ຂ່າວສານ

ຫາດຊາຍທະເລເກືອລໍ່, ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງເງະອານ

      ຫາດຊາຍທະເລເກືອລໍ່ແມ່ນໜຶ່ງໃນບັນດາຫາດຊາຍທະເລທີ່ສວຍງາມທີ່ເຂດຕອນເໜືອພາກກາງຫວຽດນາມ
      ໂດຍຫ່າງຈາກນະຄອນວິງແຂວງເງະອານໄປທາງທິດຕາເວັນອອກ 17 ກມ, ດ້ວຍ ຫາດຊາຍທະເລຍາວຢຽດ, ທິວທັດທຳມະຊາດທີ່ງົດງາມ ແລະ ຍັງຮົກເຮື້ອ. ເກືອລໍ່ພວມກາຍເປັນທີ່ຮູ້ຈັກກັນດີຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຫາດຊາຍທະເລເກືອລໍ່ 
      ຈາກຮ່າໂນ້ຍໄປຍັງເກືອລໍ່, ແຂກທ່ອງທ່ຽວສາມາດຂີ່ລົດໂອໂຕ, ລົດໄຟຫຼືເຮືອບິນໄປຍັງນະຄອນວິງ ແລະ ຈາກວິງກໍໄປຕໍ່ຮອດເກືອລໍ່. ໃນລາຍການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບຢູ່ຫາດຊາຍທະເລເກືອລໍ່, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ພັກຜ່ອນ, ອາບນ້ຳທະເລເທົ່ານັ້ນ, ແຂກທ່ອງທ່ຽວຍັງມີໂອກາດໄດ້ຮັບຊົມທິວ ທັດພູຮົ່ງລິ້ງ, ແວ່ຢາມບ້ານກິມລຽນຊຶ່ງແມ່ນບ້ານເກີດຂອງປະທານໂຮ່ຈິມິນ ແລະ ສະຖານທີ່ລື່ຊື່ອື່ນໆອີກດ້ວຍ. ຫາດຊາຍທະເລເກືອລໍ່ສວຍງາມທີ່ສຸດດ້ວຍຊາຍຂາວຍາວຢຽດເຖິງ 10 ກມ, ນ້ຳທະເລຂຽວເຢັນ. ໃນເວລາອາບນ້ຳທະເລຢູ່ເກືອລໍ່, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບທຳມະຊາດຢູ່ເກືອລໍ່, ໄປຢ້ຽມຢາມເກາະງື, ເກາະມັດ, ເກາະລານເຈົາ, ເຂດທ່ອງທ່ຽວຊີວະພາບ ເກືອໂຫ້ຍ, ຖ້ຳບົວ, ນ້ຳແຮ່ທາດ ກິມເຊີນ. ທ່ານເຈີນວັນບິງ ແຂກທ່ອງທ່ຽວເປີດເຜີຍວ່າ: 
   “ເກືອລໍ່ ແມ່ນສະຖານທີ່ທ່ອງທ່ຽວຢູ່ພາກກາງຫວຽດນາມ. ທິວທັດ ປາກທະເລ    ຫາດຊາຍທະເລງົດງາມທີ່ສຸດ, ອາກາດຢູ່ນີ້ກໍເຢັນສະບາຍ. ພິເສດເມື່ອມາທ່ອງທ່ຽວຢູ່ແຫ່ງນີ້, ກໍຍັງສາມາດແວ່ຢາມບ້ານເກີດຂອງປະທານໂຮ່ຈິມິນອີກດ້ວຍ. ທັງໄດ້ພັກຜ່ອນບຳລຸງສຸຂະພາບ, ທັງໄດ້ຢ້ຽມຊົມທິວທັດທຳມະຊາດທີ່ສວຍງາມ ແລະ ບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳ . ສະດວກສະບາຍທີ່ສຸດເມື່ອແຂກທ່ອງທ່ຽວມາຢ້ຽມຢາມແຫ່ງນີ້”
     ຢູ່ເຂດທ່ອງທ່ຽວເກືອລໍ່, ແຂກທ່ອງທ່ຽວຍັງຈະມີໂອກາດຂີ່ເຮືອໄປຢ້ຽມຊົມທິວທັດຢູ່ເກາະຕ່າງໆ, ໄດ້ປີນພູ, ດຳນ້ຳທະເລ ແລະ ເຂົ້າພະວິຫານບູຊາ ຫງວຽນຊີ້ໃນຕາແສງງີເຫີບ, ວັດຈຸງກຽນຢູ່ຕາແສງງີທຽດ…ຈາກເກືອລໍ່ໄປທາງກ້ຳຕາເວັນຕົກປະມານ 2 ກມ, ແຂກທ່ອງທ່ຽວຈະຮອດບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳ ດ້ວຍສະຖາປັດຕະຍະກຳພິເສດເຊັ່ນ: ພະວິຫານບູຊາເຈົ້າອາມາດ ຫງວຽນຊູໂຫ້ຍ, ວັດດາວງື ແລະ ພູກວນຕຸ່ງ. ສິ່ງທີ່ປະທັບໃຈທີ່ສຸດສຳລັບແຂກທ່ອງທ່ຽວເມື່ອມາຢ້ຽມຢາມເກືອລໍ່, ນັ້ນແມ່ນໄດ້ຈ້າງເຮືອຂອງຊາວປະມົງອອກສູ່ກາງທະເລໃນທ່າມກາງແສງອະລຸນຍາມເຊົ້າ, ອັນໄດ້ເຮັດໃຫ້ຈິດໃຈຂອງຜູ້ຄົນທັງຫຼາຍມີຄວາມສະຫວາດສະເຫວີຍ. ນາງ ຫງວຽນທິເຕີມແຂກທ່ອງທ່ຽວຈາກຮ່າໂນ້ຍ ແບ່ງປັນວ່າ : 
