ຈາກທ່າເຮືອການຄ້າບູຮານ ເວິນໂດ່ນ ສູ່ທ່າກຳປັ່ນນ້ຳເລິກ ແລກຮວ້ຽນ, ລະບົບທ່າກຳປັ່ນ ກວາງນິງ - ຫາຍຟ່ອງ ກຳລັງ ສ້າງເປັນເຄືອຂ່າຍ logistics ທີ່ທັນສະໄໝ, ຖືບົດບາດ ເປັນປະຕູການຄ້າສາກົນ ຂອງ ພາກເໜືອ ຫວຽດນາມ ແລະ ເປັນກຳລັງຜັກດັນ ທ່ີສຳຄັນ ເພື່ອຫັນຄວາມຫວັງ ພັດທະນາ ເສດຖະກິດທະເລ ທີ່ຍືນຍົງ ໃຫ້ປາກົດຜົນເປັນຈິງ.
ຈາກທ່າເຮືອການຄ້າບູຮານ ເວິນໂດ່ນ ສູ່ທ່າກຳປັ່ນນ້ຳເລິກ ແລກຮວ້ຽນ, ລະບົບທ່າກຳປັ່ນ ກວາງນິງ - ຫາຍຟ່ອງ ກຳລັງ ສ້າງເປັນເຄືອຂ່າຍ logistics ທີ່ທັນສະໄໝ, ຖືບົດບາດ ເປັນປະຕູການຄ້າສາກົນ ຂອງ ພາກເໜືອ ຫວຽດນາມ ແລະ ເປັນກຳລັງຜັກດັນ ທ່ີສຳຄັນ ເພື່ອຫັນຄວາມຫວັງ ພັດທະນາ ເສດຖະກິດທະເລ ທີ່ຍືນຍົງ ໃຫ້ປາກົດຜົນເປັນຈິງ.
ທ່າກຳປັ່ນ ດິ່ງຫວູ໊ ວາງເປົ້າໝາຍປະລິມານສິນຄ້າຜ່ານທ່າ 650.000 TEU ໃນປີ 2026. ຫຼັງຈາກໄດ້ຮັບການ
ລົງທຶນ ຍົກລະດັບພື້ນຖານໂຄງລ່າງ, ທ່າກຳປັ່ນ ດິ່ງຫວູ໊ ສາມາດ ຮອງຮັບກຳປັ່ນ ບັນທຸກນ້ຳໜັກໄດ້ເຖິງ
20.000 DWT ແລະ ກໍາປັ່ນບັນທຸກ ນໍ້າໜັກຫຼາຍກວ່າ 20.000 DWT ຮອດ 48.000 DWT ຫຼຸດນ້ຳໜັກບັນທຸກ
ເຂົ້າ-ອອກທ່າກຳປັ່ນ. ພາບ: ກົງດາດ/VNP
ລົມທະເລ ຈາກ ອ່າວພາກເໜືອ ໃນວັນນີ້ ບໍ່ພຽງແຕ່ນຳມາ ຈັງຫວະຊີວິດ ຂອງບັນດາຂະບວນກຳປັ່ນ ຂົນສົ່ງສິນຄ້າສາກົນ ເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນ
ຄວາມມຸ່ງຫວັງໃໝ່ ຂອງ ຫວຽດນາມ ໃນຍຸດທະສາດ ກ້າວອອກສູ່ໂລກກວ້າງ ຕາມຈິດໃຈ ມະຕິ ສະບັບເລກທີ
20-NQ/TW ລົງວັນທີ 28 ກໍລະກົດ 2026 ຂອງກອງປະຊຸມ
ຄົບຄະນະຄັ້ ງທີ 3 ຂອງ
ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XIV ກ່ຽວກັບ ການສ້າງ ແລະ ພັດທະນາ ຫວຽດນາມ ໃຫ້ກາຍເປັນປະເທດ
ທາງທະເລທີ່ເຂັ້ມແຂງ. ໃນສະພາບການນັ້ນ, ລະບົບທ່າກຳປັ່ນ ກວາງນິງ - ຫາຍຟ່ອງ ກຳລັງກາຍເປັນໜຶ່ງ
ໃນແຮງຂັບເຄື່ອນ ທີ່ສໍາຄັນ ເພື່ອຫັນຍຸດທະສາດ ການຂະຫຍາຍຕົວ ເສດຖະກິດທະເລ, ຍົກສູງຄວາມສາມາດ
logistics ແລະ ເພີ່ມທະວີ ການເຊື່ອມໂຍງການຄ້າສາກົນ ຂອງ
ປະເທດຊາດ ໃຫ້ປາກົດຜົນເປັນຈິງ.
