ຂ່າວສານ

ຫາຍຟ່ອງ ຫັນລະບົບທ່າກຳປັ່ນທະເລເປັນທັນສະໄຫມ

      ຫາຍຟ່ອງ ກຳນົດທິດຈະກາຍເປັນນະຄອນອຸດສາຫະກຳ ຕິດພັນກັບ ທ່າກຳປັ່ນທະເລທັນສະໄຫມ, ອັດສະລິຍະ, ຍືນຍົງ. ຈາກການກຳນົດທິດນັ້ນ ນະຄອນ ຫາຍຟ່ອງ ໄດ້ ແລະ ພວມພັດທະນາລະບົບທ່າກຳປັ່ນທະເລສົມທົບກັບພື້ນຖານໂຄງລ່າງຄົມມະນາຄົມ, ການບໍລິການ logistics ຢັ້ງຢືນບົດບາດ ແມ່ນຂົວເຊື່ອມຕໍ່ດ້ານຄົມມະນາຄົມທີ່ສຳຄັນ ແລະ ປະຕູອອກສູ່ທະເລຕົ້ນຕໍຂອງບັນດາແຂວງທາງພາກເຫນືອ, ເຊື່ອມຕໍ່ເຂດກັບພາກພື້ນ ແລະ ສາກົນ.
ທ່າກຳປັ່ນ ແລກຮ້ວຽນ ຢູ່ ຫາຍຟ່ອງ.(ພາບ: TTXVN)
       ປະຈຸບັນ ຫາຍຟ່ອງ  ມີທ່າກຳປັ່ນທະເລ ເກືອບ 50 ແຫ່ງ ແລະ ທ່າກຳປັ່ນ ຫາຍຟ່ອງ ໄດ້ກາຍເປັນທ່າກຳປັ່ນການຄ້າໃຫຍ່ອັນດັບ 2 ຂອງທົ່ວປະເທດ. ບັນດາທ່າກຳປັ່ນໃຫມ່ຄື: ນາມຫາຍ - ດິ້ງຫວູ, Vip Green Port, ແລກຮ້ວຽນ.. ໄດ້ຮັບການກໍ່ສ້າງເປັນທ່າກຳປັ່ນທັນສະໄຫມກ່ຽວກັບຂອບຂະຫນາດ, ໝູນໃຊ້ເຕັກໂນໂລຊີກ້າວຫນ້າທີ່ສຸດ ດ້ວຍລະດັບກຳລັງຄວາມສາມາດຈັດ ແລະ ຂົນຖ່າຍສິນຄ້າ, ມີກຳລັງຄວາມສາມາດພຽງພໍເພື່ອຕ້ອນຮັບບັນດາ “ກຳປັ່ນໃຫຍ່” ໃນໂລກ. ຕາມກົມການເດີນເຮືອ ຫວຽດນາມ ແລ້ວ, ໃນ 9 ເດືອນຂອງປີ 2021, ຍອດຜະລິດຕະພັນສິນຄ້າຜ່ານທ່າກຳປັ່ນທະເລຂອງຫວຽດນາມ ບັນລຸປະມານກວ່າ 535,7 ລ້ານໂຕນ, ໃນນັ້ນ ປະລິມານສິນຄ້າ container ຜ່ານ ບໍລິເວນຫາຍຟ່ອງ ແມ່ນເພີ່ມຂຶ້ນກວ່າ 15%.
