ຂ່າວສານ

ຫຼັກ​ໝັ້ນ​ຂອງ ຫວຽດ​ນາມ ຢູ່ກອງ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ໂກ​ລົມ​ເບຍ ແລະ ຊາ​ຮາ​ຣາ​ຕາ​ເວັ​ນ​ຕົກ

ຕອນບ່າຍວັນທີ 21 ເມສາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ໂກລົມເບຍ ແລະ ຊາຮາຣາ ຕາເວັນຕົກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຕີລາຄາສູງບັນດາຄຳໝັ້ນສັນຍາຂອງ ລັດຖະບານ ໂກລົມເບຍໃນໄລຍະປະຕິບັດວິວັດການເຊື່ອມຕົວຄືນໃໝ່. ທ່ານເອກອັກຄະລັດຖະທູດ ໄດ້ສະເໜີໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ສືບຕໍ່ເຂົ້າຮ່ວມການໂອ້ລົມສົນທະນາບົນເນື້ອໃນຈິດໃຈສ້າງສັນ ເພື່ອແກ້ໄຂບັນດາສິ່ງທ້າທາຍ ແລະ ຄວາມແຕກຕ່າງກັນໃນວິວັດການສ້າງສັນຕິພາບ. ທ່ານເອກອັກຄະລັດຖະທູດ ກໍ່ ຮຽກຮ້ອງໃຫ້ ສປຊ ແລະ ປະຊາຄົມສາກົນສະໜັບສະໜູນ ລັດຖະບານ ໂກລົມເບຍ, ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ປະເທດນີ້.

ຕາມບັນດານັກລາຍງານຂອງ ສປຊ, ໃນໄລຍະທີ່ຜ່ານມາ, ສະພາບການຊາຮາຣາຕາເວັນຕົກ ສືບຕໍ່ມີການຜັນແປຢ່າງສັບສົນ ເມື່ອດຳເນີນບັນດາການເຄື່ອນໄຫວທີ່ບໍ່ເຄົາລົບຄຳສັ່ງຢຸດຍິງ ເມື່ອປີ 1991 ແລະ ຂໍ້ຕົກລົງການທະຫານເລກທີ 1 ລະຫວ່າງສອງຝ່າຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນ, ບໍ່ໃຫ້ມີບັນດາການກະທຳໃດທີ່ເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ, ກັບຄືນສູ່ການເຈລະຈາໂດຍໄວດ້ວຍບົດບາດເປັນກາງຂອງ ສປຊ. ທ່ານເອກອັກຄະລັດຖະທູດ ໄດ້ແບ່ງປັນຄວາມຫຍຸ້ງຍາກ ເຊິ່ງປະຊາຊົນຊາຮາຣາຕາເວັນຕົກພວມຕ້ອງປະເຊີນໜ້າ, ພິເສດແມ່ນໃນສະພາບການເກີດໂລກລະບາດໂຄວິດ - 19. ທ່ານກໍ່ຢ້ຳຄືນຫຼັກໝັ້ນຂອງ ຫວຽດນາມ ແມ່ນ ສະໜັບສະໜູນແກ້ໄຂບັນຫາ ຊາຮາຣາຕາເວັນຕົກ ຜ່ານບັນດາການເຈລະຈາສັນຕິພາບ ລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງໂດຍກົງ, ທ່ານກໍ່ເນັ້ນໜັກວ່າ ຈຳເປັນຕ້ອງຊອກຫາວີທີການທີ່ມີຄວາມສະເໝີພາບ, ຍາວນານ, ໃນນັ້ນຮັບປະກັນສິດຕັດສິນເອງຂອງ ປະຊາຊົນຊາຮາຣາຕາເວັນຕົກ.

 (ແຫຼ່ງຄັດຈາກ VOV)


top