* ຈາກ ທ່າເຮືອການຄ້າບູຮານ ເວິນໂດ່ນ ເຖິງໂຄງລ່າງ ທີ່ທັນສະໄໝ ຂອງ ລະບົບທ່າກຳປັ່ນ ກວາງນິງ
ເມື່ອເບິ່ງອອກໄປສູ່ ອ່າວ ຮ້າລອງ ທີ່ມີຄວາມງາມ ຢ່າງໃຫຍ່ໂຕ ໜ້າອັດສະຈັນ, ໜ້ອຍຄົນທີ່ຈະຄິດວ່າ
ຢູ່ໃຕ້ຊັ້ນຟອງນ້ຳ ສີຄາມນັ້ນ ເຄີຍມີຕຳນານ ກ່ຽວກັບທ່່າເຮືອການຄ້າ ເວິນໂດ່ນ ທີ່ຄຶກຄັກ
ເມື່ອເກືອບ 10 ສະຕະວັດກ່ອນ.
ໄດ້ຮັບການສ້າງຂຶ້ນ ໃນປີ 1149 ໃນສະໄໝ ລາຊະວົງ
ເຈົ້າຊີວິດ ຫຼີແອງຕົງ, ທ່າເຮືອການຄ້າບູຮານ
ເວິນໂດ່ນ ເຄີຍແມ່ນໜຶ່ງໃນບັນດາ ສູນກາງການຄ້າສາກົນ ທີ່ຄຶກຄື້ນອັນດັບຕົ້ນໆ ຂອງ ດ້າຍຫວຽດ
(ຊື່ເອີ້ນປະເທດ ຫວຽດນາມ ສະໄໝກ່ອນ), ທັງຖືບົດບາດ ເປັນປະຕູເຂົ້າອອກທາງຍຸດທະສາດ ໃນການປົກປັກຮັກສາ
ຄວາມສະຫງົບທາງທະເລ ແລະ ເຊື່ອມໂຍງການແລກປ່ຽນ ວັດທະນະທຳ ໃນສະໄໝສັກດິນາ.
ຫຼັງຈາກເກືອບ 10 ສະຕະວັດ ຖືບົດບາດ ເປັນປະຕູການຄ້າ ທ່ີສໍາຄັນ ຂອງ ຫວຽດນາມ, ທ່າເຮືອການຄ້າບູຮານ ເວິນໂດ່ນ ໄດ້ຮັບການຕົກລົງ ຈັດອັນດັບ ແມ່ນບູຮານສະຖານແຫ່ງຊາດ
ພິເສດ ຈາກນາຍົກລັດຖະມົນຕີ, ປະກອບສ່ວນ ເພື່ອຮັບຮອງ ແລະ ອະນຸລັກຮັກສາ ບັນດາຄຸນຄ່າ
ປະຫວັດສາດ ເກາະທະເລ. ພາບ: ກົງດາດ/VNP
ການເຄື່ອນໄຫວຂົນສົ່ງສິນຄ້າ ຢູ່ທ່າເຮືອການຄ້າ ເວິນໂດ່ນ. ພາບ: ກົງດາດ/VNP
ຍຸກສະໄໝທ່ີຮຸ່ງເຮືອງນັ້ນ ບໍ່ພຽງແຕ່ແມ່ນຄວາມພາກພູມໃຈ ຂອງປະຫວັດສາດເທົ່ານັ້ນ, ແຕ່ຍັງເປັນແຮງບັນດານໃຈ
ທ່ີຍືນຍົງ ຫຼໍ່ລ້ຽງຄວາມໃຝ່ຝັນ ໃນການກ້າວອອກສູ່ທະເລຫຼວງ ຂອງ ຊາວ ກວາງນິງ. ຈາກພື້ນຖານມູນເຊື້ອດັ່ງກ່າວ, ກວາງນິງ ໃນມື້ນີ້
ກຳລັງຫັນປ່ຽນຢ່າງແຂງແຮງ ເພື່ອຂຽນຕໍ່ ເລື່ອງລາວ ການຂະຫຍາຍຕົວ ເສດຖະກິດທາງທະເລ ໃນຍຸກໃໝ່.
