ດ້ວຍຫົວຂໍ້ “ຫວຽດນາມ ຈິດໃຈເຂັ້ມແຂງແຮງກ້າ”, ບາດແລ່ນແຕ່ລະກ້າວແມ່ນການຕອບບຸນແທນຄຸນຢ່າງເລິກເຊິ່ງຕໍ່ລຸ້ນປູ່ລຸ້ນພໍ່ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ
(ການແຂ່ງຂັນແລ່ນ ຫວຽດນາມ ຂອງຂ້ອຍ)
ການແຂ່ງຂັນແລ່ນ “ຫວຽດນາມ ຂອງຂ້ອຍ - My Vietnam 2025”, ຈັດຂຶ້ນໃນຕອນເຊົ້າວັນທີ 24 ສິງຫາ, ຢູ່ສູນງານວາງສະແດງ ຫວຽດນາມ ທີ່ຕາແສງ ດົງແອັງ, ຮ່າໂນ້ຍ ໄດ້ດຶງດູດຜູ້ເຂົ້າຮ່ວມປະມານ 20.000 ຄົນ. ດ້ວຍຫົວຂໍ້ “ຫວຽດນາມ ຈິດໃຈເຂັ້ມແຂງແຮງກ້າ”, ບາດແລ່ນແຕ່ລະກ້າວແມ່ນການຕອບບຸນແທນຄຸນຢ່າງເລິກເຊິ່ງຕໍ່ລຸ້ນປູ່ລຸ້ນພໍ່ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ.
ໃນຂະນະນັ້ນ, ແຕ່ວັນທີ 23 ສິງຫາ ຮອດວັນທີ 05 ກັນຍາ, ຢູ່ຫໍພິພິຕະພັນ ຮ່າໂນ້ຍ ຈະຈັດງານວາງສະແດງພາບ “ສະບາຍດີ ຫວຽດນາມ - ບ້ານເກີດເມືອງນອນຂອງຂ້ອຍ”. ງານວາງສະແດງໄດ້ແນະນຳ 63 ພາບກ່ຽວກັບບ້ານເກີດເມືອງນອນ, ປະເທດຊາດ. ຈາກເສົາທຸງ ລຸ້ງກູ໊ ແລະ ສິ້ນສຸດຢູ່ແຫຼມ ກ່າເມົາ. ຢູ່ແຕ່ລະເຂດດິນແດນ, ທິວທັດທຳມະຊາດ, ສະຖາປັດຕະຍາກຳ, ຊຸດອາພອນ, ວັດທະນະທຳທີ່ເປັນມູນເຊື້ອກ່ຽວກັບປະເທດຊາດມີຫຼາກຫຼາຍສີສັນ ແຕ່ໄດ້ເປັນເອກະພາບໃນຄວາມຄາດຫວັງບືນຕົວຂຶ້ນ.