ຂ່າວສານ

ຫາງ​ສຽງ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ກັບ​ຄຳ​ຊີ້​ນຳ​ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່ຽວ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບການ​ເຄື່ອນ​ໄຫວ​ລະ​ບົບ​ການ​ເມືອງ

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເນັ້ນ​ໜັກ​ເຖິງ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ນຳ​ພາ, ກຳ​ອຳ​ນາດ ແລະ ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ພັກ ແລະ ລະ​ບົບ​ການ​ເມືອງ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ໃນ​ພິ​ທີ​ໄຂກອງ​ປະ​ຊຸມ (ພາບ: VNA)  

ບັນ​ດາການ​ກຳ​ນົດ​ທິດ​ຂອງ​ ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໃນ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສູນ​ກາງ​​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV ໃນ​ຕອນ​ເຊົ້າວັນ​ທີ 20 ກໍ​ລະ​ກົດ ກ່ຽວ​ກັບ​ເນື້ອ​ໃນ​ຈຸດ​ສຸມ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ນຳ​ພາ, ກຳ​ອຳ​ນາດ ແລະ ຄຸນ​ນະ​ພາບ​ການ​ເຄື່ອ​ນ​ໄຫວ​ຂອງ​ລະ​ບົບ​ການ​ເມືອງ, ພວມ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ພະ​ນັກ​ງານ, ລັດ​ຖະ​ກອນ, ສະ​ມາ​ຊິກ​ພັກ, ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ ແລະ ປະ​ຊາ​ຊົນ​ຈຳ​ນວນຫຼາຍ.

​ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເນັ້ນ​ໜັກ​ເຖິງ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ນຳ​ພາ, ກຳ​ອຳ​ນາດ ແລະ ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ພັກ ແລະ ລະ​ບົບ​ການ​ເມືອງ. ທ່ານ ຮ​ສ​.ປອ. ນາງ ບຸ່ຍ​ທິ​ອານ, ຫົວ​ໜ້າ​ສະ​ຖາ​ບັນ​ຊັບ​ພະ​ຍາ​ກອນ​, ສິ່ງ​ແວດ​ລ້ອມ ແລະ ພັດ​ທະ​ນາ​ຊຸມ​ຊົນ, ຖື​ວ່າ:

“ຂ້າ​ພະ​ເຈົ້າ​ເຫັນ​ວ່າ ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ສານ​ຂໍ້​ຄວາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ນັ້ນ​ແມ່ນ ກຳນົດສ້າງ​ມາດ​ຖານ​ຕີ​ລາ​ຄາ​ການ​ປະ​ຕິ​ຮູບ​ໄດ້​ຢ່າງ​ຈະ​ແຈ້ງ ໂດຍ​ບໍ່​ອີງ​ໃສ່​ຈຳ​ນວນ​ອົງ​ການ​ໂຮມ​ເຂົ້າ​ກັນ, ຫາກ​ໄດ້​ຕີ​ລາ​ຄາ​ດ້ວຍ​ລະ​ດັບ​ຄວາມ​ເພີ່ງ​ພໍ​ໃຈ​ຂອງ​ປະ​ຊ​າ​ຊົນ, ວິ​ສາ​ຫະ​ກິດ ແລະ ປະ​ສິດ​ທິ​ຜົນ​ການພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ຈິນ​ຕະ​ນາ​ການ​ຄຸ້ມຄອງບໍ​ລິ​ຫານ​ທີ່​ທັນ​ສະ​ໄໝ, ຖື​ໝາກ​ຜົນ​ຮັບ​ໃຊ້​ປະ​ຊາ​ຊົນ​ເປັນ​ໄມ້ຫຼາ​ວັດ​ແທກ​ສູງ​ສຸດ ແລະ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ”.

ເພື່ອ​ສືບ​ຕໍ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຊ​ນຳ​ພ​າ, ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ຄຸນ​ນະ​ພາບ​ຮັບ​ໃຊ້​ປະ​ຊາ​ຊົນ, ທ່ານ ຫງວຽນ​ຕຽນ​ຢິງ, ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວຽດ​ນາມ ຖື​ວ່າ:

“ເພື່ອ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ສອງ​ຂັ້ນ​ເຄື່ອນ​ໄຫວ​ໄດ້​ເປັນ​ຢ່າງ​ດີກວ່າ​ນັ້ນ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ພວກ​ເຮົາ​ຄວນ​ສືບ​ຕໍ່​ສຳຫຼວດກວດ​ຄືນ ແລະ ແບ່ງ​ຂັ້ນ, ພ​ິ​ເສດ ແມ່ນ​ແບ່ງ​ສິດ​ຢ່າງເຂັ້ມແຂງກວ່າ ແລະ ເໝາະ​ສົມ​ກວ່າ, ຈະ​ແຈ້ງກວ່າ. ​ການສຳຫຼວດກວດ​ຄືນ​ແມ່ນເພື່ອ​ໃຫ້​ພວກ​ເຮົາ​ສັບ​ຊ້ອນ​ໂຄງ​ປະ​ກອບ​ກົງ​ຈັກ​ການ​ຈັດ​ຕັ້ງຄືນ​ໃໝ່, ໂດຍ​ສະ​ເພາະ​ແມ່ນ​ການ​ຈັດ​ຕັ້ງ​ກົງ​ຈັກ​ ບັນ​ດາ​ອົງ​ການ​ວິ​ຊາ​ການ​ເພື່ອ​ຮັບ​ປະ​ກັນ​ຕອບ​ສະ​ໜອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ຖັນ​ແຖວ​ພະ​ນັກ​ງານ​ລັດ​ຖະ​ກອນ​ໃນ​ກົງ​ຈັກ​ປັດ​ຈຸ​ບັນ”.


top