ໄລ່ຮອດຕົ້ນປີ 2026, ແຂວງ ກວາງນິງ ມີ 15 ທ່າກຳປັ່ນ, 44 ຂົວທ່າກຳປັ່ນ
ດ້ວຍຄວາມຍາວທັງໝົດເກືອບ 7 ກມ ພ້ອມກັບ 3 ທ່າທຽບເຮືອທຸ່ນຜູກ.
ລະບົບ 11 ເສັ້ນທາງເດີນເຮືອ ສໍາຄັນ ຄື: ຮ່ອນກາຍ - ກ໋າຍເລິນ, ເກິມຝາ, ວ້ານຢາ… ທີ່ມີຄວາມຍາວ
ເກືອບ 120 ກມ
ໄດ້ສ້າງເປັນເຄືອຂ່າຍ ການຄົມມະນາຄົມ ທາງນ້ຳທີ່ລຸລ່ວງ ແລະ ຄ່ອງຕົວ. ຄຽງຄູ່ກັນນັ້ນ, 8 ເສັ້ນທາງຫຼວງແຫ່ງຊາດ
ແລະ 2 ເສັ້ນທາງດ່ວນ
ດ້ວຍຄວາມຍາວທັງໝົດ ປະມານ 600 ກມ ໄດ້ຮັບການເຊື່ອມໂຍງ ຢ່າງຄົບຊຸດ
ກັບບັນດາທ່າກຳປັ່ນ ຈຸດສຸມຄື: ກາຍເລິນ, ອຽນຮຶງ, ເກິມຝາ, ວ້ານຢາ ແລະ ມຸ໊ຍຈົ່ວ, ສ້າງເປັນລະບົບໂຄງລ່າງຕໍ່ເນື່ອງ
ລະຫວ່າງ ທ່າກຳປັ່ນ ແລະ ການຄົມມະນາຄົມທາງບົກ.
ການເຄື່ອນໄຫວຂົນສົ່ງສິນຄ້າ ຢູ່ທ່າກຳປັ່ນ ກ໋າຍເລິນ. ພາບ: ຈິ້ງໂບ້/VNP
ຍ້ອນໂຄງລ່າງທີ່ຄົບຊຸດ ແລະ ທັນສະໄໝ, ກວາງນິງ ກຳລັງ ເສີມຂະຫຍາຍປະສິດທິຜົນ ຂໍ້ໄດ້ປຽບ ທ່າກຳປັ່ນຂອງຕົນ. ບັນດາພື້ນທີ່ ຄື: ຮອ່ນແນ໋ດ - ເກິມຝາ
ມີຄວາມສາມາດ ຮອງຮັບ ກຳປັ່ນທີ່ ສາມາດບັນທຸກນໍ້ໜັກໄດ້ເຖິງ 120.000 ໂຕນ, ໃນຂະນະທີ່ ທ່າກຳປັ່ນທົ່ວໄປ, Container ແລະ ສິນຄ້າເທກອງ ສາມາດຂຸດຄົ້ນກຳປັ່ນ ທີ່ສາມາດ ບັນທຸກນ້ຳໜັກໄດ້ປະມານ
85.000 ໂຕນ, ສະແດງໃຫ້ເຫັນວ່າ
ຄວາມສາມາດຂຸດຄົ້ນນັບມື້ນັບໄດ້ ຮັບການຍົກສູງ.
