ຂ່າວສານ

ຫາງ​ສຽງ​ສາ​ກົນ ຕັ້ງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄະ​ນະ​ການ​ນຳ​ຊຸດ​ໃໝ່​ຂອງ ຫວຽດ​ນາມ

ຄະນະການນຳຊຸດໃໝ່ຂອງ ຫວຽດນາມ ຈະສືບທອດຜົນສຳເລັດຂອງ ອາຍຸການຊຸດກ່ອນ, ສືບຕໍ່ປ່ຽນແປງໃໝ່ ແລະ ຢັ້ງຢືນທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ. 
ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ (ພາບ: TTXVN) 

ເນື່ອງໃນໂອກາດສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ຫາກໍເລືອກຕັ້ງບັນດາຕຳແໜ່ງການນຳລັດ ແລະ ສະພາແຫ່ງຊາດ, ວັນທີ 9 ເມສາ, ເວັບໄຊຂອງວາລະສານທົ່ວໂລກ (Scennari internazionali) ຂອງ ອີຕາລີ ໄດ້ຄັດສະເໜີຄຳເຫັນຂອງທ່ານນາງ Sandra Scagliotti, ຫົວໜ້າກົງສູນກິຕິມະສັກ ຫວຽດນາມ ຢູ່ Torino  ຖືວ່າ ຄະນະການນຳຊຸດໃໝ່ຂອງ ຫວຽດນາມ ຈະສືບທອດຜົນສຳເລັດຂອງ ອາຍຸການຊຸດກ່ອນ, ສືບຕໍ່ປ່ຽນແປງໃໝ່ ແລະ ຢັ້ງຢືນທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ. ທ່ານນາງຢັ້ງຢືນວ່າ ການນຳຊຸດໃໝ່ຂອງ ຫວຽດນາມ ລວມມີບັນດາບຸກຄົນທີ່ມີປະສົບການ ແລະ ມີກຳລັງຄວາມສາມາດທີ່ດີ, ດັ່ງນັ້ນ ແນ່ນອນວ່າ ຈະຜ່ານຜ່າໄດ້ບັນດາສິ່ງທ້າທາຍໃໝ່ ດ້ວຍເລື່ອງສືບຕໍ່ຜັນຂະຫຍາຍວິວັດທະນາການແຫ່ງການປ່ຽນແປງໃໝ່, ປະຕິຮູບຢ່າງມີປະສິດທິຜົນ ແລະ ເໝາະສົມ.

        ໃນຊຸມວັນຜ່ານມາ, ວົງການນັກຊ່ຽວຊານ, ນັກຮຽນຮູ້ ແລະ ສື່ມວນຊົນຂອງ ລັດເຊຍ ໄດ້ໃຫ້ຄວາມສົນໃຈຕໍ່ວິວັດການບູລະນະບຸກຄະລາກອນການນຳຂັ້ນສູງຂອງ ຫວຽດນາມ ທີ່ສຸດ. ທ່ານສາດສະດາຈານ Vladimir Kolotov, ຫົວໜ້າສະຖາບັນ ໂຮ່ຈີມິນ ສັງກັດ ມະຫາວິທະຍາໄລ ສັງລວມແຫ່ງຊາດ Saint Petersburg ຖືວ່າ ວິທີສັບຊ້ອນບຸກຄະລາກອນຂັ້ນສູງຂອງ ຫວຽດນາມ ໃນປັດຈຸບັນ ແມ່ນດີ ແລະ ກົມກ່ຽວທີ່ສຸດ, ດ້ານໜຶ່ງແມ່ນເພື່ອສ້າງໃຫ້ລະບົບການເມືອງທັນສະໄໝ, ສ້າງປະຖົມປັດໄຈເພື່ອສືບຕໍ່ປ່ຽນແປງໃໝ່ ແລະ ນຳປະເທດມຸ່ງໄປເຖິງພາຍພາກໜ້າ, ດ້ານອື່ນ ຍັງຮັກສາໄດ້ສະຖຽນລະພາບ, ຮັກສາບັນດາສະຫາຍການນຳທີ່ມີຄວາມໄວ້ວາງໃຈສູງ ແລະ ມີຫຼາຍປະສົບການໃນວຽກງານບໍລິຫານລັດ.

 (ແຫຼ່ງຄັດຈາກ VOV)


top