    “ ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄປເກືອລໍ່, ນະຄອນວິງ. ຊວງເວລານີ້ແມ່ນຫາກໍກ້າວເຂົ້າສູ່ລະດູທ່ອງທ່ຽວ, ແຕ່ແຂກທ່ອງທ່ຽວໄດ້ມານີ້ຢ່າງຫຼວງຫຼາຍ. ນ້ຳທະເລຢູ່ເກືອລໍ່ແມ່ນສະອາດ ແລະ ຂຽວເຢັນ, ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ. ດັ່ງນັ້ນ ຂ້າພະເຈົ້າດີໃຈຫຼາຍ ”
     ເທດສະບານເກືອລໍ່ໄດ້ຮັບການສ້າງຕັ້ງເມື່ອປີ 1994 ແລະ 2014 ແລະ ໄດ້ຮັບການຢັ້ງຢືນຈາກນາຍົກລັດຖະມົນຕີຫວຽດນາມແມ່ນເຂດຕົວເມືອງທ່ອງທ່ຽວທະເລ. ພ້ອມກັບວິວັດທະນາການດັ່ງກ່າວ, ເກືອລໍ່ໄດ້ພັດທະນາພື້ນຖານໂຄງລ່າງ ແລະ ລະບົບທາງຄົມມະນາຄົມທີ່ທັນສະໄໝຢ່າງວ່ອງໄວເຊັ່ນ:ບັນດາເຂດລະຫຼິ້ນບັນເທິງ. ໂຮງແຮມ, ພັດທະຄານ. ພິເສດ, ອຳນາດການປົກຄອງ ເທດສະບານເກືອລໍ່ໄດ້ ແລະ ພວມເປີດກ້ວາງການຮ່ວມສຳພັນ, ຮ່ວມທຸລະກິດໂດຍສຸມໃສ່ພື້ນ ຖານໂຄງລ່າງຕົວເມືອງ, ດັ່ງນັ້ນໂສມໜ້າເຂດຕົວເມືອງເກືອລໍ່ນັບມື້ນັບປ່ຽນແປງໄປ. ປະຈຸບັນ, ເພື່ອດຶງດູດແຂກທ່ອງທ່ຽວ, ແຂວງເງະອານ ແລະ ອຳນາດການປົກຄອງເທດສະບານເກືອລໍ່ໄດ້ຜົນຂະຫຍາຍ 4 ໂຄງການທ່ອງທ່ຽວທີ່ມີຂອບຂະໜາດໃຫຍ່, ນັ້ນແມ່ນເຂດປະສົມທ່ອງທ່ຽວ, ການຄ້າ, ກິລາ, ໝູ່ບ້ານຊົນເຜົ່າວັດທະນະທຳ ແລະ ສວນສາທາລະນະສະຫງວນໃຫ້ເດັກທີ່ພວມຢູ່ໃນໄລຍະວາງແຜນກຳນົດ ແລະ ຕະຫຼາດມືດໃນບ້ານເຮືອງງີ, ເກືອລໍ່ຈະສ້າງສຳເລັດໂດຍໄວ. ມາຮອດປະຈຸບັນ, ເກືອລໍ່ໄດ້ມີໂຮງແຮມ, ເຮືອນພັກກວ່າ 280 ແຫ່ງຊຶ່ງປະກອບດ້ວຍ 7.500 ກ່ວາຫ້ອງນອນ, ສາມາດຕ້ອນຮັບ ແຂກທ່ອງທ່ຽວກວ່າ 2,5 ລ້ານເທື່ອຄົນ/ປີ. ທ່ານ ຫງວຽນແມ້ງຢຸງ ພະນັກງານທ່ອງທ່ຽວແຂວງເງະອານ ໃຫ້ຮູ້ວ່າ  :
    “ ເກືອລໍ່ພວມປະຕິບັດບັນດາເປົ້າໝາຍ. ນັ້ນແມ່ນພື້ນຖານໂຄງລ່າງທ່ອງທ່ຽວທີ່ທັນສະໄໝ, ມີສະພາບແວດລ້ອມທ່ອງທ່ຽວອະລິຍະທຳ, ຖັນແຖວຜູ້ເຮັດວຽກງານທ່ອງທ່ຽວ ແລະ ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ ”
     ດ້ວຍບັນດາຄວາມມານະພະຍາຍາມເຊັ່ນນັ້ນ, ອຳນາດການປົກຄອງເທດສະບານເກືອລໍ່ພວມສູ້ຊົນເພື່ອນຳຫາດຊາຍທະເລເກືອລໍ່ ກາຍເປັນເຂດຕາກອາກາດທີ່ດູດດື່ມຂອງແຂວງເງະອານ ແລະ ທົ່ວປະເທດ ອັນໄດ້ເປັນການບັນເທົ່າຄວາມອິດເມື່ອຍ ແລະ ຢ່ອນອາລົມໃຫ້ແຂກທ່ອງທ່ຽວທັງຫຼາຍ.
 (ແຫຼ່ງຄັດຈາກ VOV)
 

top