ຂ່າວສານ

ຫົວ​ໜ້າກົງ​ສູນ​ກິດ​ຕິ​ມະສັກ​ຫວຽດ​ນາມ ປະ​ຈຳ​ແບນ​ຊິກ ​ຕີ​ລາ​ຄາ​ຫວ​ຽດ​ນາມ ເປັນ​​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ​ໃນ​ໂລກ

ທ່ານບຣາຣອນ ດີແກຣນລີ, ຫົວໜ້າກົງສູນກິດຕິມະສັກຫວຽດນາມ ປະຈຳແບນຊິກ ເປັນຜູ້ທີ່ໄດ້ເດີນທາງມາເຮັດວຽກຢູ່ຫວຽດນາມເປັນປະຈຳ, ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງ ຕໍ່ກັບການພັດທະນາຢ່າງວ່ອງໄວຂອງພື້ນຖານເສດຖະກິດຫວຽດນາມ.
  ທ່ານ Baron De Grand Ry, ຫົວໜ້າກົງສູນກິດຕິມະສັກຫວຽດນາມ ປະຈຳແບນຊິກ (ພາບ: TTXVN)  

ຫວ່າງແລ້ວນີ້ ເມື່ອໄດ້ແລກປ່ຽນກັບນັກຂ່າວ ຂອງສໍານັກຂ່າວສານ ຫວຽດນາມ ຢູ່ ແບນຊິກ, ທ່ານດີແກຣນລີ ຖືວ່າ ຫວຽດນາມ ເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ປະສົບຜົນສຳເລັດທີ່ສຸດໃນໂລກ, ສະແດງອອກຜ່ານຄວາມສາມາດໃນການຟື້ນຟູ ດ້ວຍການສົ່ງອອກສິນຄ້າຕ່າແຜ່ນຕັດຫຍິບ, ເຄື່ອງເອເລັກໂຕນິກ, ສິນໃນນ້ຳ ແລະ ກະສິກຳ ເພີ່ມຂຶ້ນຢ່າງວ່ອງໄວ ແລະ ຕໍ່ເນື່ອງ. ທ່ານດີແກຣນລີ, ຫົວໜ້າກົງສູນກິດຕິມະສັກຫວຽດນາມ ໃຫ້ຂໍ້ສັງເກດວ່າ ຫວຽດນາມໄດ້ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກຢ່າງສົມບູນແລ້ວ. ບັນດາອົງການສາກົນລ້ວນແຕ່ຕີລາຄາໃນຄວາມຕັ້ງໜ້າ ກ່ຽວກັບແງ່ຫວັງດ້ານເສດຖະກິດຂອງຫວຽດນາມ. ເພື່ອສືບຕໍ່ຮັກສາໄດ້ຢູ່ໃນກຸ່ມກຸ່ມປະເທດ ທີ່ມີຄວາມສາມາດບົ່ມຊ້ອນເຕີບໂຕຂຶ້ນສູງນັ້ນ, ທ່ານດີແກຣນລີ ກ່າວວ່າ ຫວຽດນາມ ຕ້ອງລົງທຶນໃສ່ພື້ນຖານໂຄງລ່າງເຊັ່ນ: ທ່າກ່ຳປັນ, ສະໜາມບິນ, ເຄື່ອຂ່າຍເສັ້ນທາງທາງບົກ, ພັດທະນາດ້ານການສຶກສາ, ພັດທະນາດ້ານພະລັງງານສີຂຽວ. ພິເສດ, ດ້ວຍທ່າແຮງຂອງຕົນ, ແບນຊິກສາມາດໜູນຊ່ວຍຫວຽດນາມ ໃນການພັດທະນາພະລັງງານໄຟຟ້າແຮງລົມ.


top