ເປົ້າໝາຍຂອງ ກວາງນິງ ບໍ່ພຽງແຕ່ ຢຸດຢູ່ທີ່ການຂະຫຍາຍ ຂະໜາດ ທ່າກຳປັ່ນ ເທົ່ານັ້ນ. ແຂວງ ກຳລັງມຸ່ງສູ່ ການເພີ່ມ ອັດຕາສ່ວນເສດຖະກິດທະເລ ໃນ
GRDP, ສ້າງບາດກ້າວ
ບຸກທະລຸ ຍຸດທະສາດ ແລະ ສ້າງເປັນກຸ່ມເສດຖະກິດທະເລ ຫຼາຍຂະແໜງ. ຕາມທິດຮອດປີ 2030, ກວາງນິງ ສູ້ຊົນ
ກາຍເປັນ ສູນກາງເສດຖະກິດທະເລ ທີ່ຍືນຍົງ ອັນດັບຕົ້ນໆ ຂອງ ຫວຽດນາມ, ທັງຢັ້ງຢືນບົດບາດ
ເປັນປະຕູເຂົ້າອອກ ສົ່ງຕໍ່ສິນຄ້າ ທ່ີສໍາຄັນ ຂອງເຂດຕາເວັນອອກສ່ຽງເໜືອ.
ລະບົບທ່າກຳປັ່ນ ທີ່ທັນສະໄໝ ກຳລັງສ້າງແຮງກະຕຸ້ນ ຢ່າງແຂງແຮງ ໃຫ້ຂະແໜງ logistics ແລະ ການເຄື່ອນໄຫວ ນຳເຂົ້າ - ສົ່ງອອກ ຂອງ ແຂວງ.
ປີ 2025, ມູນຄ່າ ການສົ່ງອອກ
ຂອງບັນດາວິສາຫະກິດ ໃນພື້ນທີ່ ບັນລຸ 4,122 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 16,5% ເມື່ອທຽບໃສ່ປີ
2024; ມູນຄ່າການນຳເຂົ້າ
ບັນລຸ 4,560 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 16,2%. ໃນງວດ I/2026, ການສົ່ງອອກ ສືບຕໍ່ບັນລຸໄດ້ 1,074 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 12% ເມື່ອທຽບໃສ່
ໄລຍະດຽວກັນ ຂອງ ປີກາຍ, ສ່ວນການນຳເຂົ້າ
ບັນລຸ 1,135 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 9,9%.
ທ່າກຳປັ່ນ ກ໋າຍເລິນ ແມ່ນກິດຈະການຮ່ວມທຶນ ລະຫວ່າງ ກຸ່ມບໍລິສັດ Carrix (ສ ອາເມຣິກາ) ແລະ ບໍລິສັດ ຫຸ້ນສ່ວນລົງ ທຶນ ທ່າກຳປັ່ນ
ກ໋າຍເລິນ, ຄວບຄຸມລະບົບໂຄງລ່າງ ທັນສະໄໝ ໄດ້ຮັບການລົງທຶນຄົບຊຸດ ດ້ວຍເຕັກໂນໂລຊີ ທ່ີທັນສະໄໝ.
ພາບ: ກົງດາດ/VNP
ຕໍ່ໜ້າຄວາມຫວັງນັ້ນ, ທ່ານ ຫງວຽນຢຸຍມິງ, ເລຂາທິການໃຫຍ່ ສະ ມາຄົມວິສາຫະກິດ ບໍລິການ logistics ຫວຽດນາມ (VLA), ໄດ້ຕີລາ
ຄາວ່າ: “ດ້ວຍບັນດາ ຂໍ້ໄດ້ປຽບ, ຄວາມບົ່ມຊ້ອນ ໂດດເດັ່ນ, ພ້ອມກັບການຕັດສິນໃຈ
ຢ່າງແຂງແຮງ ຂອງແຂວງ ແລະ ຄວາມພະຍາຍາມ ຂອງ ປະຊາຄົມວິສາຫະກິດ ແລະ ປະຊາຊົນ, ກວາງນິງ ມີເງື່ອນໄຂ
ຢ່າງຄົບຖ້ວນ ເພື່ອກາຍເປັນ ໜຶ່ງໃນ ບັນດາຈຸດເຊື່ອມ logistics ອັນສໍາຄັນ, ສູນກາງແຈກຢາຍ ແລະ ສົ່ງຕໍ່ສິນຄ້າ ຫຼາຍຮູບແບບ ເຊື່ອມໂຍງເຂດເສດຖະກິດຈຸດສຸມ
ພາກເໜືອ ກັບທົ່ວປະເທດ, ພາກພື້ນ ແລະ
ສາກົນ”.
