ຂ່າວສານ

ຫາງສຽງສາກົນຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

      ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຍັງໄດ້ປະຕິບັດບົດບາດເປັນປະທານອາຊຽນ ໃນໄລຍະ 6 ເດືອນຜ່ານມາໄດ້ເປັນຢ່າງດີ

(ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ)
      ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຍັງໄດ້ປະຕິບັດບົດບາດເປັນປະທານອາຊຽນ ໃນໄລຍະ 6 ເດືອນຜ່ານມາໄດ້ເປັນຢ່າງດີ, ນຳພາບັນດາປະເທດອາຊຽນ ພ້ອມກັນຕ້ານຄືນໂລກລະບາດໂຄວິດ-19 ກໍຄືການເຄື່ອນໄຫວອື່ນໆອີກ. ພ້ອມກັນນັ້ນ, ຫວຽດນາມ ໄດ້ຈັດບັນດາກອງປະຊຸມກັບບັນດາຄູ່ຮ່ວມມືນອກພາກພື້ນ ແລະ ຄູ່ເຈລະຈາ, ກໍ່ຄືກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ສຳເລັດເປັນຢ່າງດີ. ນັ້ນແມ່ນຂໍ້ສັງເກດຂອງທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີການຕ່າງປະເທດລາວ, ຫົວໜ້າ SOM ASEAN ລາວ. ໃນ 6 ເດືອນຍັງເຫຼືອຂອງປີ 2020 ນີ້, ລາວ ຫວັງວ່າ ຫວຽດນາມ ຈະສືບຕໍ່ຊຸກຍູ້ການເພີ່ມທະວີຄວາມສະໜິດຕິດພັນ ແລະ ເຂັ້ມແຂງໃນອາຊຽນ, ພິເສດແມ່ນປະຕິບັດບັນດາບຸລິມະສິດທີ່ແຕກຕ່າງກັນເຊິ່ງຫວຽດນາມ ໄດ້ກະກຽມໄວ້, ລວມທັງການຊຸກຍູ້ ແລະ ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ; ຊຸກຍູ້ການສ້າງປະຊາຄົມອາຊຽນ ກໍຄືໃນການພົວພັນກັບບັນດາຄູ່ຮ່ວມມືພາຍນອກ.
        ຄຽງຂ້າງນັ້ນ, ຕາມ ທ່ານ ທອງຜ່ານ ສະຫວັນເພັດ ແລ້ວ, ເລື່ອງຕ້ອງເຮັດແນວໃດເພື່ອຟື້ນຟູເສດຖະກິດ - ສັງຄົມພາຍຫຼັງໂລກລະບາດໂຄວິດ-19 ຢູ່ພາກພື້ນຄືນໃໝ່ນັ້ນແມ່ນສຳຄັນທີ່ສຸດ. ນີ້ແມ່ນບັນຫາເຊິ່ງຫວຽດນາມ ດ້ວຍຖານະບົດບາດເປັນປະທານອາຊຽນ ຈະສືບຕໍ່ນຳພາ, ປະສານງານໃຫ້ເປັນຢ່າງດີ. ທ່ານ ທອງຜ່ານ ສະຫວັນເພັດ ກໍ່ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງຫວຽດນາມ, ອາຊຽນ ຈະສືບຕໍ່ກ້າວເດີນໄປທາງໜ້າ ແລະ ປະຕິບັດສຳເລັດບັນດາຂໍ້ລິເລີ່ມ ແລະ ບັນດາຂໍ້ຕົກລົງທີ່ໄດ້ວາງອອກ.
        ສ່ວນທ່ານນາງ Jessia Wau, ຮອງຫົວໜ້າຜູ້ຮັບຜິດຊອບການຄົ້ນຄວ້າອາຊຽນ, ຂຶ້ນກັບສະຖາບັນບັນດາບັນຫາສາກົນສິງກະໂປ ໄດ້ຢືນຢັນກ່ຽວກັບບົດບາດຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020 ວ່າ, ວິທີແກ້ໄຂທີ່ໜ້າປະທັບໃຈສຳລັບໂລກລະບາດໂຄວິດ-19, ເປີດປະຕູພື້ນຖານເສດຖະກິດໄວພໍສົມຄວນ, ໄດ້ນຳມາໃຫ້ຫວຽດນາມ ຄວາມສາມາດໜູນຊ່ວຍບັນດາປະເທດອື່ນ, ໃນນັ້ນມີບັນດາປະເທດອາຊຽນ.
 (ແຫຼ່ງຄັດຈາກ VOV)


top