ຂ່າວສານ

ຫຼວງ​ພະ​ບາງ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ ຂະ​ແໜງ​ການ​ທ່ອງ​ທ່ຽວ

ພາຍຫຼັງບັນດາສັນຍາທີ່ຕັ້ງໜ້າກ່ຽວກັບພະຍາດໂຄວິດ - 19, ເວລາທິີ່ຜ່ານມາ ລາວໄດ້ມີການປ່ຽນແປງຫຼາຍພໍສົມຄວນ ເພື່ອແນໃສ່ກະຕຸກຊກຍູ້ການທ່ອງທ່ຽວສາກົນ, ສ້າງເງື່ອນໄຂສະດວກໃຫ້ແກ່ແຂກທ່ອງທ່ຽວມາຢ້ຽມຢາມ ແລະ ທ່ອງທ່ຽວລາວ ໃຫ້ຫຼາຍກ່ວາອີກ. ເພື່ອບັນລຸໄດ້ປະສິດທິຜົນດີທີ່ສຸດ, ໄປຄຽງຄູ່ກັບບັນດາການປ່ຽນແປງດ້ານນະໂຍບາຍໃຫ້ແກ່ແຂກທ່ອງທ່ຽວ, ລາວໄດ້ຍູ້ແຮງການພັດທະນາການທ່ອງທ່ຽວຢູ່ບັນດາແຂວງທີ່ມີຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຄື: ວຽງຈັນ, ຄຳມ່ວນ, ຊຽງຂວາງ...ໃນນັ້ນພົ້ນເດັ່ນກ່ວາໝູ່ແມ່ນແຂວງຫຼວງພະບາງ.
  ວັດ ຊຽງທອງ ໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ ລາວ  

 ຫຼວງພະບາງແມ່ນໜຶ່ງໃນບັນດາແຂວງນອນຢູ່ທາງທິດເໜືອ ປະເທດລາວ, ດ້ວຍທ່າໄດ້ປຽບເຕົ້າໂຮມສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະທີ່ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທຳສາສະໜາພຸດ, ທຳມະຊາດໄດ້ດົນບັນດານໃຫ້ມີຫຼາຍສະຖານທີ່ທ່ອງທ່ຽວທຳມະຊາດທີ່ດູດດື່ມ, ທຸກໆປີ ແຂວງຫຼວງພະບາງໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ປະເທດ ແລະ ສາກົນ ກ່ວາ 2,5 ລ້ານຄົນ..

ພາຍຫຼັງ UNESCO ຮັບຮອງເອົາແມ່ນມໍລະດົກວັດທະນະທຳໂລກ ເມື່ອປີ 1995, ໄລຍະຜ່ານມາ, ເປັນຄັ້ງທີ 2 ຢ່າງລຽນຕິດ, ນະຄອນ ຫຼວງພະບາງ, ລາວ ມີຄວາມເປັນກຽດໄດ້ຮັບລາງວັນນະຄອນທ່ອງທ່ຽວສະອາດ ຕາມມາດຖານຂອງ ອາຊຽນ. ອາດເວົ້າໄດ້ວ່າ ນີ້ແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງອຳນາດການປົກຄອງ ແລະ ປະຊາຊົນ ຫຼວງພະບາງ ເພື່ອແນໃສ່ຟື້ນຟູຂະແໜງເສດຖະກິດສະອາດ ເຊິ່ງຖືກຜົນສະທ້ອນຢ່າງຮ້າຍແຮງຈາກໂລກລະບາດໂຄວິດ - 19.

ເພື່ອໄດ້ຮັບການຮັບຮອງເອົາແມ່ນ “ນະຄອນທ່ອງທ່ຽວສະອາດອາຊຽນ” ນະຄອນຫຼວງພະບາງ ຕ້ອງຮັບປະກັນ 7 ມາດຖານ. ໃນນັ້ນ, ການຄຸ້ມຄອງສະພາບແວດລ້ອມລວມ, ຖະໜົນຫົນທາງສະອາດ, ຮັກສາອະນາໄມ; ອຳນາດການປົກຄອງ, ປະຊາຄົມມີຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຮັກສາຄວາມສະອາດຕາມຖະໜົນຫົນທາງ ແມ່ນ 2 ມາດຖານສຳຄັນ.

ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ວິວັດການພັດທະນາຂະແໜງທ່ອງທ່ຽວ ລາວ ໄລຍະ 2021 – 2025 ມີການປ່ຽນແປງຫຼາຍຢ່າງ, ປັດຈຸບັນ ລັດຖະບານ ລາວ ໄດ້ຕັ້ງຈຸດສຸມເຂົ້າການຊຸກຍູ້ການທ່ອງທ່ຽວພາຍໃນປະເທດກ່ອນ, ສົມທົບກັບການເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນ ກັບຄືນມາທ່ອງທ່ອງ ບົນພື້ນຖານບັນລຸໄດ້ບາດກ້າວໃນການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນຢ່າງທົ່ວເຖິງ. ໃນນັ້ນ, ສິ່ງສຳຄັນກ່ວາໝູ່ນັ້ນແມ່ນ ການນຳໃຊ້ແຫຼ່ງທຶນພາກລັດ, ເອກະຊົນ ແລະ ບັນດາອົງການຈັດຕັ້ງສາກົນຕ່າງປະເທດ ຢ່າງສົມດູນ ເພື່ອແນໃສ່ຍົກສູງຄຸນນະພາບການທ່ອງທ່ຽວຢູ່ແຂວງ. ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວແຂວງ ຫຼວງພະບາງໃຫ້ຮູ້ວ່າ:

 
 

ເພື່ອຮັບມື, ຢ່າງປອດໄພ, ມີໄຫວພິບ; ຄວບຄຸມ, ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ແຂວງຫຼວງພະບາງ ໄດ້ຊີ້ນຳບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບ, ບັນດາຮາກຖານພັກເຊົາທີ່ເປີດປະຕູຕ້ອນຮັບແຂກທ່ອງທ່ຽວ ຕ້ອງປະຕິບັດບັນດາມາດຕະການຢ່າງເຂັ້ມງວດ, ກະກຽມພື້ນຖານວັດຖຸເພື່ອຕອບສະໜອບບັນດາມາດຖານໃຫ້ເປັນຢ່າງດີ, ຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ.

