ຂ່າວສານ

ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ຫວໍວັນເຖື໋ອງ ໃຫ້ການຕ້ອນຮັບຄະນະຜູ້ແທນຂອງ ຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ

      ພັກ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນກັບລາວ, ຍາມໃດກໍ່ຮ່ວມເດີນທາງ, ຄຽງບ່າຄຽງໄຫຼ່ກັບ ລາວ ຊຸກຍູ້ສາຍພົວພັນອັນດີງາມລະຫວ່າງ ສອງປະເທດຢ່າງບໍ່ຢຸດຢັ້ງ

ພິທີຕ້ອນຮັບຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ (ພາບ: ເຟຶອງຮວາ / TTXVN)      
      ຕອນບ່າຍວັນທີ 16 ພຶດສະພາ, ຢູ່ ສຳນັກງານສູນກາງພັກ, ທ່ານ ຫວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂອງ ຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໂດຍທ່ານ ອາລຸນໄຊ ສູນນະລາດ, ເລຂາສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ, ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຮ່ວມງານພົບປະມິດຕະພາບລະຫວ່າງຊາວໜຸ່ມ ຫວຽດ - ລາວ 2019 ເຊິ່ງພວມດຳເນີນໃນລະຫວ່າງວັນທີ 15 -21 ພຶດສະພາ ຢູ່ ຫວຽດນາມ.
            ກ່າວຄຳເຫັນທີ່ ການຕ້ອນຮັບ, ທ່ານ ຫວໍວັນເຖື໋ອງ ໄດ້ເນັ້ນໜັກວ່າ ພັກ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນກັບລາວ, ຍາມໃດກໍ່ຮ່ວມເດີນທາງ, ຄຽງບ່າຄຽງໄຫຼ່ກັບ ລາວ ຊຸກຍູ້ສາຍພົວພັນອັນດີງາມລະຫວ່າງ ສອງປະເທດຢ່າງບໍ່ຢຸດຢັ້ງ. ການນຳພັກ, ລັດ ຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ມີກາລະໂອກາດພົບປະແລກປ່ຽນມິດຕະພາບ, ເພີ່ມທະວີຄວາມຮູ້ ແລະ ພ້ອມກັນພັດທະນາ. ທ່ານ ຫວໍວັນເຖື໋ອງ ໄດ້ສະເໜີໃຫ້ຄະນະຊາວໜຸ່ມສອງປະເທດ ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງບັນດາໂຄງການຮ່ວມມືທີ່ມີຢູ່ແລ້ວຢ່າງບໍ່ຢຸດຢັ້ງ, ພ້ອມທັງຊອກຫາ, ປະດິດຄິດສ້າງ, ເປີດກ້ວາງບັນດາຂົງເຂດຮ່ວມມືໃໝ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງ ສອງປະເທດ.
 (ແຫຼ່ງຄັດຈາກ VOV)

top