ຂ່າວສານ

ຫາງສຽງສາກົນຕີລາຄາຢ່າງຕັ້ງຫນ້າກ່ຽວກັບເສດຖະກິດ ຫວຽດນາມ

ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ ໃນປີນີ້ ຫວຽດນາມ ຈະລື່ນກາຍ ສິງປະໂປ ແລະ ມາເລເຊຍ ເພື່ອບືນຕົວຂຶ້ນຢືນອັນດັບ 3 ໃນ ອາຊຽນ
ຫາງສຽງສາກົນຕີລາຄາຢ່າງຕັ້ງຫນ້າກ່ຽວກັບເສດຖະກິດ ຫວຽດນາມ

ໄລຍະຜ່ານມາ ຫາງສຽງສາກົນ ສືບຕໍ່ມີການຕີລາຄາຢ່າງຕັ້ງຫນ້າກ່ຽວກັບເສດຖະກິດ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ອາດຈະພົ້ນເດັ່ນຂຶ້ນຄືດັ່ງພື້ນຖານເສດຖະກິດເຕັມໄປດ້ວຍແງ່ຫວັງຢູ່ ອາຊີ ແລະ ພວມມີການເຕີບໂຕດີກວ່າລະດັບສະເລ່ຍ ຍ້ອນມີບັນດາປັດໄຈຄື: ນະໂຍບາຍບໍລິຫານຢ່າງມີປະສິດທິຜົນ, ການລົງທຶນໂດຍກົງຂອງຕ່າງປະເທດແມ່ນໃນລະດັບສູງ, ການບໍລິໂພກຢູ່ພາຍໃນປະເທດຂອງຊັ້ນຄົນກາງພວມເພີ່ມຂຶ້ນຫລາຍສົມຄວນ, ຄວາມສາມາດເຊື່ອມຕໍ່ຕະຫລາດ ແລະ ທ່າໄດ້ປຽບເມື່ອທຽບໃສ່ຄູ່ແຂ່ງອື່ນໃນພາກພື້ນ.

ຫວ່າງແລ້ວນີ້ ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ ໃນປີນີ້ ຫວຽດນາມ ຈະລື່ນກາຍ ສິງປະໂປ ແລະ ມາເລເຊຍ ເພື່ອບືນຕົວຂຶ້ນຢືນອັນດັບ 3 ໃນ ອາຊຽນ ຖັດຈາກ ອິນໂດເນເຊຍ, ໄທ ກ່ຽວກັບຂອບຂະຫນາດພື້ນຖານເສດຖະກິດ. ດ້ວຍລະດັບການເຕີບໂຄ  GDP ຄືປະຈຸບັນ, ຄາດວ່າ ຫວຽດນາມ ຈະລື່ນກາຍໄທ ເພື່ອກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 2 ຢູ່ ອາຊີຕາເວັນອອກສ່ຽງໃຕ້.

ຕາມຕາຕະລາງຈັດອັນດັບດັດຊະນີຄວາມເສລີດ້ານເສດຖະກິດຂອງ ກອງທຶນມໍລະດົກ- Heritage Foundation ປີ 2023 ຫາກໍ່ປະກາດ, ດັດຊະນີຄວາມເສລີດ້ານເສດຖະກິດ ຂອງຫວຽດນາມ ແມ່ນ 61,8% ຈັດອັນດັບ 72 ເພີ່ມຂຶ້ນ  1,2 ຄະແນນເມື່ອທຽບໃສ່ປີກາຍ. ພື້ນຖານເສດຖະກິດ ຫວຽດນາມ ຢືນອັນດັບທີ 14 ໃນຈຳນວນ 39 ປະເທດ ຢູ່ ພາກພື້ນ ອາຊີ ປາຊີຟິກ ແລະ ຍອດຄະແນນຂອງ ຫວຽດນາມ ແມ່ນສູງກວ່າລະດັບສະເລ່ຍຂອງໂລກ ແລະ ພາກພື້ນ.


top