ຂ່າວສານ

ຫຼາຍກວ່າ 99% ຄຳ​ເຫັນ​ໄດ້​ເຫັນ​ດີ​ຕໍ່​ຮ່າງ​ມະ​ຕິ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາ​ດ​ຕາ​ຂອງລັດ​ຖະ​ທຳ​ມະ​ນູນ​ປີ 2013

ຕອນບ່າຍວັນທີ 9 ມິຖຸນາ, ຢູ່ສະພາແຫ່ງຊາດ, ໄດ້ດຳເນີນກອງປະຊຸມຄັ້ງທີ 3 ຂອງ ຄະນະກຳມະການຮ່າງມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ກ່າວຄຳເຫັນຊີ້ນຳກອງປະຊຸມ

ເມື່ອກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ, ປະທານຄະນະກຳມະການ, ໃຫ້ຮູ້ວ່າ ຜ່ານການສັງລວມໄດ້ຊີ້ໃຫ້ເຫັນວ່າ ມີຫຼາຍກວ່າ 280 ລ້ານຄຳເຫັນປະກອບຈາກບັນດາອົງການ, ການຈັດຕັ້ງ, ສ່ວນບຸກຄົນຕໍ່ທຸກເນື້ອໃນ, ມາດຕາຂອງຮ່າງມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມມາດຕາຂອງລັດຖະທຳມະນູນປີ 2013; ໃນນັ້ນ, ຄຳເຫັນທີ່ເຫັນດີບັນລຸ 99,75%.

        ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013 ແມ່ນບາດກ້າວຫັນບັນດາມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ເປັນລະອຽດ, ເປັນລະບອບລະບຽບການ ແລະ ພວມໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ມີແບບມີແຜນ ແລະ ມີຄວາມຮັບຜິດຊອບ.

        ກໍໃນກອງປະຊຸມດັ່ງກ່າວ, ບັນດາສະມາຊິກຂອງຄະນະກຳມະການ ໄດ້ຮັບຮອງເອົາຮ່າງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ຮ່າງມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013 ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດປຶກສາຫາລື, ປະກອບຄຳເຫັນຄັ້ງທີ 2 ໃນບັ້ນທີ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.


top