ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ຫາຍຟ່ອງ: ໝູ່ບ້ານອາຊີບເຮັດທູບພື້ນເມືອງ ຄຶກຄື້ນເຂົ້າສູ່ລະດູການບຸນເຕັດ

ໃກ້ຈະຮອດບຸນປີໃໝ່ປະຈຳຊາດ ປີມະເມຍ 2026, ປະຊາຊົນໝູ່ ໝູ່ບ້ານອາຊີບເຮັດທູບພື້ນເມືອງ ຢູ່ຕາແສງ ເຈິ່ນຝູ໋, ນະຄອນ ຫາຍຟ່ອງ ພວມ ກະກຽມສິນຄ້າເພື່ອສະໜອງໃຫ້ແກ່ຕະຫຼາດດ້ວຍຄວາມຮີບຮ້ອນຂຸ້ນຂ້ຽວ. ໃນຂະນະທີ່ພວມຫຸ້ມຫໍ່ ແລະ ສົ່ງສິນຄ້າໄປທົ່ວທຸກເຂດພາກ, ບັນດາຄອບຄົວຢູ່ທີ່ນີ້ ຍັງຄົງສືບຕໍ່ການຜະລິດ ເພື່ອຮັບໃຊ້ໃຫ້ແກ່ ງານບຸນຕ່າງໆ ພາຍຫຼັງບຸນເຕັດ. 
ບັນດາໝູ່ບ້ານອາຊີບເຮັດທູບ ຢູ່ຕາແສງ ເຈິ່ນຝູ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານຕາມລະດູການ ປະມານ 700-800 ຄົນ, ຊ່ວຍແກ້ໄຂບັນຫາແຮງງານຢູ່ທ້ອງຖິ່ນ. ພາບ: ແມ້ງມິງ - VNA
ສະຖານທີ່ຜະລິດຂອງຄອບຄົວທຸລະກິດ ທູບຫອມ ກວກບາວ ຢູ່ບ້ານ ອານຊາ, ໄດ້ສ້າງວຽກເຮັດງານທຳເປັນປະຈຳໃຫ້ແກ່ແຮງງານຜູ້ສູງອາຍຸ ໃນທ້ອງຖິ່ນ ຫຼາຍກວ່າ 10 ຄົນ ດ້ວຍລາຍຮັບທີ່ໝັ້ນຄົງ ປະມານ 8 ລ້ານດົງ/ຄົນ/ເດືອນ. ພາບ: ແມ້ງມິງ - VNA

ຄຽງຄູ່ກັບການຮັກສາຈຳນວນລູກຄ້າເກົ່າ, ຄົນຮຸ່ນໜຸ່ມຫຼາຍຄົນ ໄດ້ຕັ້ງໜ້າໝູນໃຊ້ວິທີການຂາຍເຄື່ອງຜ່ານສື່ສັງຄົມອອນລາຍ ເພື່ອເຂົ້າເຖິງລູກຄ້າໃໝ່ ແລະ ເປີດກວ້າງຕະຫຼາດ. ພາບ: ແມ້ງມິງ - VNA

top