ຂ່າວສານ

ຫາງສຽງຕີລາຄາສູງຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມອະນາຄົດຂອງ ອາຊີ

      ວັນທີ 6 ມິຖຸນາ, ກອງປະຊຸມອະນາຄົດຂອງ ອາຊີ ດ້ວຍຫົວຂໍ້ວ່າ “ລັດທິທົ່ວໂລກລະຫວ່າງທາງ 4 ແຍກ - ບາດກ້າວຕໍ່ໄປຂອງ ອາຊີ” ສືບຕໍ່ກ້າວເຂົ້າສູ່ມື້ເຮັດວຽກທີສອງ. ກ່ອນໜ້ານັ້ນ, ວັນທີ 5 ມິຖຸນາ, ທີ່ວາລະໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີບົດປາໄສ ແລະ ຕອບບາງຄຳຖາມທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບປະກອບ)
      ບົດປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງບົດບາດກຳລັງໜູນເຕີບໂຕຫຼັກແຫຼ່ງຂອງ ອາຊີ ສຳລັບວິວັດທະນາການຫັນເປັນໂລກາພິວັດ, ຊີ້ອອກບັນດາສິ່ງທ້າທາຍໃຫຍ່ເຊິ່ງ ອາຊີ ພວມປະເຊີນໜ້າຄື ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ. ໜັງສືພິມ Nikkei (ຍີ່ປຸ່ນ) ໄດ້ຄັດສະເໜີບົດປາໄສຂອງທ່ານນາຍົກລັດຖະມົນຕີ, ຕີລາຄາສູງເລື່ອງທ່ານນາຍົກລັດຖະມົນຕີ ໃຫ້ຄຳໝັ້ນສັນຍາກ່ຽວກັບເລື່ອງ ລັດຖະບານ ຫວຽດນາມ ຈະສືບຕໍ່ປັບປຸງກອບນະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງເຖິງການລົງທຶນ, ມຸ່ງໄປເຖິງຄວາມເປັນເອກະພາບ ແລະ ຄວາມໂປ່ງໃສກ່ວາ”. ໜັງສືພິມກໍ່ຄັດສະເໜີການຢືນຢັນຂອງທ່ານນາຍົກລັດຖະມົນຕີ ທີ່ວ່າ: “ໂລກາພິວັດບໍ່ພຽງແຕ່ແມ່ນວິວັດການເສດຖະກິດເທົ່ານັ້ນ ຫາກຍັງແມ່ນການສ່ອງແສງບັນດາຄວາມມຸ່ງຫວັງບື່ນຕົວຂຶ້ນ, ບັນດາຄວາມຫວັງມີຄວາມສຸກ ແລະ ພິຊິດສິ່ງທ້າທາຍຂອງມວນມະນຸດ”, ແລະ ເມື່ອເຕື້ອງເຖິງເລື່ອງ ຫວຽດນາມ ກໍ່ຈະມີ “ຄວາມໄຝ່ຝັນ” ໃນການພັດທະນາເສດຖະກິດ ແລະ ຫຼາຍດ້ານອື່ນໆອີກ. ບັນດາບົດໜັງສືພິມຂອງ Nihon Keizai, Jiji…. ໄດ້ຄັດສະໜີຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ ທີ່ວ່າ: ຫວຽດນາມ ຈະສືບຕໍ່ພິຈາລະນາເພື່ອປະຕິບັດສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP), ຂໍ້ຕົກລົງການຄ້າພາກພື້ນສຳຄັນເຊິ່ງ ອາເມລິກາ ໄດ້ປະກາດບໍ່ເຂົ້າຮ່ວມຫວ່າງມໍ່ໆມານີ້, ຢືນຢັນວ່າ ຫວຽດນາມ ຈະຮ່ວມມືກັບບັນດາປະເທດຍັງເຫຼືອ.
(ແຫຼ່ງຄັດຈາກ VOV)


top