ຂ່າວສານ

ຫຼາຍປະເທດ ອາຊີ ຄ່ອຍໆກັບຄືນສູ່ການເຄື່ອນໄຫວປົກກະຕິ

ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດຕອນເຊົ້າວັນທີ 27 ເມສາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 510,6 ລ້ານຄົນ ແລະ ມີຜູ້ເສຍຊີວິດ 6,2 ລ້ານຄົນ.
  ບ່ອນສັກວັກຊິນແຫ່ງໜຶ່ງຢູ່ ຍີ່ປຸ່ນ (ພາບ: TTXVN)  

 ຢູ່ອາຊີຕາເວັນອອກສ່ຽງໃຕ້, ລາວ ຄາດວ່າຈະເປີດປະຕູໃນຂອບເຂດທົ່ວປະເທດນັບແຕ່ຕົ້ນເດືອນພຶດສະພາເປັນຕົ້ນໄປ. ສຳລັບລະບຽບການອະນຸຍາດໃຫ້ເຂົ້າເມືອງ ກໍຈະຄືກັນກັບກ່ອນໄລຍະເກີດໂລກລະບາດ ແລະ ຈະປະກອບເພີ່ມໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຄົບຕາມຈຳນວນ ແລະ ມີຜົນກວດເປັນລົບ ກ່ອນທີ່ຈະເຂົ້າເມືອງ ເພື່ອບໍ່ຕ້ອງປະຕິບັດການແຍກຕົວ.

ສ່ວນຢູ່ ກຳປູເຈຍ ໄດ້ຕັດສິນໃຈຍົກເລີກຂໍ້ກຳນົດບັງຄັບໃຫ້ໃສ່ຜ້າອັດປາກ -ດັງຢູ່ສະຖານທີ່ສາທາລະນະ.

ຢູ່ ມາເລເຊຍ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ  Khairy Jamaluddin ແຈ້ງໃຫ້ຊາບວ່າ ໄດ້ຜ່ອນຜັນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນັບແຕ່ວັນທີ 27 ເມສາ ນີ້.


top