ຂ່າວສານ

ຫາງສຽງສາກົນ ຕີລາຄາຢ່າງຕັ້ງໜ້າຕໍ່ຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP26

      ຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP 26 ເຮັດໃຫ້ໂລກເຫັນໄດ້ເຖິງບົດບາດນຳພາຂອງ ຫວຽດນາມ ໃນບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບປະກອບ: TTXVN)
      ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ເຊິ່ງດຳເນີນໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 12 ພະຈິກ ຢູ່ Glasgow (ລາຊະອານາຈັກ ອັງກິດ) ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກຫາງສຽງສາກົນ.
            ຢູ່ ອັງກິດ, ບັນດາໜັງສືພິມລາຍໃຫຍ່ຄື Financial Times, The Guardian ແລະ The Independent ລ້ວນແຕ່ເຕື້ອງເຖິງຄຳໝັ້ນສັນຍາທີ່ໜ້າສົນໃຈຂອງ ຫວຽດນາມ ທີ່ໄດ້ວາງເປົ້າໝາຍຈະ ຫຼຸດການປ່ອຍອາຍພິດໃນປີ 2050 ແລະ ລົບລ້າງການຜະລິດໄຟຟ້າໃຊ້ພະລັງງານຖ່ານຫີນ ໃນໄລຍະ 2030 – 2040. ຕາມທ່ານ Paul Smith ຮອງປະທານຕາໜ່າງ ຫວຽດນາມ - ອັງກິດ ແລ້ວ, ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນກອງປະຊຸມ COP26 ແມ່ນມີຄວາມໝາຍຢ່າງຕັ້ງໜ້າ. ເຖິງແມ່ນວ່າ ເປັນປະເທດພວມພັດທະນາ ມີລາຍຮັບປານກາງ ແລະ ເປັນປະເທດທີ່ປ່ອຍອາຍພິດໃນລະດັບຕ່ຳກໍຕາມ, ແຕ່ຍັງວາງເປົ້າໝາຍບັນລຸການປ່ອຍອາຍພິດສຸດທິເປັນ 0 ໃນປີ 2050 ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການເຂົ້າຮ່ວມຄວາມມານະພະຍາຍາມທົ່ວໂລກ ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງພິສູດໃຫ້ເຫັນບົດບາດພາທາງຂອງ ຫວຽດນາມ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.
            ໃນຂະນະນັ້ນ, ທ່ານ William Young, ນັກຊ່ຽວຊານກ່ຽວກັບຄວາມໝັ້ນຄົງສິ່ງແວດລ້ອມຂອງ ສະພາພູມີຍຸດທະສາດ ອັງກິດ ຖືວ່າ ຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP 26 ເຮັດໃຫ້ໂລກເຫັນໄດ້ເຖິງບົດບາດນຳພາຂອງ ຫວຽດນາມ ໃນບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ.
(ແຫຼ່ງຄັດຈາກ VOV)


top