ຫາຍຟ່ອງ - ກ້າວຂຶ້ນລະດັບສາກົນ ກັບແນວຄິດ ດີຈີຕອນ ແລະ ວິໄສທັດຍຸດທະສາດ
ຈາກ ກວາງນິງ ລົງໄປທາງທິດໃຕ້ຕາເວັນຕົກ, ກະແສ ການຂະຫຍາຍຕົວ logistics ສືບຕໍ່ປະສົມປະສານ ເຂົ້າໃນ ຈັງຫວະການຂະຫຍາຍຕົວ
ຢ່າງຟົດຟື້ນ ຂອງນະຄອນ ຫາຍຟ່ອງ - ສູນກາງທ່າກຳປັ່ນ ທີ່ໃຫຍ່ທີ່ສຸດ ພາກເໜືອ ຫວຽດນາມ ແລະ
ແມ່ນປະຕູເຂົ້າ ອອກ ທາງທະເລສາກົນ ທີ່ສໍາຄັນ ຂອງ ທົ່ວປະເທດ.
ຫາຍຟ່ອງ ແມ່ນໜຶ່ງໃນຈຳນວນບໍ່ຫຼາຍທ້ອງຖິ່ນ ຂອງ ຫວຽດນາມ ທີ່ຮວບຮວມ ຄົບຖ້ວນ 5 ຮູບແບບການຂົນສົ່ງ: ທາງທະເລ, ທາງແມ່ນ້ຳ, ທາງລົດໄຟ, ທາງບົກ ແລະ ທາງອາກາດ.
ຂໍ້ໄດ້ປຽບນີ້, ເມື່ອປະສົມປະສານ
ກັບລະບົບ ທ່າກຳປັ່ນ ທີ່ທັນສະໄໝ, ໂດຍສະເພາະແມ່ນທ່າກຳປັ່ນສາກົນ ແລກຮວ້ຽນ ທີ່ມີຄວາມສາມາດຮອງຮັບກຳປັ່ນ
ທີ່ສາມາດ ບັນທຸກ ນ້ຳໜັກໄດ້ປະມານ 100.000 ໂຕນ, ຊ່ວຍໃຫ້ ຫາຍ ຟ່ອງ ກາຍເປັນຈຸດເຊື່ອມຕໍ່ທ່ີສໍາຄັນ
ຂອງບັນດາເສັ້ນທາງ ຂົນສົ່ງ ທາງທະເລສາກົນ.
ການຂົນຖ່າຍ container ຢູ່ທ່າກຳປັ່ນ
ດິ່ງຫວູ໊. ພາບ: ຈິ້ງໂບ້/VNP
ຕາມແຜນການຂະຫຍາຍຕົວ ຮອດປີ 2030, ປະລິມານ ສິນຄ້າ ຜ່ານລະບົບທ່າກຳປັ່ນ ຫາຍຟ່ອງ ຄາດວ່າ ຈະບັນລຸໄດ້ ແຕ່ 175,4 ຫາ 215,5 ລ້ານໂຕນ. ນະຄອນ
ບໍ່ພຽງແຕ່ປະຕິບັດ ພາລະບົດບາດ ຍົກຍ້າຍ ແລະ ໝູນວຽນສິນຄ້າແບບດັ້ງເດີມ ເທົ່ານັ້ນ, ແຕ່ກຳລັງຫັນປ່ຽນຢ່າງແຂງແຮງ
ໄປສູ່ ການບໍລິການ logistics ທີ່ມີມູນຄ່າເພີ່ມສູງ, ຕິດພັນກັບ
ບັນດາເສັ້ນທາງ ທາງທະເລສາກົນທ່ີສໍາຄັນ.
ທ່ານ ຫງວຽນວັນແທ່ັງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຫາຍຟ່ອງ ໃຫ້ຮູ້ວ່າ: “ຫາຍຟ່ອງ ມີທີຕັ້ງພູມສາດ
ທີ່ເອື້ອອຳນວຍ, ໂຄງລ່າງການຄົມມະນາຄົມ
ທີ່ຄົບຊຸດ, ໂດຍສະເພາະແມ່ນລະບົບທ່າກຳປັ່ນ ທີ່ທັນສະໄໝ. ສິ່ງນີ້ ສ້າງພື້ນຖານອັນໜັກແໜ້ນ
ເພື່ອໃຫ້ ນະຄອນ ກາຍເປັນ ສູນກາງ logistics ທ່ີສໍາຄັນ, ບໍ່ພຽງແຕ່ຂອງພາກເໜືອເທົ່ານັ້ນ, ແຕ່ຍັງກ້າວຂຶ້ນລະດັບສາກົນອີກດ້ວຍ”.
