ຂ່າວສານ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ລົງຢ້ຽມຢາມ ສະມາຄົມພຸດທະສາສະໜາຫວຽດນາມ

ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ ພສ 2562, ຄສ 2018, ຕອນບ່າຍວັນທີ 21 ພຶດສະພາ, ຄະນະປະຕິບັດງານ ໂດຍທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ນຳໜ້າ, ໄດ້ລົງຢ້ຽມຢາມ ພະມະຫາອາຈານ ທິກໂຝເຕ້ວ, ປະທານສະພາສົງ   ສະມາຄົມພຸດທະສາສະໜາຫວຽດນາມ ທີ່ວັດວຽນມິນ, ຕາແສງກວາງຫຼາງ, ເມືອງຟຸຊວຽນ, ນະຄອນຮ່າໂນ້ຍ

ນະທີ່ນີ້, ທ່ານນາງເຈືອງທິມາຍ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍຮັບຮູ້, ຕີລາຄາສູງບັນດາການປະກອບສ່ວນຂອງສະມາຄົມພຸດທະສາສະໜາຫວຽດນາມ ໃນການສ້າງສາ, ພັດທະນາປະເທດຊາດ; ສ້າງເງື່ອນໄຂ ເພື່ອໃຫ້ພຸດທະສາສະໜາສືບຕໍ່ພັດທະນາ, ຮ່ວມເດີນທາງກັບຊາດ, ສ້າງນ້ຳໃຈສາມັກຄີ, ແຜ່ຂະຫຍາຍເຖິງ ພະສົງສຳມະເນນ, ພຸດທະສາສະນິກກະຊົນທັງໝົດ. ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ມີຄວາມປາດຖະໜາວ່າ ດ້ວຍຖານະຄວາມຮັບຜິດຊອບຂອງຕົນ, ພະມະຫາອາຈານ ຈະສືບຕໍ່ນຳພາສະມາຄົມພຸດທະສາສະໜາຫວຽດນາມ ມີຄວາມສາມັກຄີ ແລະ ເປັນເອກະພາບ; ຊີ້ນຳນຳພາ ພະສົງສຳມະເນນ, ພຸດທະສາສະນິກກະຊົນ ປະຕິບັດການເຄື່ອນໄຫວຕາມທິດນຳ “ທຳມະ - ຊົນຊາດ - ສັງຄົມນິຍົມ”

        ພະມະຫາອາຈານ ທິກໂຝເຕ້ວ ຢັ້ງຢືນວ່າ ຈະສືບຕໍ່ຂົນຂວາຍບັນດາ ພະສົງສຳມະເນນ, ພຸດທະສາສະນິກກະຊົນ ປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ເປັນຢ່າງດີ; ຕັ້ງໜ້າເຂົ້າຮ່ວມບັນດາບັ້ນຂົນຂວາຍ, ບັນດາຂະບວນການແຂ່ງຂັນຮັກຊາດ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງທົ່ວສັງຄົມ.

(ແຫຼ່ງຄັດຈາກ VOV)



top