ຂ່າວສານ

ຫຼາຍປະເທດກຳລັງຜັນຂະຫຍາຍການສັກວັກຊິນເຂັມເພີ່ມເຕີມ

      ທ່ານປະທານາທິບໍດີ Joko Widodo ຕົກລົງເລີ່ມປະຕິບັດລາຍການສັກເພີ່ມວັກຊິນອີກເຂັມໜຶ່ງໃຫ້ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປຕາມຂໍ້ແນະນຳຂອງ ອົງການອະນາໄມໂລກ (WTO) ແລະ ໄດ້ສຳເລັດໃນການສັກເຂັມທີສອງໄດ້ 06 ເດືອນ.
ອິນໂດເນເຊຍ ຈະສັກວັກຊິນ ປ້ອງກັນ ໂຄວິດ-19 ອີກເຂັມໜຶ່ງເພີ່ມໃຫ້ແກ່ 21 ລ້ານຄົນ
(ພາບປະກອບ: THX/TTXVN)
      ວັນທີ 3 ມັງກອນ, ທ່ານລັດຖະມົນຕີ ກະຊວງສາທະລະນະສຸກ ອິນໂດເນເຊຍ Budi Gunadi Sadikin ໃຫ້ຮູ້ວ່າ ປະເທດ ອິນໂດເນເຊຍ ຈະສັກວັກຊິນ ປ້ອງກັນ ໂຄວິດ-19 ອີກເຂັມໜຶ່ງເພີ່ມໃຫ້ແກ່ 21 ລ້ານຄົນ ພາຍໃນ ເດືອນມັງກອນນີ້. ກ່າວຄຳເຫັນພາຍຫຼັງກອງປະຊຸມຕີລາຄາ ຄຳສັ່ງຈຳກັດບັນດາການເຄື່ອນໄຫວໃນຊຸມຊົນ( PPKM), ທ່ານລັດຖະມົນ Budi Gunadi Sadikin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Joko Widodo ຕົກລົງເລີ່ມປະຕິບັດລາຍການສັກເພີ່ມວັກຊິນອີກເຂັມໜຶ່ງໃຫ້ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປຕາມຂໍ້ແນະນຳຂອງ ອົງການອະນາໄມໂລກ (WTO) ແລະ ໄດ້ສຳເລັດໃນການສັກເຂັມທີສອງໄດ້ 06 ເດືອນ.
        ຢູ່ທະວີບອາເມລິກາ,  ປະເທດ Venezuela ກໍ່ໄດ້ເຄື່ອນໄຫວບັ້ນສັກວັກຊິນກັນ ໂຄວິດ-19ເຂັມເພີ່ມເຕີມ, ເລີ່ມແຕ່ພະນັກງານ ສາທາລະນະສຸກ  ແລະ ຫຼັງຈາກນັ້ນແມ່ນບຸກຄົນທີ່ມີອາຍຸ 60 ປີ ຂື້ນໄປທີ່ໄດ້ສັກຄົບປະລິມານຂັ້ນພື້ນຖານ 06 ເດືອນ ກ່ອນໜ້ານີ້. ໃນຄະນະນັ້ນ, ໃນວັນທີ 3 ມັງກອນ ອົງການຄຸ້ມຄອງອາຫານ ແລະ ການຢາ ອາເມລິກາ (FDA) ໄດ້ເປີດກວ້າງການນຳໃຊ້ວັກຊິນກັນ ໂຄວິດ-19 ເຂັມ 03 ຂອງ (FDA) ໃຫ້ແກ່ເຍົາວະຊົນທີ່ມີອາຍຸແຕ່ 12-15 ປີ ກໍ່ໄດ້ຫຍໍ້ເວລາລົງລະຫວ່າງເຂັມ 02 ແລະ ເຂັມ 03  ແຕ່ 06ເດືອນ ເຫຼືອພຽງແຕ່ 05 ເດືອນ.
(ແຫຼ່ງຄັດຈາກ VOV)

top