ເວັບໄຊ ThaiPBSworld ຂອງສະຖານີກະຈາຍສຽງ ໂທລະພາບສາທາລະນະໄທ ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມພວມຕັ້ງໜ້າກຳນົດຄືນໃໝ່ວິທີການສຳຜັດທາງການທູດຕາມທິດຈະກາຍເປັນປະເທດລະດັບປານກາງໃນປີ 2045.
ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມໄປຢ້ຽມຢາມທາງລັດຖະກິດອິນໂດເນເຊຍ, ຢ້ຽມຢາມ ຄະນະເລຂາອາຊຽນ ແລະ ສິງກະໂປຢ່າງເປັນທາງການນັບແຕ່ວັນທີ 9 – 13 ມີນາ, ຫາງສຽງສື່ມວນຊົນສາກົນໄດ້ລົງຂ່າວກ່ຽວກັບເຫດການດ້ວຍຂໍ້ສັງເກດວ່າ ຫວຽດນາມ ພ້ອມແລ້ວທີ່ຈະນຳໜ້າ ອາຊຽນ.
ເວັບໄຊ ThaiPBSworld ຂອງສະຖານີກະຈາຍສຽງ ໂທລະພາບສາທາລະນະໄທ ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມພວມຕັ້ງໜ້າກຳນົດຄືນໃໝ່ວິທີການສຳຜັດທາງການທູດຕາມທິດຈະກາຍເປັນປະເທດລະດັບປານກາງໃນປີ 2045. ດ້ວຍຖານະເປັນສະມາຊິກ ອາຊຽນ, ຫວຽດນາມ ພ້ອມແລ້ວທີ່ຈະນຳໜ້າອາຊຽນ ພາຍຫຼັງ 3 ທົດສະວັດແຫ່ງການເຊື່ອມໂຍງ ແລະ ເປັນເຈົ້າຂອງວິທີການເຮັດວຽກຂອງ ອາຊຽນ.
ໃນຂະນະນັ້ນ, ເວັບໄຊຂອງຈີນຈຳນວນໜຶ່ງຄື: Global Times, , Knews, Sina, Sohu… ກໍ່ໄດ້ລົງຂ່າວກ່ຽວກັບເຫດການ ແລະ ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມໄດ້ປັບປຸງຍຸດທະສາດທາງການທູດຂອງ ຫວຽດນາມ ຖືອາຊຽນ ເປັນໃຈກາງ ກໍ່ຄືປັບປຸງຄວາມສະໜິດຕິດພັນພາຍໃນກຸ່ມຂອງ ອາຊຽນຜ່ານການຮ່ວມມືສອງຝ່າຍ.