ຂ່າວສານ

ຫົວໜ້າຄະນະໂຄສະນາສຶກສາສູນກາງເຮັດວຽກກັບຄະນະຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

ຕອນບ່າຍວັນທີ 15 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເງັ້ຍ ໄດ້ເຮັດວຽກກັບຄະນະຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ.
ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເງັ້ຍ ພົບປະກັບຫົວໜ້າບັນດາອົງການຜູ້ຕາງໜ້າ. (ພາບ: TTXVN)

ທີ່ການເຮັດວຽກ, ຜູ້ຕາງໜ້າກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ, ນີ້ແມ່ນບັ້ນແຕ່ງຕັ້ງຫົວໜ້າບັນດາອົງການຜູ້ຕາງໜ້າໃຫຍ່ທີ່ສຸດລວມມີ: ເອກອັກຄະລັດຖະທູດ 22 ທ່ານ, ຫົວໜ້າສະຖານກົງສູນ 6 ທ່ານປະຈຳຢູ່ 40 ປະເທດ, ເຂດແຄ້ວນ.

        ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເງັ້ຍ ຮຽກຮ້ອງໃຫ້ບັນດາຫົວໜ້າອົງການຜູ້ຕາງໜ້າຕ້ອງຊາບຊຶມທັດສະນະ, ແຜນນະໂຍບາຍ, ແນວທາງຂອງພັກ, ລັດ ກ່ຽວກັບການຕ່າງປະເທດ ແລະ ຂໍ້ມູນຂ່າວຕ່າງປະເທດ. ທ່ານ ຫງວຽນຈ້ອງເງັ້ຍ ກ່າວວ່າ:

ບັນດາທ່ານຕ້ອງເອົາໃຈໃສ່ ແລະ ເປັນເຈົ້າການໃນວຽກງານຄາດຄະເນກ່ວາອີກ, ປະຈຸບັນ, ສະພາບການມີການຜັນແປ່ຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ສະນັ້ນ ພວກເຮົາຕ້ອງເຮັດໄວ, ເປັນເຈົ້າການເພື່ອປົກປັກຮັກສາປະເທດຊາດ. ຕ້ອງສືບຕໍ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ພາກພົດ, ທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນ, ເພີ່ມທະວີຄູ່ຮ່ວມມືຍຸດທະສາດ, ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ.
(ແຫຼ່ງຄັດຈາກ VOV)

top