ຈຸດພົ້ນເດັ່ນ ຂອງລະບົບທ່າກຳປັ່ນ ຫາຍຟ່ອງ ໃນປັດຈຸບັນ ແມ່ນການຫັນເປັນ ດີຈີຕອນ ໃນການຂຸດຄົ້ນ ແລະ ບໍລິຫານ ທ່າກຳປັ່ນ. ລະບົບ Smart
Gate ໄດ້ຮັບການຈັດຕັ້ງປະຕິບັດ
ຢູ່ທ່າກຳປັ່ນຫຼາຍແຫ່ງ, ຊ່ວຍໃຫ້ມີການ
ຫັນເປັນອັດຕະໂນມັດ ຂະບວນການມອບ - ຮັບສິນຄ້າ, ຫຼຸດຜ່ອນເວລາລໍຖ້າ ແລະ ເພີ່ມຄວາມໂປ່ງໄສ ໃນກິດຈະກຳ
ການຂຸດຄົ້ນ. ບັນດາເຕັກໂນໂລຊີ ກຳນົດທີ່ຕັ້ງ ແລະ ຕິດຕາມການເດີນທາງ ກໍໄດ້ຮັບການເຊື່ອມໂຍງ
ເຂົ້າໃນອຸປະກອນຍົກຍ້າຍ ແລະ ພາຫະນະຂົນສົ່ງ ພາຍໃນ ເພື່ອປະຢັດຕົ້ນທຶນ ການດຳເນີນງານ.
ວຽກງານບໍລິຫານ ຢູ່ ຫ້ອງການບໍລິຫານທ່າກຳປັ່ນ ດິ່ງຫວູ໊. ພາບ: ກົງດາດ/VNP
ການຂົນຖ່າຍ container ຢູ່ທ່າກຳປັ່ນ
PTSC ດິ່ງຫວູ໊. ພາບ: ຈິ້ງໂບ້/VNP
ເດີ່ນ container ຢູ່ທ່າກຳປັ່ນ
ດິ່ງຫວູ໊ ມີເນື້ອທີ່ 4,4 ເຮັກຕາ ດ້ວຍກຳລັງບັນຈຸສູງສຸດເກືອບ 3.000 TEU. ພາບ:
ກົງດາດ/VNP
ຄຽງຄູ່ກັບການ ຫັນເປັນດີຈີຕອນ, ຫາຍຟ່ອງ ສືບຕໍ່ຍູ້ແຮງ ການລົງທຶນໂຄງລ່າງ logistics ຂະໜາດໃຫຍ່. ນະຄອນ ຄາດວ່າ ຈະລະດົມທຶນຫຼາຍກວ່າ
78.000 ຕື້ດົ່ງ ເພື່ອ
ຂະຫຍາຍ ລະບົບທ່າກຳປັ່ນຮອດປີ 2030, ໂດຍສຸມໃສ່ ໂຄງລ່າງທາງທະເລ ສາທາລະນະ, ທ່າກຳປັ່ນບໍລິການ
ແລະ ບັນດາສູນກາງ logistics ຢູ່ ດິ່ງຫວູ໊ - ກາດຫາຍ, ນາມດິ່ງຫວູ໊ ແລະ VSIP. ໄລຍະ ຮອດປີ 2025, ຫາຍຟ່ອງ ວາງເປົ້າໝາຍ
ສ້າງໃຫ້ໄດ້ ຕັ້ງແຕ່ 1 ຫາ 3 ເຂດບໍລິການ logistics ລະດັບຊາດ, ໂດຍມຸ່ງສູ່ ອັດຕາ ການເຕີບໂຕ ຂອງຂະແໜງ logistics ບັນລຸໄດ້ປະມານ 30-35%/ປີ.
