ຂ່າວສານ

ຫຼາຍປະເທດຕີລາຄາສູງຜົນສຳເລັດຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

     ຜົນສຳເລັດຂອງ ຫວຽດນາມ ຕໍ່ໜ້າໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ນັກລົງທຶນສາກົນຖື ຫວຽດນາມແມ່ນປະເທດຍຸດທະສາດເພື່ອເຂົ້າມາລົງທຶນ. 

 ບົດຂຽນຂອງທ່ານAgus Marwan,ໃນໜັງສືພິມ Kontanປະເທດອິນໂດເນເຊຍ
      ນີ້ແມ່ນຂໍ້ສັງເກດຂອງທ່ານ Agus Marwan, ເລຂາທິການໃຫຍ່ກອງປະຊຸມເວທີປາໄສວັນນະຄະດີອີນໂດເນເຊຍ ໃນບົດຂຽນ “ ເຄັດລັບເສດຖະກິດຂອງ ຫວຽດນາມ ຕໍ່ໜ້າໂລກລະບາດໂຄວິດ-19” ທີ່ຫາກໍ່ໄດ້ລົງພິມ.
            ໃນບົດຂຽນ, ນັກຮຽນຮູ້ອີນໂດເນເຊຍ  ໄດ້ເຕື້ອງເຖິງບັນດາຜົນກະທົບຕໍ່ເສດຖະກິດ ຫວຽດນາມ ຂອງໂລກລະບາດໂຄວິດ-19, ຍຸດທະສາດເສດຖະກິດຂອງ ຫວຽດນາມ ໃນການຮັບມືກັບບັນດາຜົນສະທ້ອນຂອງໂລກລະບາດໂຄວິດ-19 ແລະ ອະນາຄົດຂອງພື້ນຖານເສດຖະກິດ ຫວຽດນາມ ພາຍຫຼັງໂລກລະບາດໂຄວິດ-19. ຜູ້ຂຽນໃຫ້ຂໍ້ສັງເກດວ່າໃນຂະນະທີ່ບັນດາປະເທດພວມປະສົບກັບຄວາມຫຍຸ້ງຍາກໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19ນັ້ນ, ແຕ່ ຫວຽດນາມ ແມ່ນປະເທດທີ່ຍັງຄົງມີລະດັບການເຕີບໂຕດ້ານເສດຖະກິດສູງສຸດຢູ່ ອາຊຽນ.
            ໃນຂະນະນັ້ນ, ຕາມສຳນັກຂ່າວສານ Bloomberg(ອາເມລິກາ) ຫາກໍ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນແບບຢ່າງໃຫ້ທົ່ວໂລກຮ່ຳຮຽນກ່ຽວກັບການຟື້ນຟູການທ່ອງທ່ຽວຄືນໃໝ່ພາຍຫຼັງໂລກລະບາດໂຄວິດ-19, ໃນນັ້ນສຸມໃສ່ນັກທ່ອງທ່ຽວພາຍໃນປະເທດ. ນັກຂຽນ Clara Ferreira Marques ຢູ່ Bloomberg ຖືວ່າ ຫວຽດນາມ ຍູ້ຖອຍ ແລະ ສາມາດຄວບຄຸມໂລກລະບາດໂຄວິດ-19ໄດ້ກໍ່ມີ  ຄວາມໝາຍຄືກັນກັບການທ່ອງທ່ຽວພາຍໃນມີຄວາມສາມາດກັບຄືນສູ່ປົກກະຕິ.
(ແຫຼ່ງຄັດຈາກ VOV)


top