ຂ່າວສານ

ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຟ້າມ​ມິງ​ຈິ໊ງ ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່ ຢູ່ ແຂວງ ເຊີນ​ລາ

ໃນໂອກາດບຸນປີໃໝ່ປະຈຳຊາດ ປີສະຫຼູ2021 ນີ້, ປ້ອມປ້ອງກັນຊາຍແດນ ຕ້ອງສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ກຳລັງທີ່ມີໜ້າທີ່ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງການຕ້ອນຮັບບຸນປີໃໝ່ພ້ອມກັບປະຊາຊົນເຂດຊາຍແດນຢ່າງເບີກບານມ່ວນຊື່ນ, ຮັບປະກັນຄວາມປອດໄພ, ປະຢັດມັດທະຍັດ, ປະຕິບັດສຳເລັດໜ້າທີ່ປົກປັກຮັກສາອະທິປະໄຕ, ຄວາມສະຫງົບເຂດຊາຍແດນໃຫ້ເປັນຢ່າງດີ.
ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ການຢ້ຽມຢາມ (ພາບ: TTXVN)

ໃນການຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງເຊີນລາ ໃນຕອນເຊົ້າວັນທີ 7 ກຸມພາ, ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນຢູ່ບໍລິເວນຕາແສງ ລ໊ອງເຊີບ, ເມືອງໂມກເຈົາ ແລະ ພະນັກງານ, ນັກຮົບຢູ່ປ້ອມປ້ອງກັນຊາຍແດນ ດ່ານຊາຍແດນ ລ໊ອງເຊີບ, ທະຫານປ້ອງກັນຊາຍແດນແຂວງ ເຊີນລາ, ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ: ໃນໂອກາດບຸນປີໃໝ່ປະຈຳຊາດ ປີສະຫຼູ2021 ນີ້, ປ້ອມປ້ອງກັນຊາຍແດນ ຕ້ອງສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ກຳລັງທີ່ມີໜ້າທີ່ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງການຕ້ອນຮັບບຸນປີໃໝ່ພ້ອມກັບປະຊາຊົນເຂດຊາຍແດນຢ່າງເບີກບານມ່ວນຊື່ນ, ຮັບປະກັນຄວາມປອດໄພ, ປະຢັດມັດທະຍັດ, ປະຕິບັດສຳເລັດໜ້າທີ່ປົກປັກຮັກສາອະທິປະໄຕ, ຄວາມສະຫງົບເຂດຊາຍແດນໃຫ້ເປັນຢ່າງດີ; ຈັດຕັ້ງປະຕິບັດເນື້ອໃນ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ແລະ ໜ້າທີ່ພົວພັນຕ່າງປະເທດຂອງກຳລັງປ້ອງກັນຊາຍແດນໃນທັນທີ.
(ແຫຼ່ງຄັດຈາກ VOV)
 

top