ຂ່າວສານ

ຫາງສຽງໂລກຕີລາຄາ: ຫວຽດນາມ ມານະພະຍາຍາມປະກອບສ່ວນຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

ທີ່ກອງປະຊຸມນັດສາມັນຄັ້ງທີ 50 ຂອງສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ດຳເນີນໃນວັນທີ 13/6-8/7/2022 ຢູ່ ເຊີແນວ ປະເທດ ສະວິດ, ຜູ້ຕາງຫນ້າບັນດາປະເທດໄດ້ຮັບຮູ້ສານ, ຜົນງານ ແລະ ຄຳໝັ້ນສັນຍາຂອງຫວຽດນາມ ໃນຂົງເຂດສິດທິມະນຸດ, ປາດຖະຫນາຢາກໃຫ້ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດແມ່ນປະເທດສະມາຊິກຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນໃນສະພາສິດທິມະນຸດ. ແລະກໍ່ໃນໄລຍະນີ້ ບັນດາຜົນງານພົ້ນເດັ່ນຂອງຫວຽດນາມ ໃນບັນຫາຮັບປະກັນສິດທິມະນຸດກໍ່ໄດ້ເນັ້ນຫນັກຢ່າງແຮງໃນບົດຂຽນຕ່າງໆ ຂອງສື່ມວນຊົນ ເອີລົບ ກ່ຽວກັບການຢ້ຽມຢາມ ເອີລົບ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດີງເຫວ້ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ແຕ່ວັນທີ 26 -30 ມິຖຸນາປີ 2022.

ຫນັງສືພິມ Times of Malta     ລົງບົດຂຽນໃນວັນທີ 1 ກໍລະກົດ ດ້ວຍຫົວຂໍ້ ກ່ຽວກັບ ຈຸດເດັ່ນຊ່ວຍ ຫວຽດນາມ, ຕົວແທນຫນຶ່ງດຽວຂອງ ອາຊຽນ ສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2023-2025. ບົດຂຽນ ໄດ້ເນັ້ນຫນັກວ່າ: ເລື່ອງສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025 ເປັນການສະແດງໃຫ້ເຫັນຄວາມປາດຖະຫນາຂອງຫວຽດນາມ ທີ່ຢາກປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງໂລກ ເພື່ອແນໃສ່ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. ນີ້ເປັນຄັ້ງທີ 2 ທີ່ຫວຽດນາມ ໄດ້ສົ່ງເຂົ້າສະໝັກເປັນສະມາຊິກສະພາສິດທິມະນຸດ ສປຊ.

ຫນັງສືພິມ BBC News ຂອງ ອັງກິດ ແລະ  The Diplomat ຂອງອາເມລິກາ ລ້ວນແຕ່ມີຂໍ້ສັງເກດດຽວກັນວ່າ: “ພັກກອມມູນິດ ຫວຽດນາມ ໄດ້ມີການກະທຳດ້ວຍຄວາມຮັບຜິດຊອບ ແລະ ຖືປະຊາຊົນຢູ່ເຫນືອກວ່າສິ່ງໃດໝົດ”. ປະຈຸບັນ ຫວຽດນາມ ນອນໃນບັນຊີລາຍຊື່ບັນດາປະເທດມີລະດັບການເຕີບໂຕດັດຊະນີພັດທະນາມະນຸດ (HDI) ຢູ່ໃນລະດັບສູງສຸດຂອງໂລກ (ເພີ່ມຂຶ້ນ 45% ແຕ່ປີ 1990 ຮອດປີ 2019). ຕາມບົດລາຍງານດັດຊະນີຄວາມຜາສຸກຂອງ ສປຊ ປີ 2020,

  ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມນັດສາມັນຄັ້ງທີ 50 ສະພາສິດທິມະນຸດ ສປຊ. (ພາບ:TTXVN)  

