ຂ່າວສານ

ຫົວໜ້າບັນດາອົງການຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ ຄວນຖືຜົນປະໂຫຍດແຫ່ງຊາດເປັນສຳຄັນທີ່ສຸດ

ດັ່ງນັ້ນ, ຫົວໜ້າບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດຄວນຖືຜົນປະໂຫຍດແຫ່ງຊາດສຳຄັນກ່ວາສິ່ງໃດໝົດ, ບົນພື້ນຖານເຄົາລົບກົດໝາຍສາກົນ...
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະ (ພາບ:Doãn Tấn/TTXVN)  

ຕອນເຊົ້າວັນທີ 13 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບຫົວໜ້າບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2023 – 2026.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃສ່ໃຈວ່າ: ບັນດາຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດແມ່ນຜູ້ຕາງໜ້າໃຫ້ແກ່ພັກ ແລະ ລັດ ຢູ່ປະເທດປະຈຳຖິ່ນ, ຜັນຂະຫຍາຍແນວທາງພົວພັນຕ່າງປະເທດ ຂອງ ຫວຽດນາມ. ດັ່ງນັ້ນ, ຫົວໜ້າບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດຄວນຖືຜົນປະໂຫຍດແຫ່ງຊາດສຳຄັນກ່ວາສິ່ງໃດໝົດ, ບົນພື້ນຖານເຄົາລົບກົດໝາຍສາກົນ; ພ້ອມທັງແຈ້ງຂ່າວ, ອັບເດດສະພາບການພັດທະນາຂອງປະເທດຊາດໃຫ້ຄົບຖ້ວນ ເພື່ອແຈ້ງໃຫ້ປະເທດປະຈຳຖິ່ນໄດ້ຮັບຊາບ:

“ການພົວພັນຕ່າງປະເທດ ແມ່ນວຽກງານສຳຄັນ ໄດ້ຮັບຄວາມສົນໃຈ ຈາກປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ສະພາແຫ່ງຊາດແມ່ນອົງການຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ພ້ອມທັງແມ່ນອົງການນິຕິກຳສູງສຸດຂອງລັດ. ວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດແມ່ນເພື່ອເຊື່ອມຕໍ່ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ຫວຽດນາມ ກັບປະຊາຊົນປະເທດຕ່າງໆ, ເຊື່ອມຕໍ່ນະໂຍບາຍ ແລະ ວິໄສທັດພັດທະນາຂອງຫວຽດນາມ ຕໍ່ບັນດາຄູ່ຮ່ວມມື.ດ້ວຍຄວາມໝາຍນັ້ນ, ສະເໜີໃຫ້ຫົວໜ້າບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດ ເສີມຂະຫຍາຍບັນດາຊ່ອງການພົວພັນຕ່າງປະເທດໃຫ້ຄົບຊຸດ, ໃນນັ້ນ ມີວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດ, ບົນຈິດໃຈເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບບັນດາອົງການນິຕິກຳປະເທດປະຈຳຖິ່ນ ເພື່ອສ້າງການພົວພັນດີງາມກັບບັນດາສະມາຊິກລັດຖະສະພາປະເທດປະຈຳຖິ່ນ”.


top