      ໂດຍມີບົດບາດຫລັກແຫລ່ງຂອງບັນດາກຸ່ມທ່າກຳປັ່ນທາງພາກເຫນືອ, ທ່າກຳປັ່ນທະເລ ຫາຍຟ່ອງ ພວມສ້າງທ່າໄດ້ປຽບໃຫຍ່, ຮັບເອົາທ່າອ່ຽງປ່ຽນໃຫມ່ໃນຂະແຫນງຂົນສົ່ງທະເລຂອງໂລກ. ບັນດາບໍລິສັດໃຫຍ່ທີ່ມີຊື່ສຽງກ່ຽວກັບການຂົນສົ່ງທາງທະເລຂອງໂລກ ກໍ່ໄດ້ເລືອກເຟັ້ນ ຫາຍຟ່ອງ ເພື່ອຮ່ວມມືຂຸດຄົ້ນຄື:  Maersk Line, Wanhai… ການບືນຕົວຂຶ້ນຂອງຕົວເມືອງ ຫາຍຟ່ອງ, ກຳລັງດູດດື່ມສຳລັບບັນດານັກລົງທຶນກໍ່ຍ້ອນມີການປະກອບສ່ວນສຳຄັນຈາກທ່າກຳປັ່ນທະເລ. ທ່ານ ຫງວຽນດີງຕວນ, ຜູ້ຕາງຫນ້າຮັບຜິດຊອບການເຄື່ອນໄຫວຂອງກຳປັ່ນ Wanhai ຂອງໄທເປ ປະເທດຈີນ ຢູ່ ຫວຽດນາມ ມີຄວາມ     ເພິ່ງພໍໃຈຕໍ່ກັບບັນດາການບໍລິການຢູ່ ທ່າກຳປັ່ນ ຫາຍຟ່ອງ:
      ທ່າກຳປັ່ນ ຫາຍຟ່ອງ ຖືລູກຄ້າແມ່ນປັດໄຈຫລັກແຫລ່ງເພື່ອຮັບໃຊ້. ສິ່ງນີ້ແມ່ນການກຳນົດເຄື່ອງໝາຍຄຸນຄ່າການຜະລິດດຳເນີນທຸລະກິດຂອງຕົນ”
ທ່າກຳປັ່ນ ຫາຍຟ່ອງ ຖືກຈັດເຂົ້າກຸ່ມບັນດາທ່າກຳປັ່ນສຳຄັນທີ່ສຸດໃນກວ່າ 500 ທ່າກຳປັ່ນທະເລຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ໂງຈູງຮຽວ, ຮອງຜູ້ອຳນວຍການໃຫຍ່ ທ່າກຳປັ່ນຫາຍຟ່ອງ ໃຫ້ຮູ້ວ່າ:
      ທ່າກຳປັ່ນ ເຕີນຫວູ  ແມ່ນທ່າກຳປັ່ນໃຫຍ່ຂອງຫາຍຟ່ອງ ດ້ວຍຂອບຂະຫນາດກ່ຽວກັບຂົວອອກສູ່ກຳປັ່ນລະບົບອຸປະກອນ, ເຕັກໂນໂລຊີຢ່າງຄົບຊຸດ. ນັ້ນແມ່ນ ທ່າແຮງຂອງພວກຂ້າພະເຈົ້າໄດ້ເສີມຂະຫຍາຍໃນຕະຫລອດໄລຍະຜ່ານມາ ແລະ ນັບທັງໃນໄລຍະຕໍ່ໄປ. ຍິ່ງກວ່ານັ້ນ ດ້ວຍຄວາມຕັດສິນໃຈ, ຄວາມເປັນຈິດຫນຶ່ງໃຈດຽວຂອງທົ່ວອົງການ ແລະ ການນຳທ່າກຳປັ່ນຫາຍຟ່ອງ, ພວກຂ້າພະເຈົ້າຈະສືບຕໍ່ຊອກຫາບັນດາຕະຫລາດໃຫມ່ເພື່ອປະກອບສ່ວນເພີ່ມປະລິມານການຂົນສົ່ງສິນຄ້າ ແລະ ລາຍຮັບໃຫ້ບໍລິສັດ”
ສິນຄ້າ ນຳເຂົ້າສົ່ງອອກ ຢູ່ ທ່າກຳປັ່ນ ເຕີນຫວູ,ນະຄອນຫາຍຟ່ອງ. (ພາບ:haiquanonline.com.vn)
      ນຳຫນ້າໃນຍຸດທະສາດພັດທະນາລະບົບທ່າກຳປັ່ນທະເລນ້ຳເລິກ ນັ້ນກໍ່ແມ່ນທ່າກຳປັ່ນ container ຢູ່ ແລກຮ້ວຽນ ໂດຍແມ່ນ ທ່າກຳປັ່ນ container ເຕິນກ໋າງ ຫາຍຟ່ອງ ຄຸ້ມຄອງ ແລະ ຂຸດຄົ້ນ. ທ່າກຳປັ່ນ ມີຄວາມສາມາດຕ້ອນຮັບກຳປັ່ນ container ທີ່ສາມາດບັນຈຸສິນຄ້າ 14.000 teus ແລະ ກຳປັ່ນສັງລວມ ສາມາດບັນທຸກສິນຄ້າເກືອບ 160.000 ໂຕນ. ທ່າກຳປັ່ນແຫ່ງນີ້ໄດ້ຮັບຮູ້ແມ່ນ ຫນຶ່ງໃນຈຳນວນ 20 ທ່າກຳປັ່ນທະເລທີ່ສາມາດຮັບຕ້ອນບັນດາກຳປັ່ນໃຫຍ່.