 ຫວຽດນາມ ຢືນອັນດັບ 83 ໃນຈຳນວນ 156 ປະເທດ ແລະ ເຂດແຄ້ວນ, ເພີ່ມຂຶ້ນ 11 ຂັ້ນເມື່ອທຽບໃສ່ປີ 2019. ຫນັງສືພິມສະບັບດັ່ງກ່າວ ຍັງໄດ້ຄັດສະເຫນີຄຳເຫັນຂອງຊ່ຽວຊານ ສປຊ ຫຼາຍທ່ານໂດຍຖືວ່າ: ບັນດາບຸລິມະສິດ ແລະ ຄວາມມານະພະຍາຍາມຂອງລັດຖະບານ ໃນການສ້າງ ແລະ ພັດທະນາສິດທິມະນຸດ, ຊຸກຍູ້ຄວາມສະເຫມີພາບໃນສັງຄົມ ໄດ້ຊ່ວຍໃຫ້ຫວຽດນາມ ບັນລຸໄດ້ບັນດາຜົນງານພົ້ນເດັ່ນດັ່ງກ່າວ.

ໃນຂະນະນັ້ນ, ຫນັງສືພິມລາຍວັນ Marx21ຂອງ ອີຕາລີ ມີບົດຂຽນດ້ວຍຫົວຂໍ້ວ່າ: “ຄຳຖະແຫລງຂອງ ຫວຽດນາມ ຢູ່ ເອີລົບ ກ່ຽວກັບເລື່ອງເຂົ້າຮ່ວມສະພາສິດທິມະນຸດ ສປຊ”. ບົດຂຽນໄດ້ເນັ້ນຫນັກຢ່າງແຮງດ້ວຍເລື່ອງ ເປັນຄັ້ງທີ ສອງທີ່ຫວຽດນາມ ໄດ້ສົ່ງເຂົ້າສະໝັກເປັນສະມາຊິກສະພາສິດທິມະນຸດ, ນີ້ເປັນການສະແດງໃຫ້ເຫັນວ່າ ຫວຽດນາມ ມີແນວທາງຢ່າງຖືກຕ້ອງໃນບັນດານະໂຍບາຍກ່ຽວກັບການພັດທະນາສິດທິມະນຸດ ແລະ ຈຸດເດັ່ນຂອງ ຫວຽດນາມ ໂດຍໄດ້ຮັບການຮັບຮູ້ຈາກສາກົນກ່ຽວກັບຜົນງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ.

ໃນບົດບາດເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2014-2016, ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວ ແລະ ໂຄງການຕ່າງໆຂອງສະພາຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບ.  ແລະ ທີ່ເວທີນີ້ ລັດຖະບານ ຫວຽດນາມ ຍາມໃດກໍ່ຢັ້ງຢືນຢ່າງຈະແຈ້ງກ່ຽວກັບສານວ່າດ້ວຍການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ປະກອບສ່ວນຫລາຍຂໍ້ລິເລີ່ມເພື່ອແນໃສ່ແກ້ໄຂບັນຫາສິດທິມະນຸດ. ເລື່ອງອາຊຽນ ເຫັນດີເລືອກເອົາ ຫວຽດນາມ ຕາງໜ້າໃຫ້ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສະໝັກເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023-2025 ສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະ ເປັນເອກະພາບສູງຂອງ ອາຊຽນ ສຳລັບ ຫວຽດນາມໃນຂົງເຂດນີ້.

ປະຈຸບັນ ຫວຽດນາມ ພວມສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025 ພ້ອມກັບຫລາຍຄຳໝັ້ນສັນຍາ, ບຸລິມະສິດ ດ້ວຍສານທີ່ວ່າ “ເຄົາລົບ ແລະ ເຂົ້າໃຈ - ສົນທະນາ ແລະ ຮ່ວມມື - ສິດທິມະນຸດທັງໝົດແມ່ນເພື່ອໝົດທຸກຄົນ”. ທີ່ກອງປະຊຸມນັດສາມັນຄັ້ງທີ 50 ຂອງສະພາສິດທິມະນຸດ ສປຊ ພວມດຳເນີນຢູ່ ເຊີແນວ ປະເທດ ສະວິດ, ຜູ້ຕາງຫນ້າ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມມານະພະຍາຍາມ ແລະ ຜົນງານໃນການພັດທະນາເສດຖະກິດ, ສັງຄົມ, ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ, ໃນສະພາບການທີ່ຫວຽດນາມ ກໍ່ຄືທຸກປະເທດໃນທົ່ວໂລກພວມມານະພະຍາຍາມຟື້ນຟູພາຍຫລັງໂລກລະບາດ ພ້ອມທັງຮັບມືກັບບັນດາບັນຫາທົ່ວໂລກ, ພິເສດ ແມ່ນການປ່ຽນແປງຂອງດິນຟ້າອາກາດ ແລະ ການຜັນແປສັບສົນຂອງສະພາບການໂລກຫວ່າງມໍ່ໆມານີ້.