ຕີລາຄາກ່ຽວກັບທ່າແຮງການຂະຫຍາຍຕົວ ຂອງ ຫາຍຟ່ອງ, ທ່ານນາງ ເຈິ່ນທິຮົ່ງມິງ, ອະດີດຫົວໜ້າສະຖາບັນຄົ້ນຄວ້າ ນະໂຍບາຍ ແລະ ຍຸດທະສາດ ໄດ້ຕີລາຄາວ່າ: “ຫາຍຟ່ອງ ມີຫຼາຍຂໍ້ໄດ້ປຽບ ເພື່ອຂະຫຍາຍ
logistics ແລະ ເຂດການຄ້າເສລີ. ການຂຸດຄົ້ນຢ່າງມີປະສິດທິຜົນ
ຂໍ້ໄດ້ປຽບດ້ານທີ່ຕັ້ງພູມສາດ, ໂຄງລ່າງ ແລະ ແຫຼ່ງ ບຸກຄະລາກອນ ຈະຊ່ວຍໃຫ້ ຫາຍຟ່ອງ
ກາຍເປັນສູນກາງ logistics ຂອງເຂດພາກເໜືອ ແລະ ສາກົນ ໃນໄວໆນີ້”.
ຄຽງຄູ່ກັບທິດທາງດັ່ງກ່າວ, ທ່ານ ບຸ່ຍຫງອກຫາຍ, ຮອງຫົວໜ້າ ຄະນະບໍລິຫານ ເຂດເສດຖະກິດ ຫາຍຟ່ອງ ໄດ້ຢັ້ງຢືນວ່າ: “ພວກຂ້າພະເຈົ້າ ກຳລັງພະຍາຍາມສ້າງ
ຫາຍຟ່ອງ ໃຫ້ກາຍເປັນສູນກາງ logistics ທີ່ທັນສະໄໝ, ມີປະສິດທິຜົນ ແລະ ລະດັບສາກົນ. ສິ່ງນີ້ ບໍ່ພຽງແຕ່ຍົກສູງ
ຄວາມສາມາດ ໃນການແຂ່ງຂັນ ຂອງບັນດາວິສາຫະກິດ ທ້ອງຖິ່ນເທົ່ານັ້ນ, ແຕ່ຍັງ
ປະກອບສ່ວນ ເຂົ້າໃນການຂະຫຍາຍຕົວລວມ ຂອງ ທົ່ວເຂດ ແລະ ປະເທດຊາດອີກດ້ວຍ”.
ທ່າກຳປັ່ນນ້ຳເລິກ ແລກຮວ້ຽນ (ນະຄອນ ຫາຍຟ່ອງ) ສາມາດ ຮັບ ກຳປັ່ນ container
ຂະໜາດໃຫຍ່ພິເສດ ທີ່ສາມາດບັນທຸກນໍ້ຳໜັກໄດ້ເຖິງ 100.000 - 160.000 DWT,
ຂຸດຄົ້ນ ບັນດາເສັ້ນທາງຂົນສົ່ງໂດຍກົງ
ໄປຍັງ ເອີຣົບ ແລະ ອາເມຣິກາເໜືອ ໂດຍບໍ່ຕ້ອງຂົນສົ່ງຜ່ານທ່າກຳປັ່ນ ຕ່າງປະເທດ. ພາບ:
ຫວຽດເກື່ອງ/VNP
ເດີ່ນບັນຈຸ container ແລະ
ສິນຄ້າ ຢູ່ທ່າກຳປັ່ນ ເຕິນຫວູ໊. ພາບ: ຈິ້ງໂບ້/VNP
ໂດຍລວມແລ້ວ, ຈຸດແຂງໃນ logistics ຂອງເຂດ ພາກເໜືອ ບໍ່ໄດ້ຢູ່ແຕ່ລະທ້ອງຖິ່ນໃດໜຶ່ງ, ແຕ່ແມ່ນຢູ່ທີ່ການເຊື່ອມໂຍງ ແລະ ຊ່ວຍໜູນໃຫ້ກັນ ລະຫວ່າງ ກວາງນິງ ແລະ ຫາຍຟ່ອງ. ຖ້າ ກວາງນິງ ມີຂໍ້ໄດ້ປຽບ ດ້ານຂອບເຂດອ່າວເລິກ, ເສັ້ນທາງ
ເດີນເຮືອ ຕາມທຳມະຊາດທີ່ເອື້ອອຳນວຍ ແລະ ພື້ນທີ່ ກວ້າງຂວາງ ເພື່ອຂະຫຍາຍ ບັນດາທ່າກຳປັ່ນຂະໜາດໃຫຍ່
ພ້ອມກັບກຸ່ມເສດຖະກິດທະເລ ຫຼາຍຂະແໜງ, ຫາຍຟ່ອງ ພັດໂດດເດັ່ນ ດ້ວຍຄວາມສາມາດສົ່ງ ຕໍ່ສິນຄ້າສາກົນ
ຫຼາຍຮູບແບບ, ລະບົບເຂດອຸດສາຫະກຳ
- ຕົວເມືອງ ຕິດພັນ ກັບ ການບໍລິການ logistics ທີ່ທັນສະໄໝ ແລະ ລະດັບ ການຫັນເປັນດີຈີຕອນ
ສູງ.