      ໄລຍະຜ່ານມາ, ການວາງແຜນຜັງສັງລວມແຫ່ງການພັດທະນາລະບົບທ່າກຳປັ່ນທະເລ ຫວຽດນາມ ໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050 ກໍໄດ້ຮັບການເຊັນອະນຸມັດຈາກລັດຖະບານ. ທ່ານ ຫງວຽນເຕື່ອງແອງ ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທ່າກຳປັ່ນ ຫາຍຟ່ອງ ໃຫ້ຮູ້ວ່າ:
ບັນດານະໂຍບາຍຕັ້ງຫນ້າຂອງລັດຖະບານ ແລະ ນະຄອນ ຫາຍຟ່ອງ ເພື່ອແນໃສ່ດຶງດູດການລົງທຶນ ແລະ ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປັບປຸງພື້ນຖານໂຄງລ່າງ ແລະ ພິເສດ ແມ່ນບັນດານະໂຍບາຍ, ລະບຽບການສະດວກເພື່ອຮັບປະກັນລະຫວ່າງ ວິສາຫະກິດ ກັບບັນດາອົງການຄຸ້ມຄອງລັດ ຍາມໃດກໍ່ມີສະພາບແວດລ້ອມ, ລະບຽບການບໍລິຫານຢ່າງສະດວກ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ເສດຖະກິດຂອງຫວຽດນາມ ກໍ່ຄືສິນຄ້າສົ່ງອອກນຳເຂົ້າຂອງຫວຽດນາມ ໃນຊຸມປີຕໍ່ໄປ ຈະສືບຕໍ່ເຕີບໂຕຢ່າງແຮງໃນຊຸມປີຕໍ່ໄປ ແຕ່ 5-10%”
      ລະບົບທ່າກຳປັ່ນທະເລ ຫາຍຟ່ອງ ນັບມື້ນັບຢັ້ງຢືນບົດບາດທີ່ຕັ້ງຂອງຕົນ ແມ່ນທ່າກຳປັ່ນສຳຄັນໃນລະບົບສະຫນອງສິນຄ້າຂອງເສັ້ນທາງທະເລທົ່ວໂລກ. ໃນອະນາຄົດ, ຫາຍຟ່ອງ ກຳນົດທິດຈະກາຍເປັນນະຄອນທະເລທີ່ມີພື້ນຖານອຸດສາຫະກຳຕິດພັນກັບທ່າກຳປັ່ນທະເລທັນສະໄຫມ, ອັດສະລິຍະ, ການບໍລິການມີຄຸນນະພາບສູງ. ເພາະ ນະຄອນທ່າກຳປັ່ນ ໄດ້ ແລະ ພວມເຕົ້າໂຮມຄົບເງື່ອນໄຂເພື່ອພັດທະນາກາຍເປັນທ່າກຳປັ່ນອັດສະລິຍະ ທ່າອ່ຽງພັດທະນາຂອງບັນດາປະເທດທີ່ມີທະເລ.
(ແຫຼ່ງຄັດຈາກ VOV)


top