ຂ້າຫລວງໃຫຍ່ ສປຊ, ທ່ານນາງ Michelle Bachelet ຕີລາຄາສູງບັນດາຜົນງານທາງດ້ານເສດຖະກິດ, ສັງຄົມ, ສ້າງພື້ນຖານໃຫ້ແກ່ເລື່ອງຍົກສູງຊີວິດການເປັນຢູ່, ຮັບປະກັນສິດໃຫ້ແກ່ປະຊາຊົນຫວຽດນາມ ໃນໄລຍະຜ່ານມາ, ພິເສດ ແມ່ນໃນໄລຍະເກີດໂລກລະບາດໂຄວິດ 19 ແລະ ຟື້ນຟູພາຍຫລັງໂລກລະບາດ. ໃນຂະນະນັ້ນ ທ່ານ Federico Villegas ປະທານສະພາສິດທິມະນຸດ ຖືວ່າ: ສານຂອງປະເທດສະໝັກຫວຽດນາມ  ແມ່ນຈິດໃຈບັນດາປະເທດຄວນເດີນຕາມ ເມື່ອເຂົ້າຮ່ວມສະພາສິດທິມະນຸດ.

ບັນດາທ່ານເອກອັກຕະລັດຖະທູດ, ຫົວຫນ້າຄະນະຜູ້ແທນບັນດາປະເທດ ຢູ່ ເຊີແນວ ໄດ້ຕີລາຄາສູງບົດກ່າວປາໄສ, ການເຄື່ອນໄຫວຂອງຫວຽດນາມ ທີ່ກອງປະຊຸມຄັ້ງທີ 50 ຂອງສະພາສິດທິມະນຸດ, ສະແດງຄວາມປະທັບໃຈຕໍ່ຈຸດຄວາມງາມກ່ຽວກັບປະເທດຊາດ, ຊາວຫວຽດນາມ, ຄວາມປອງດອງ ແລະ ສີສັນຫລາກຫລາຍຂອງວົງຄະນະຍາດບັນດາເຜົ່າ, ສາສະຫນາຂອງຫວຽດນາມ, ສ່ອງແສງໃຫ້ເຫັນຄວາມມານະພະຍາຍາມ ແລະ ຜົນງານທຸກດ້ານໃນການພັດທະນາເສດຖະກິດ, ສັງຄົມ ແລະ ການຮັບປະກັນສິດທິມະນຸດຂອງປະຊາຊົນຢູ່ ຫວຽດນາມ. ຊົມເຊີຍສານສະໝັກຂອງຫວຽດນາມ, ບັນດາປະເທດສະເຫນີ ຫວຽດນາມ ພ້ອມກັບການຊຸກຍູ້ການສົນທະນາ ແລະ ການຮ່ວມມືກັບບັນດາອົງການຈັດຕັ້ງໃນພາກພື້ນ ຢູ່ສະພາສິດທິມະນຸດ ສປຊ ກໍ່ຄືສະຫນິດຕິດພັນ ສະພາສິດທິມະນຸດ ກັບບັນດາອົງການວິຊາສະເພາະຂອງ ສປຊ ເປັນຕົ້ນແມ່ນໃນບັນດາຂົງເຂດສາທາລະນະສຸກ, ແຮງງານ, ສິ່ງແວດລ້ອມ, ການຫັນເປັນດຈີຕອນ.


top