ຂ່າວສານ

ຫົວໜ້າຜູ້ຕາງໜ້າ UNDP: ຫວຽດນາມ ພວມຢູ່ໃນຈຸດເວລາສຳຄັນຂອງການຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ-19

ຫວຽດນາມ ພວມຢູ່ໃນໄລຍະສຳຄັນ ເມື່ອຊອກຫາວິທີຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ດ້ວຍເລື່ອງສ້າງການເຕີບໂຕ, ສ້າງວຽກເຮັດງານທຳ, ຍືນຍົງ ແລະ ກວມລວມ.

ຫວຽດນາມ ພວມຢູ່ໃນໄລຍະສຳຄັນ ເມື່ອຊອກຫາວິທີຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19  ດ້ວຍເລື່ອງສ້າງການເຕີບໂຕ, ສ້າງວຽກເຮັດງານທຳ, ຍືນຍົງ ແລະ ກວມລວມ.

     

ທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ. (ພາບ: TTXVN)

ວັນທີ 25 ກຸມພາ, ລັດຖະບານ ຫວຽດນາມ ແລະ ໂຄງການພັດທະນາສະຫະປະຊາຊາດ (UNDP) ໄດ້ສົມທົບກັນຈັດກອງປະຊຸມສາກົນ “ຊຸກຍູ້ການຟື້ນຟູເສດຖະກິດຂຽວ ແລະ ກວມລວມ: ບົດຮຽນຈາກສາກົນ”, ດ້ວຍການເຂົ້າຮ່ວມຂອງບັນດາການນຳ ແລະ ນັກຮຽນຮູ້ໃນໂລກ, ແບ່ງປັນບົດຮຽນໃນການຊຸກຍູ້ບັນດາການປ່ຽນແປງນະໂຍບາຍ, ການເງິນ ແລະ ລະບອບລະບຽບການ ເພື່ອນຳມາເຊິ່ງການຟື້ນຟູເສດຖະກິດຂຽວ, ສະອາດ ແລະ ກວມລວມ ພາຍຫຼັງໂລກລະບາດໂຄວິດ-19.

ຢູ່ນອກກອງປະຊຸມ, ເມື່ອແລກປ່ຽນກັບສື່ມວນຊົນ ກ່ຽວກັບເນື້ອໃນ ກອງປະຊຸມທີ່ໄດ້ນຳມາປຶກສາຫາລື, ທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ ຖືວ່າ, ຫວຽດນາມ ພວມຢູ່ໃນໄລຍະສຳຄັນ ເມື່ອຊອກຫາວິທີຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19  ດ້ວຍເລື່ອງສ້າງການເຕີບໂຕ, ສ້າງວຽກເຮັດງານທຳ, ຍືນຍົງ ແລະ ກວມລວມ. ທ່ານນາງ Caitlin Wiesen, ຢືນຢັນວ່າ, UNDP ມີຄວາມປິຕິຊົມຊື່ນທີ່ໄດ້ຮ່ວມມືກັບລັດຖະບານ ຫວຽດນາມ. ກອງປະຊຸມຈະແກ້ໄຂບັນດາບັນຫາພັດທະນາພື້ນຖານໃນປະຈຸບັນ ເຊິ່ງ ຫວຽດນາມ ພວມປະເຊີນໜ້າ, ລວມມີ: ການຮັບປະກັນຄວາມສາມາດຟື້ນຟູ ແລະ ຄວາມສາມາດຟື້ນຟູຂຽວ; ເພີ່ມທະວີບົດບາດຂອງລັດຖະບານໃນການຍູ້ໄວວິວັດການຫັນໄປສູ່ພະລັງງານຜະລິດຄືນໃໝ່ ແລະ ພື້ນຖານເສດຖະກິດໝູນວຽນ, ເໝາະສົມກັບຄຳໝັ້ນສັນຍາ COP 26 ຂອງ ຫວຽດນາມ; ຊຸກຍູ້ການຟື້ນຟູແບບຍືນຍົງ ຜ່ານການຄ້າ, ການລົງທຶນ ແລະ ປ່ຽນແປງໃໝ່.

(ແຫຼ່ງຄັດຈາກ VOV)


top