮັດວຽກຢູ່ຕະຫຼາດໃໝ່ ດ້ວຍຄຸນນະພາບສູງ ແລະ ລາຍຮັບເປັນປົກກະຕິ. ທ່ານ ຫງວຽນຢາລຽມ ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໃຫ້ຮູ້ວ່າ:
        “ປັດຈຸບັນ, ຫຼາຍປະເທດພວມສົນໃຈຕໍ່ການຮັບເອົາແຮງງານຫວຽດນາມ ຄື ຢູ່ເອີຣົບຕາເວັນອອກ ກໍມີຄວາມຫວັງ ຢາກເຊັນສັນຍາຮ່ວມມືກັບຫວຽດນາມ. ນອກຈາກນັ້ນ, ບາງປະເທດຢູ່ຕາເວັນອອກກາງ ກໍເລີ່ມມີຄວາມສົນໃຈ ຄື ຄູເວດ, ສະຫະລັດ ອາຣັບ ເອມີເລດ...
 (ແຫຼ່ງຄັດຈາກ VOV)


top