ສອງລະບົບນີ້ ບໍ່ໄດ້ແຂ່ງຂັນກັນໂດຍກົງ, ແຕ່ແມ່ນເພີ່ມເຕີມ ໃຫ້ກັນ, ສ້າງເປັນເຄືອຂ່າຍຕໍ່ເນື່ອງ
ຢູ່ ອ່າວພາກເໜືອ. ສິນຄ້າ ຈາກບັນດາແຂວງ ຢູ່ພາກເໜືອ ແລະ ບັນດາແລວ ເສດຖະກິດ ຂ້າມຊາຍແດນ
ສາມາດເລືອກກຸ່ມ ທ່າກຳປັ່ນ ກວາງນິງ ຫຼື ຫາຍຟ່ອງ ຢ່າງຄ່ອງໂຕ ຕາມຍຸດທະສາດ ຕ່ອງໂສ້
ສະໜອງ, ຜ່ານນັ້ນ ເພີ່ມຄວາມດຶງດູດ
ຕໍ່ກັບ ບັນດາກຸ່ມບໍລິສັດ ຂົນສົ່ງ ທາງທະເລ ແລະ logistics ທົ່ວໂລກ.
ບັນຈຸສິນຄ້າໄມ້ບົດ ສົ່ງອອກ ໄປ ຍີ່ປຸ່ນ ຢູ່ທ່າກຳປັ່ນ ກ໋າຍເລິນ. ພາບ: ທົງທ້ຽນ/VNP
ການສົ່ງອອກ-ນຳເຂົ້າ ສິນຄ້າ ຢູ່ທ່າກຳປັ່ນ ແລກຮວ້ຽນ. ພາບ: ຫວຽດເກື່ອງ/VNP
ພິເສດ, ພາບລວມການຂະຫຍາຍຕົວນັ້ນ ຍິ່ງມີຄວາມໝາຍ ຍຸດທະສາດ ເມື່ອໄດ້ວາງໄວ້ ໃນຈິດໃຈມະຕິ ສະບັບເລກທີ 20-NQ/TW ກ່ຽວກັບການສ້າງ ແລະ ພັດທະນາ ຫວຽດນາມ ໃຫ້ກາຍເປັນປະເທດທະເລ
ທີ່ເຂັ້ມແຂງ. ລະບົບທ່າກຳປັ່ນ ກວາງນິງ ແລະ ຫາຍຟ່ອງ ກຳລັງກາຍເປັນ ຫຼັກຖານ ທ່ີມີຊີວິດຊີວາ
ໃຫ້ແກ່ຂະບວນການ ຫັນເປົ້າໝາຍ ການຂະຫຍາຍຕົວເສດຖະກິດທະເລ ທີ່ທັນສະໄໝ, ຍົກສູງ ຄວາມສາມາດ logistics ຂອງຊາດ ແລະ ເພີ່ມທະວີ ທີ່ຕັ້ງ ຂອງ ຫວຽດນາມ ໃນເຄືອຂ່າຍທາງທະເລ
ພາກພື້ນ ແລະ ສາກົນ ໃຫ້ປາກົດຜົນເປັນຈິງ.
- ບົດ: ທົງທ້ຽນ - ພາບ: ຈິ້ງໂບ້, ກົງດາດ, ທົງທ້ຽນ/VNP