ຂ່າວສານ

ຫຼາຍທ້ອງ​ຖິ່ນ​ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ

ວັນທີ 21 ພຶດສະພາ, ຜູ້ມີສິດເລືອກຕັ້ງຢູ່ເຂດພູດອຍ, ເຂດຊາຍແດນຂອງບັນດາແຂວງຄື ເງະອານ, ກວ໋າງບິງ, ກຽນຢາງ… ຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.
ປະຊາຊົນຢູ່ເຂດພູດອຍແຂວງ ເງະອານ ພ້ອມແລ້ວທີ່ຈະເຂົ້າຮ່ວມການປ່ອນບັດ (ພາບ: VOV)

ວຽກງານກະກຽມກໍໄດ້ປະຕິບັດເປັນທີ່ຮຽບຮ້ອຍແລ້ວ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້ກໍພ້ອມແລ້ວທີ່ຈະໄປປ່ອນບັດ. ບ້ານ ຮະເຊີນ, ຕາແສງ ເມື່ອງນອກ, ເມືອງ ເກວຟອງ ເຊິ່ງເປັນເມືອງຢູ່ເຂດຊາຍແດນຂອງ ເງະອານ ມີຜູ້ມີສິດເລືອກຕັ້ງເກືອບ 800 ຄົນ, ໃນນັ້ນ, 70% ແມ່ນຊົນເຜົ່າ ເຄີມູ໊, 30% ແມ່ນຊົນເຜົ່າຜູ້ໄທ. ນີ້ແມ່ນໜຶ່ງໃນບັນດາສະຖານທີ່ທີ່ດຳເນີນການເລືອກຕັ້ງກ່ອນເວລາກຳນົດ ຢູ່ແຂວງ ເງະອານ ຍ້ອນພູມີສັນຖານຫ່າງໄກສັບສົນ.

        ໃນວັນທີ 21 ພຶດສະພານີ້, ມີກວ່າ 200 ສະຖານທີ່ປ່ອນບັດຢູ່ 3 ເມືອງພູດອຍ ແລະ ຊາຍແດນແຂວງ ເງະອານ ນັ້ນແມ່ນ ກີ່ເຊີນ, ເຕືອງເຢືອງ, ກອນກວງ ແລະ 17 ແຫ່ງຂອງ ເມືອງ ໂບ໊ແຈກ ແລະ ເມືອງ ກວ໋າງນິງ ຂອງ ແຂວງ ກວ໋າງບິ່ງ ກໍຈະຈັດຕັ້ງໃຫ້ຜູ້ມີສິດເລືອກຕັ້ງມາປ່ອນບັດກ່ອນເວລາກຳນົດເຊັ່ນດຽວກັນ. ມາຮອດປັດຈຸບັນ, ຂອດກະກຽມໃຫ້ແກ່ການເລືອກຕັ້ງຢູ່ບັນດາທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກນີ້ ກໍໄດ້ປະຕິບັດເປັນທີ່ຮຽບຮ້ອຍແລ້ວ. ທ່ານ ຫງວຽນຫືວຮົ່ງ, ຮອງປະທານ ຄະນະກຳມະການປະຊາຊົນ ເມືອງ ໂບ໊ແຈກ ໃຫ້ຮູ້ວ່າ:

        “ບັນດາຂອດກະກຽມໃຫ້ແກ່ສະຖານທີ່ປ່ອນບັດກ່ອນເວລາກຳນົດນີ້ ໄດ້ສຳເລັດແລ້ວ. ຍ້ອນຈຳນວນຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດເປັນຈຳນວນຫຼາຍ ສະນັ້ນ ພວກຂ້າພະເຈົ້າໄດ້ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກ ກໍຄື ບັນດາຂໍ້ກຳນົດອື່ນໆກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງເຂັ້ມງວດ”.

        ວຽກງານການປ່ອນບັດເລືອກຕັ້ງຢູ່ ຕາແສງ ໂຖເຈົາ - ເຊິ່ງເປັນແຂວງຊາຍແດນຢູ່ພາກໃຕ້ຕາເວັນຕົກຂອງແຂວງ ກຽນຢາງ ກໍໄດ້ຫ້າງຫາກະກຽມຢ່າງລອບຄອບຖີ່ຖ້ວນ. ຜູ້ມີສິດເລືອກຕັ້ງເກືອບ 2000 ຄົນ ໃນຕາແສງ ກໍລໍຄອຍຮອດມື້ໄປປ່ອນບັດເລືອກເອົາບັນດາສະມາຊິກທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງພຽງພໍ ເພື່ອປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນ. 

(ແຫຼ່ງຄັດຈາກ VOV)


top