ຂ່າວສານ

ຫາງສຽງສາກົນກ່ຽວກັບເລື່ອງຫວຽດນາມຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສ.ປ.ຊ

ພາຍຫຼັງທີ່ຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດອາຍຸການ 2020-2021, ບັນດານັກການທູດປະເທດຕ່າງໆ ໄດ້ສົ່ງຄຳອວຍພອນເຖິງຫວຽດນາມ, ພ້ອມທັງສະແດງຄວາມຫວັງຕໍ່ການປະກອບສ່ວນຂອງຫວຽດນາມໃຫ້ແກ່ວົງຄະນະຍາດສາກົນໃນອາຍຸການທີ່ຈະມາເຖິງ.

 ພາບປະກອບ

ທ່ານ Craig Chittick ເອກອັກຄະລັດຖະທູດ ອົດສະຕາລີປະຈຳຫວຽດນາມໄດ້ແບ່ງປັນວ່າ : ໂດຍແມ່ນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ອົດສະຕາລີຕີລາຄາສູງການປະກອບສ່ວນຂອງຫວຽດນາມໃນພາກພື້ນ ກໍຄືໃນໂລກ, ອົດສະຕາລີກໍເຄີຍເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2013-2014 ແລະ ພວກຂ້າພະເຈົ້າພ້ອມແລ້ວແບ່ງປັນບົດຮຽນກັບຫວຽດນາມ.

    ສ່ວນທ່ານເອກອັກຄະລັດຖະທູດ ອີນໂດເນເຊຍ ປະຈຳຫວຽດນາມ Ibnu Hadi ເປີດເຜີຍວ່າ :

    “ ກາຍເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ, ພ້ອມກັບອີນໂດເນເຊຍ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ 2 ປະເທດອາດຈະພ້ອມກັນປະກອບເຫື່ອແຮງເພື່ອແກ້ໄຂບັນດາບັນຫາ, ນະໂຍບາຍຊ່ວຍໜູນສັງຄົມໃນທົ່ວໂລກເພື່ອໂລກທີ່ຈົບງາມກ່ວາ. ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການບໍ່ພຽງແຕ່ປຶກສາຫາລືບັນຫາຄວາມໝັ້ນຄົງ, ສັນຕິພາບເທົ່ານັ້ນ, ຫາກຍັງມີບັນຫາຕ່າງໆຄື: ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດ…ອີກດ້ວຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມສາມາດເຂົ້າຮ່ວມບັນຫາເຫຼົ້ານີ້ເປັນຢ່າງດີ ”

(ແຫຼ່ງຄັດຈາກ VOV)


top