 ປັດຈຸບັນ, ຫຼວງພະບາງ ສືບຕໍ່ຈັດຕັ້ງຊຸດຝຶກອົບຮົມ, ບຳລຸງສ້າງຍົກສູງວິຊາການ ການທ່ອງທ່ຽວໃຫ້ແກ່ຜູ້ນຳທ່ຽວມໍລະດົກ, ພະນັກງານ, ພາລະກອນ, ຜູ້ອອກແຮງງານຂອງບັນດາຮາກຖານດຳເນີນທຸລະກິດການທ່ອງທ່ຽວໃນບໍລິເວນແຂວງ, ສຶກສາວົງຄະນະຍາດ, ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງບໍລິຫານຮາກຖານພັກພາອາໄສຢູ່ ເຮືອນປະຊາຊົນ (homestay). ທ່ານນາງ ຈາງ ຈະເລີນພູ ຜູ້ອຳນວຍການໂຮງແຮມ ກິຣີດາຣາ ຫຼວງພະບາງ ໃຫ້ຮູ້ວ່າ:

 
 

ເພື່ອຟື້ນຟູຂະແໜງການທ່ອງທ່ຽວໂດຍໄວ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວແຂວງ ຫຼວງພະບາງ ກໍ່ສະເໜີບາງມາດຕະການສົ່ງເສີມ, ໂຄສະນາເປັນຕົ້ນແມ່ນເພື່ອດຶງດູດແຂກທ່ອງທ່ຽວ, ໃນສະເພາະໜ້າແມ່ນສຸມໃສ່ຂຸດຄົ້ນຕະຫຼາດພາຍໃນປະເທດ, ດຶງດູດແຂກທ່ອງທ່ຽວສາກົນ, ພິເສດແມ່ນແຂກທ່ອງທ່ຽວອາຊຽນ. ສັນຍານທີ່ດີແມ່ນ ຫວ່າງມໍ່ໆມານີ້, ແຂກທ່ອງທ່ຽວສາກົນ ກໍ່ຄ່ອຍໆກັບຄືນສູ່ກຸງເກົ່າ ຫຼວງພະບາງ ແລ້ວ. ເພື່ອນ ຫງວຽນອ໊າຍລິງ ແຂກທ່ອງທ່ຽວ ຫວຽດນາມ ແບ່ງປັນວ່າ:

ນ້ອງເຄີຍມາຫຼວງພະບາງແລ້ວ, ໄລຍະຜ່ານມາຍ້ອນພະຍາດໂຄວິດ - 19 ດັ່ງນັ້ນນ້ອງບໍ່ມີໂອກາດກັບມາບ່ອນນີ້. ຫວ່າງມໍ່ໆມານີ້, ລາວຄວບຄຸມພະຍາດໂຄວິດ - 19 ໄດ້ໂດຍພື້ນຖານແລ້ວ ແລະ ພາຍຫຼັງທີ່ໄດ້ຊອກຮູ້ກ່ຽວກັບການທ່ອງທ່ຽວຢູ່ແຂວງ, ນ້ອງໄດ້ຮູ້ວ່າ ທາງແຂວງ ມີຫຼາຍນະໂຍບາຍທ່ອງທ່ຽວໜູນຊ່ວຍແຂກທ່ອງທ່ຽວ, ມີຫຼາຍລາຍການໂປຣໂມຊັນທີ່ດຶງດູດໃຈ ດ້ວຍລາຄາທີ່ເໝາະສົມ. ດັ່ງນັ້ນ, ນ້ອງຕັດສິນໃຈວ່າ ຈະພ້ອມກັບເພື່ອນມິດຂອງຕົນ ໄປທ່ອງທ່ຽວຫຼວງພະບາງ ໃນໄລຍະຈະມາເຖິງ.

ການຟື້ນຟູການທ່ອງທ່ຽວບໍ່ແມ່ນເລື່ອງງ່າຍດາຍ, ແຕ່ດ້ວຍນະໂຍບາຍທີ່ຖືກຕ້ອງ ແລະ ເໝາະສົມຂອງພັກ, ລັດ ລາວ, ຄວາມຕັດສິນໃຈຢ່າງສູງຂອງບັນດາບໍລິສັດການທ່ອງທ່ຽວ, ຜູ້ອອກແຮງງານຂະແໜງການທ່ອງທ່ຽວ ແລະ ປະຊາຊົນແຂວງຫຼວງພະບາງ, ແນ່ນອນວ່າ ໃນໄລຍຈະມາເຖິງ, ຂະແໜງການທ່ອງທ່ຽວແຂວງຫຼວງພະບາງ ປະເທດລາວ ຈະມີການຫັນປ່ຽນທີ່ຕັ້ງໜ້າ, ປະກອບສ່ວນບໍ່ໜ້ອຍເຂົ້າໃນການຟື້ນຟູປະເທດຊາດພາຍຫຼັງພະຍາດໂຄວິດ - 19.


top